Header Ads

ຂົວໃຫຍ່ເສັ້ນທາງລົດໄພ ລາວ-ຈີນ ໃນແຂວງຢູນານ ໄດ້ເຊື່ອມຕໍ່ສໍາເລັດແລ້ວ


ໂຄງການທາງລົດໄຟລາວ-ຈີນ ມີຄວາມຄືບໜ້າຕໍ່ເນື່ອງພາຍຫຼັງທີ່ “ຂົວ ລີ້ຊິ່ນຈ່າຍ” (Lixinzhai Bridge) ໃນແຂວງຢູນນານ  ທາງພາກຕາເວັນຕົກສ່ຽງໃຕ້ຂອງຈີນ ໄດ້ມີການກໍ່ສ້າງເຊື່ອມເຂົ້າຫາກັນສຳເລັດ ເມື່ອວັນພຸດ ທີ 16 ມັງກອນ 2019 ທີ່ຜ່ານມາ.



ອີງຕາມການລາຍງານສຳນັກຂ່າວ ຊິນຫົວ (China Xinhua News) ລະບຸວ່າ ຂົວ ລີ້ຊິ່ນຈ່າຍ ມີຄວາມຍາວ 952 ແມັດ ຕັ້ງ‍ຢູ່ໃນເມືອງອີ້ວຊີ່ ແຂວງຢູນນານ ຊື່ງຖືເປັນສ່ວນສຳຄັນຂອງໂຄງການເສັ້ນທາງລົດໄຟລາວ-ຈີນ ທີ່ເປັນໂຄງການຄົມມະນາຄົມຂົນສົ່ງຂ້າມຊາຍແດນຂະໜາດໃຫຍ່.


ສໍາລັບໂຄງການທາງລົດໄຟລາວ-ຈີນ ຈະມີຄວາມຍາວ 414 ກິໂລແມັດ ແລ່ນຈາກເມືອງບໍ່ເຕັນ ແຂວງຫຼວງນໍ້າທາ ເຊື່ອມຕໍ່ເຂົ້າກັບທາງລົດໄຟສາຍ ອີ້ວຊີ່-ໝົວຮັນ (Yuxi-Mohan Railway) ຂອງແຂວງຢູນນານ ສປ ຈີນ ໂດຍຂະບວນລົດໄຟຂອງໂຄງການເສັ້ນທາງລົດໄຟລາວ-ຈີນ ຖືກອອກແບບໃຫ້ແລ່ນດ້ວຍຄວາມໄວສູງສຸດ 160 ກິໂລແມັດຕໍ່ຊົ່ວໂມງ ຊື່ງເລີ່ມກໍ່ສ້າງໃນທ້າຍປີ 2016  ະ ຈະເປີດໃຫ້ບໍລິການຢ່າງເປັນທາງການໄດ້ໃນເດືອນທັນວາ 2021ນີ້.




ທີ່ມາ: China Xinhua News
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.