Header Ads

ຮ່ວມມືສ້າງຫ້ອງກວດສອບມາດຕະຖານ ແລະ ຢັ້ງຢືນມາດຕະຖານອຸປະກອນພິເສດ ໃນ ສປປ ລາວ


ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຮ່ວມກັບ ບໍລິສັດ ດີແລ້ວ ຈຳກັດຜູ້ດຽວ ໄດ້ຈັດພິທີເຊັນສັນຍາ ວ່າດ້ວຍການຮ່ວມມືໂຄງການສ້າງຫ້ອງກວດສອບມາດຕະຖານ ແລະ ຢັ້ງຢືນມາດຕະຖານ ອຸປະກອນພິເສດ ໃນ ສປປ ລາວ.  ອຸປະກອນພິເສດແມ່ນເຄື່ອງບັນຈຸຄວາມແຮງດັນ ເຊັ່ນ: ໝໍ້ຕົ້ມ, ຖັງແກ໊ດ, ບັ້ງລົມ, ທໍ່ແຮງດັນ, ລິບ, ກົນຈັກໜັກຍົກ (ເຄນ), ສະລິງ, ພາຫະນະຂັບເຄື່ອນສະເພາະໃນສວນສະໜຸກຂະໜາດໃຫຍ່ ແລະ ອຸປະກອນພິເສດອື່ນໆທີ່ໄດ້ກຳນົດໃນລະບຽບກົດໝາຍ.



ການຮ່ວມມືສ້າງຫ້ອງກວດສອບດັ່ງກ່າວມີໄລຍະດຳເນີນກິດຈະການ 15 ປີ ດ້ວຍມູນຄ່າ 5 ລ້ານກວ່າໂດລາ ສະຫະລັດ ແລະ ຈະເລີ່ມຈັດຕັ້ງປະຕິບັດໃນເດືອນ ກຸມພາ 2019 ໂດຍມີສະຖານທີ່ຕັ້ງຢູ່ກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຊຶ່ງໃນກິດຈະກຳໄລຍະເບື້ອງຕົ້ນຈະໄດ້ມີການສ້າງນິຕິກຳເພື່ອຮອງຮັບວຽກງານດັ່ງກ່າວ, ກໍ່ສ້າງຫ້ອງການ, ປະກອບການຕິດຕັ້ງເຄື່ອງຈັກ, ອຸປະກອນໃນຫ້ອງທົດສອບຄົບຊຸດ ທີ່ໄດ້ຮັບການຮັບຮອງດ້ານລະບົບມາດຕະຖານສາກົນ ISO/IEC 17025. ພ້ອມກັນນັ້ນ, ຍັງຈະໄດ້ມີການຝຶກອົບຮົມຄວາມຮູ້ດ້ານເຕັກນິກໃຫ້ແກ່ພະນັກງານວິຊາສະເພາະຂອງ ສປປ ລາວ ເປັນແຕ່ລະໄລຍະ.


ໃນການຮ່ວມມືສ້າງຫ້ອງກວດສອບ ແລະ ຢັ້ງຢືນມາດຕະຖານດັ່ງກ່າວນີ້ ກໍແມ່ນເພື່ອເປັນການຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງກົມມາດຕະຖານ ແລະ ວັດແທກ ທັງເປັນການຕອບສະໜອງໃຫ້ກັບສັງຄົມ ເພື່ອການກວດກາບັນດາເຄື່ອງມື ອຸປະກອນພິເສດ ຢູ່ບັນດາຫ້າງຮ້ານ,ສຳນັກງານອົງການຕ່າງໆໃນທົ່ວສັງຄົມ ເພື່ອສ້າງຄວາມໝັ້ນໃຈ, ຮັບປະກັນຄວາມປອດໄພ, ຮັບປະກັນຄຸນນະພາບຂອງຜະລິດຕະພັນ ແລະ ສ້າງຄວາມຍຸຕິທຳໃຫ້ແກ່ຜູ້ຊົມໃຊ້, ບັນດາຜູ້ນຳເຂົ້າ, ສົ່ງອອກ ແລະ ຈັດຈຳໜ່າຍຢູ່ ສປປ ລາວ ໃຫ້ໄດ້ຕາມມາດຕະຖານແຫ່ງຊາດ, ມາດຕະຖານສາກົນ ແລະ ຕາມລະບຽບການທີ່ກຳນົດໄວ້.



ພິທີດັ່ງກ່າວໄດ້ຈັດຂຶ້ນໃນຕອນແລງຂອງວັນທີ 28 ມັງກອນ 2019, ຢູ່ທີ່ ໂຮງແຮມ ດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ຊຶ່ງຮ່ວມລົງນາມໃນພິທີເຊັນສັນຍາໃນຄັ້ງນີ້ມີ ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ, ທ່ານ ບຸນໂຮມ ພານຸວົງ, ຫົວໜ້າສູນຢັ້ງຢືນມາດຕະຖານ ແລະ ກວດກາຄຸນນະພາບແຫ່ງຊາດ ແລະ ທ່ານ ເສິນຫົງຫ້າຍ, ປະທານບໍລິສັດ ດີແລ້ວ ຈຳກັດຜູ້ດຽວ ໂດຍໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີບັນດາທ່ານຮອງລັດຖະມົນຕີ, ບັນດາຫົວໜ້າຫ້ອງການ, ກົມ, ສະຖາບັນອ້ອມຂ້າງກະຊວງ ແລະ ພະນັກງານພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ບົດຂ່າວ: ບຸນທັນ ນັນທະວົງ ( ໜັງສືພິມ ວິທະຍາສາດ ແລະ ການພັດທະນາ ) 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.