Header Ads

ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ເຜີຍ ແຕ່ນີ້ຮອດ 2020 ລາວຈະມີເຂື່ອນໄຟຟ້າຕື່ມອີກ 36 ແຫ່ງ


ອີງຕາມການລາຍງານຂອງ ໜັງສືພິມ ລາວພັດທະນາ  ວ່າ: ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ໃຫ້​ຮູ້​ວ່າ: ນັບ​ແຕ່​ປີ 2019-2020 ຈະ​ມີ​ໂຄງການ​ເຂື່ອນ​ໄຟຟ້າ​ກໍ່ສ້າງ​ສຳ​ເລັດ 36 ​ແຫ່ງ ລວມມີ​ກຳລັງ​ຕິດຕັ້ງ 4,184 ​ເມ​ກາ​ວັດ, ​ໃນ​ນັ້ນ ​ເຂື່ອນ​ຂະໜາດ​ກາງຫາ​ໃຫຍ່​ມີ 14 ​ໂຄງການ, ​ເຂື່ອນ​ຂະໜາດ​ນ້ອຍ 15 ​ເມ​ກາ​ວັດ​ລົງ​ມາ 22 ​ໂຄງການ. ມາ​ຮອດ​ປັດຈຸບັນ​ສາມາດ​ສະໜອງ​ໄຟຟ້າ​ຊົມ​ໃຊ້​ຖາວອນ​ກວມ 94% ຂອງ​ຄອບຄົວ​ໃນ​ທົ່ວ​ປະ​ເທດ. ສ່ວນ​ການ​ສົ່ງ​ອອກ​ໄຟຟ້າ​ໃຫ້​ປະ​ເທດ​ໃກ້​ຄຽງ ຄາດ​ວ່າ​ຮອດ ​ປີ 2020 ຈະ​ສາມາດ​ບັນລຸ​ໄດ້​ຄື: ຣາຊະ​ອານາຈັກ​ໄທ 7,000 ​ເມ​ກາ​ວັດ, ສສ ຫວຽດນາມ 1,000 ​ເມ​ກາ​ວັດ, ກຳປູ​ເຈຍ 200 ​ເມ​ກາ​ວັດ, ມຽນມາ 100 ​ເມ​ກາ​ວັດ ​ແລະ ມາ​ເລ​ເຊຍ 300 ​ເມ​ກາ​ວັດ. ນອກ​ນີ້ ຍັງ​ໄດ້​ສຳ​ເລັດ​ການ​ເຊັນ​ສັນຍາ​ຮ່ວມ​ມື​​ກໍ່ສ້າງ​ສາຍ​ສົ່ງ​ໄຟຟ້າ​ແຫ່ງ​ຊາດ​ກັບ ສປຈີນ ຕື່ມອີກ.

ກະຊວງ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ປະ​ເທດ​ເຮົາ​ມີ​ຄວາມ​ອຸດົມສົມບູນ​ໄປ​ດ້ວຍ​ຊັບພະຍາກອນ​ທຳ​ມະ​ຊາດ ​ເປັນຕົ້ນພູຜາ​ປ່າດົງ, ​ແມ່ນ້ຳລຳ​ເຊ​ຫລາຍ​ສາຍ​ໄຫລ​ຜ່ານ​ແຕ່​ເໜືອ​ຮອດ​ໃຕ້, ພ້ອມ​ນີ້​ມີ​ຝົນຕົກ​ປະລິມານ​ສະ​ເລ່ຍ​ເຖິງ 2,000-3,000 ມິນ​ລີ​ແມັດ​​ຕໍ່​ປີ ​ເຊິ່ງ​ເປັນ​ທ່າ​ແຮງ​ທີ່​ສາມາດ​ພັດທະນາ​ເປັນ​ພະລັງງານ​ໄຟຟ້າ​ນ້ຳຕົກ​ໄດ້​ເຖິງ 30 ພັນ​ກວ່າ​ແມັດ​ກ້ອນ.

ໃນ​ປີ 1975 ປະ​ເທດ​ເຮົາ​ມີ​ແຫ​ລ່ງຜະລິດພະລັງງານ​ໄຟຟ້າ​ນ້ຳຕົ​ກ​ໃຫຍ່​ພຽງ 1 ​ແຫ່ງ​ຄື: ​ເຂື່ອນ​ໄຟຟ້າ​ນ້ຳງື່ມ 1 ຢູ່​ແຂວງ​ວຽງ​ຈັນ ທີ່​ມີ​ກຳລັງ​ຕິດຕັ້ງພຽງ 30 ​ເມ​ກາ​ວັດ ​ແລະ ​ເຂື່ອນ​ໄຟຟ້າ​ຂະໜາດ​ນ້ອຍ​ອີກ 2 ​ແຫ່ງ​ຄື: ​ເຂື່ອນ​ນ້ຳດົງ ຢູ່​ແຂວງ​ຫລວງ​ພະ​ບາງ ມີກຳລັງ​ຕິດຕັ້ງ 1 ​ເມ​ກາ​ວັດ ​ແລະ ​ເຂື່ອນ​ເຊ​ລະບຳ ຢູ່​ແຂວງ​ສາລະ​ວັນ ມີ​ກຳລັງ​ຕິດຕັ້ງ 1 ​ເມ​ກາ​ວັດ ​ເຊັ່ນ​ກັນ ​ແລະ ​ໃນ​ເວລາ​ນັ້ນ ມີ​ປະຊາຊົນ​ໄດ້​ຊົມ​ໃຊ້​ໄຟຟ້າ​ພຽງ​ແຕ່ 5 ຕົວ​ເມືອງ​ໃຫຍ່​ເຊັ່ນ: ນະຄອນຫລວງ​ວຽງ​ຈັນ, ຫລວງ​ພະ​ບາງ, ຄຳ​ມ່ວນ, ສະຫວັນ​ນະ​ເຂດ ​ແລະ ຈຳປາ​ສັກ ກວມ​ພຽງ 10% ຂອງ​ຄົວ​ເຮືອນ​ໃນ​ທົ່ວ​ປະ​ເທດ, ມາ​ຮອດ​ປັດຈຸບັນ​ທົ່ວ​ປະ​ເທດ​ມີ​ແຫ​ລ່ງຜະລິດ​ໄຟຟ້າ​ແລ້ວ 61 ​ແຫ່ງ ລວມມີ​ກຳລັງ​ຕິດຕັ້ງ 7,207 ​ເມ​ກາ​ວັດ ​ແລະ ສາມາດ​ຜະລິດ​ກະ​ແສ​ໄຟຟ້າ​ໄດ້ 37,366 ກິ​ກາ​ວັດ​ໂມງ​ຕໍ່​ປີ ອັນ​ໄດ້​ປະກອບສ່ວນສໍາຄັນ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ຂອງ​ຊາດ​ເຕີບໃຫຍ່ຂະຫຍາຍຕົວຕະຫລອດມາ.


ເນື້ອໃນຂ່າວ: ໜັງສືພິມ ລາວພັດທະນາ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.