Header Ads

ກະຊວງການເງິນ ຈະນຳໃຊ້ລະບົບແຈ້ງພາສີປະຕູດຽວ ຢູ່ດ່ານພາສີສາກົນຂົວມິດຕະພາບ 1


ກະຊວງການເງິນ ຈະນຳໃຊ້ລະບົບແຈ້ງພາສີປະຕູດຽວ ໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນແຫ່ງທຳອິດ. ພາຍຫຼັງມີການປັບປຸງສຳເລັດສົມບູນແລ້ວຈະກະຈາຍໄປສູ່ດ່ານພາສີອື່ນໆໃນທົ່ວປະເທດ.

ໜັງສືພິມເສດຖະກິດ-ການຄ້າລາຍງານວ່າ ກະຊວງການເງິນ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 0204/ກງ ລົງວັນທີ 15 ມັງກອນ 2019 ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ໂດຍລະບຸວ່າ: ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ 1 ເປັນບາດກ້າວເລີ່ມຕົ້ນ ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ.

ສ່ວນການຊຳລະຄ່າພາສີ, ຄ່າອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ນໆ ທີ່ຕ້ອງມອບເຂົ້າງົບປະມານລັດ ສຳລັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ – ເຄື່ອງຂອງແມ່ນໃຫ້ຊຳລະລວມສູນຈຸດດຽວ ຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW) ທີ່ເຊື່ອມໂຍງກັບລະບົບແຈ້ງ ໂດຍພາສີເອເລັກໂຕຣນິກ (ASYCUDA) ແລະ ລະບົບຊຳລະເງິນຜ່ານທະນາຄານ (SmartTax) ແລະ ໃຫ້ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈັດເກັບຄ່າບໍລິການນຳໃຊ້ລະບົບດັ່ງກ່າວໃນອັດຕາ 120,000 (ໜຶ່ງແສນຊາວພັນກີບ) ຕໍ່ການແຈ້ງນຳເຂົ້າ – ສົ່ງອອກສິນຄ້າ 1 ຄັ້ງ ຕາມທີ່ກຳນົດໃນສັນຍາສຳປະທານໂຄງການດັ່ງກ່າວ ເຊິ່ງບໍ່ລວມເອົາຄ່າພາສີ, ຄ່າອາກອນ, ຄ່າທຳນຽມ ແລະ ຄ່າບໍລິການຂອງຂະແໜງການລັດທີ່ກ່ຽວຂ້ອງ.



ເນື້ອໃນຂ່າວ : ນສພ ເສດຖະກິດ-​ການ​ຄ້າ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.