Header Ads

ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ2018




ໃນລະຫວ່າງວັນທີ 28-29 ມັງກອນ 2019 ນີ້, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ( ຮສສ ) ໄດ້ຈັດກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2018 ຂຶ້ນທີ່ເຮືອນພັກໜອງທາ, ນະ ຄອນຫລວງວຽງຈັນ, ໂດຍການເປັນປະທານຂອງ ທ່ານ ປອ. ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຮອງລັດຖະມົນຕີ, ບັນດາຫົວໜ້າກົມ, ຫົວໜ່ວຍວິຊາການ, ຫົວໜ້າພະແນກແຮງງານ ແລະ ສະຫວັດ ດີການສັງຄົມ ແຂວງ-ນະຄອນຫຼວງວຽງຈັນ, ຕ່າງໜ້າຈາກບັນດາກະຊວງກຽ່ວຂ້ອງ, ບັນດາບໍລິສັດຈັດຫາງານ ແລະ ພະນັກງານຫຼັກແຫຼ່ງວິຊາການພາຍໃນອອ້ມຂ້າງກະຊວງ ຮສສ ເຂົ້າຮ່ວມເປັນຈຳນວນຫຼວງຫລາຍ. 




ທ່ານລັດຖະມົນຕີ ປອ. ຄຳແພງ ໄຊສົມແພງ ໄດ້ກ່າວເປີດກອງປະຊຸມຄັ້ງນີ້ວ່າ: ໄລຍະຜ່ານມາ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ພວກເຮົາ ກໍໄດ້ພະຍາຍາມປະຕິບັດພາລະບົດບາດຂອງຕົນຢ່າງຕັ້ງໜ້າ ແລະ ມີຫຼາຍວຽກໄດ້ຮັບການພັດທະນາໃຫ້ດີຂຶ້ນ, ແຕ່ກໍຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ທີ່ຕ້ອງໄດ້ພ້ອມກັນຄົ້ນຄ້ວາຊອກຫາທາງອອກ ແລະ ມີມາດຕະການໃນການແກ້ໄຂໃຫ້ມີຜົນສຳເລັດດີຂຶ້ນ. 

ນອກຈາກນີ້ ຍັງປະເຊີນກັບໄພພິບັດທຳມະຊາດ ແລະ ນໍ້າຖ້ວມຢ່າງໜັກໜ່ວງ, ແຕ່ລັດຖະບານໄດ້ສຸມໃສ່ຊີ້ນຳບັນດາຂະແໜງການ ແລະ ທ້ອງຖິ່ນ ເພື່ອແກ້ໄຂຂອດຫຍຸ້ງຍາກ ແນໃສ່ສ້າງເງື່ອນໄຂໃຫ້ທຸກພາກສ່ວນເສດຖະກິດ ໄດ້ດຳເນີນການເຄື່ອນໄຫວເປັນປົກກະຕິ ໂດຍໄດ້ອອກນິຕິກຳຕ່າງໆ ແລະ ວາງມາດຕະການສຳຄັນ ເພື່ອຮັກສາສະຖຽນລະພາບທາງດ້ານເສດຖະກິດ ແລະ ກະຕຸ້ນການເຕີບໂຕ ໃຫ້ມີລັກສະນະຕໍ່ເນື່ອງ ຊຶ່ງເຫັນວ່າອັດຕາການເພີ່ມຂຶ້ນຂອງ GDP ໝົດປີ 2018 ບັນລຸໄດ້ພຽງ 6,5% ເທົ່ານັ້ນ ທຽບກັບຄາດໝາຍທີ່ສະພາແຫ່ງຊາດຮັບຮອງ 7%, ແຕ່ຖ້າຄິດໄລ່ເປັນມູນຄ່າ GDP ສະເລ່ຍຕໍ່ ຫົວຄົນ ເຫັນວ່າສູງກ່ວາຄາດໝາຍທີ່ວາງໄວ້ ຄືເທົ່າກັບ 2.599 ໂດລາສະຫະລັດ ທຽບກັບຄາດໝາຍທີ່ວາງໄວ້ 2.536 ໂດລາ, ລາຍໄດ້ແຫ່ງຊາດສະເລ່ຍຕໍ່ຫົວຄົນ NGI ເທົ່າກັບ 2.209 ໂດລາສະຫະລັດທຽບກັບຄາດໝາຍ 2.004ໂດລາ. 



ຄຽງຄູ່ກັນນັ້ນ, ເຫັນວ່າ ການສ້າງກຳລັງແຮງງານ ທີ່ມີສີມື ມີຄຸນນະພາບ ແລະ ມີລະດັບວິຊາຊີບ ຍັງມີບໍ່ພຽງພໍກັບຄວາມຕ້ອງການຂອງຂະແໜງການເສດຖະກິດ ແລະ ຕະຫຼາດແຮງງານ, ກຳລັງແຮງງານໃນຂະແໜງການອຸດສາຫະກຳ ແລະ ການບໍລິການ ຍັງມີຈຳນວນໜ້ອຍ, ກຳລັງແຮງງານ ທີ່ເຮັດວຽກເພື່ອການຊົມໃຊ້ຄົວເຮືອນ ທີ່ບໍ່ມີຜົນຕໍ່ເສດຖະກິດ ຍັງກວມເອົາຈຳນວນສ່ວນຫຼາຍ ຊຶ່ງບໍ່ທັນຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ຕາມທິດຫັນເປັນອຸດສາຫະກຳທັນສະໄໝ. 



ກອງປະຊຸມວິຊາການວຽກແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈຳປີ 2018 ຄັ້ງນີ້ ມີຄວາມໝາຍສຳຄັນຫຼາຍ, ຊຶ່ງພວກເຮົາ ຈະໄດ້ພ້ອມກັນຮັບຟັງການສະເໜີບົດວິຊາການກ່ຽວກັບແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ IV ຕິດພັນກັບການປະເມີນກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ແລະ ການປະເມີນກາງສະໄໝຂອງການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຢ່າງເປັນຂະບວນຟົດຟື້ນ ໃນຂອບເຂດທົ່ວປະເທດ ,ສຳລັບຂະແໜງແຮງງານ ແລະ ສະຫວັດດີການສັງຄົມພວກເຮົາ ກໍໄດ້ເອົາໃຈໃສ່ປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ຢ່າງຕັ້ງໜ້າ ຊຶ່ງໄດ້ມີຜົນສຳເລັດຫລາຍດ້ານໃນການຈັດຕັ້ງປະຕິບັດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ ປະຈຳປີ 2018 ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ ເປັນຕົ້ນ ໄດ້ຄົ້ນຄ້ວາສ້າງກົດໝາຍ ແລະ ລະບຽບການຕ່າງໆ ພ້ອມທັງໄດ້ຈັດຕັ້ງປະຕິບັດ ຢ່າງກ້ວາງຂວາງ ແລະ ມີຄວາມສັກສິດກ່ວາເກົ່າ, ການຈັດຕັ້ງປະຕິບັດຕົວເລກຄາດໝາຍສູ້ຊົນຫຼາຍດ້ານ ກໍມີຄວາມຄືບໜ້າດີຂຶ້ນ ເປັນຕົ້ນ ວຽກພັດທະນາສີມືແຮງງານ, ວຽກຈັດຫາວຽກເຮັດງານທຳ, ວຽກຄຸ້ມຄອງແຮງງານ, ວຽກປະກັນສັງຄົມ, ວຽກນະໂຍບາຍສະແດງຄວາມກະຕັນຍູຕໍ່ຜູ້ມີຜົນງານ, ວຽກສັງຄົມສົງເຄາະ ແລະ ໄພພີບັດ, ວຽກເກັບກູ້ລະເບີດຕົກຄ້າງບໍ່ທັນແຕກ ແລະ ວຽກກາແດງ. 



ພ້ອມກັນນັ້ນ, ເຫັນວ່າ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ ຕາມຜົນການປະເມີນກາງສະໄໝໃນການຈັດຕັ້ງປະຕິບັດແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ IV ທີ່ຈະຕ້ອງໄດ້ພ້ອມກັນຄົ້ນຄ້ວາທາງດ້ານວິຊາການ ແລະ ການວາງແຜນການໃຫ້ມີຄວາມສອດຄ່ອງກັບທ່າແຮງບົ່ມຊ້ອນ ແລະ ສະພາບຄວາມເປັນຈິງ ລວມທັງພ້ອມກັນຊອກຫາວິທີການ ແລະ ມີມາດຕະການໃນການແກ້ໄຂວຽກງານແຕ່ລະດ້ານ ໃຫ້ມີຜົນສຳເລັດດີຂຶ້ນ.


ພາບ-ຂ່າວ: ເພັດສະໄໝ (ກະຊວງແຮງງານ ແລະ ສະຫວັດດີການສັງຄົມ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.