Header Ads

ແຂວງສາລະວັນ ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 8% ຂຶ້ນໄປ ​ໃນປີ 2019




ເພື່ອເປັນການຊຸກຍູ້ສົ່ງເສີມສືບຕໍ່ແຜນພັດທະນາເສດຖະກິດ – ສັງຄົມຂອງແຂວງ ໃນປີ 2019 ໄດ້ມີການພັດທະນາດີຂຶ້ນໄປເທື່ອລະກ້າວຕາມແນວທາງຂອງພັກ ໂດຍອີງຕາມບົດລາຍງານການພັດທະນາເສດຖະກິດ – ສັງຄົມ ໃນປີ 2018 ທີ່ໄດ້ລາຍງານຕໍ່ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງ ຄັ້ງທີ 9 ສະໄໝທີ VIII ນີ້ວ່າ: ແຂວງສາລະວັນ ຕ້ອງສູ້ຊົນເຮັດໃຫ້ລວມຍອດມູນຄ່າຜະລິດຕະພັນພາຍໃນເພີ່ມຂຶ້ນ 8% ຂຶ້ນໄປ ແລະ ສ້າງມູນຄ່າເພີ່ມຕາມລາຄາໃນແຕ່ລະປີໃຫ້ໄດ້ປະມານ 4,801.44 ຕື້ກວ່າກີບ ຫຼື ສະເລ່ຍ 11 ລ້ານກວ່າກີບຕໍ່ຄົນຕໍ່ປີ ຫຼື ເທົ່າກັບ 1,395 ໂດລາ. ໃນນັ້ນ, ດ້ານກະສິກຳ – ປ່າໄມ້ ເພີ່ມຂຶ້ນ 4% ກວມ 37.26%, ອຸດສາຫະກຳ ເພີ່ມຂຶ້ນ 9.5% ກວມ 24.25%, ການບໍລິການ ແລະ ພາສີນຳເຂົ້າ ເພີ່ມຂຶ້ນ 10.2% ກວມເອົາ 38.49%, ສູ້ຊົນການຈັດເກັບລາຍຮັບລວມທັງໝົດໃຫ້ໄດ້ 190.31 ຕື້ກີບ. ໃນນັ້ນ, ລາຍຮັບພູດທ້ອງຖິ່ນ 115.11 ຕື້ກີບ ແລະ ປະຕິບັດລາຍຈ່າຍທັງໝົດໃຫ້ໄດ້ 395.11 ຕື້ກີບ, ປະຕິບັດມູນຄ່າສິນຄ້າສົ່ງອອກໃຫ້ໄດ້ 417,.51 ຕື້ກີບ ແລະ ນຳເຂົ້າໃຫ້ໄດ້ 186.81 ຕື້ກີບ, ສູ້ຊົນລະດົມເງິນພາກໃຫ້ໄດ້ 121.38 ຕື້ກີບ ແລະ ຊຸກຍູ້ການປ່ອຍສິນເຊື່ອໃຫ້ໄດ້ 80.36 ຕື້ກີບ.



ໃນເມື່ອເສດຖະກິດຈະຂະຫຍາຍຕົວໄດ້ຄືແນວນັ້ນ ແຂວງສາລະວັນ ຕ້ອງເອົາໃຈໃສ່ ຄື: ສືບຕໍ່ຮັບປະກັນໃຫ້ທົ່ວແຂວງ ແລະ ສັງຄົມ ມີສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ເປັນພື້ນຖານແກ່ການພັດທະນາ, ຮັກສາຄວາມໝັ້ນທ່ຽງເຂັ້ມແຂງ ແລະ ຍືນຍົງຂອງການເຕີບໂຕຂອງເສດຖະກິດ, ພັດທະນາຊັບພະຍາກອນມະນຸດ ໂດຍສຸມໃສ່ການສຶກສາ, ສາທາ, ດ້ານການພັດທະນາສີມືແຮງງານ ແລະ ສະຫວັດດີການສັງຄົມ ເພື່ອເປັນປັດໄຈຕົ້ນຕໍຂອງການບຸກທະລຸ, ສົ່ງເສີມການຜະລິດເປັນສິນຄ້າ ແລະ ການສົ່ງອອກ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງໄດ້ເຂົ້າເຖິງສິນເຊື່ອສະດວກວ່ອງໄວ, ປັບປຸງກົນໄກການຄຸ້ມຄອງ ແລະ ບໍລິຫານດ້ວຍກົດໝາຍໃຫ້ສັກສິດ, ເປັນລະບົບ, ສະດວກວ່ອງໄວ, ໂປ່ງໃສ, ຍຸຕິທຳ ແລະ ມີປະສິດທິຜົນສູງ ພ້ອມທັງປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດນະໂຍບາຍຕ່າງໆຕາມແນວທາງຂອງພັກ.

ສຳລັບໃນປີ 2018 ຜ່ານມາ ແຂວງສາລະວັນ ກໍໄດ້ເອົາໃຈໃສ່ຊີ້ນຳ – ນຳພາຢ່າງໃກ້ຊິດຕິດແທດກັບທຸກດ້ານ ເພື່ອເຮັດໃຫ້ຕົວເລກຄາດໝາຍຕ່າງໆບັນລຸຕາມແຜນທີ່ວາງໄວ້ ເຖິງຈະມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍດ້ານ ບັນດາຂະແໜງການ ແລະ ເມືອງກໍໄດ້ເອົາໃຈໃສ່ມີຄວາມພະຍາຍາມຢ່າງສູງໃນການຈັດເກັບລາຍຮັບເຂົ້າງົບປະມານ ເຊິ່ງໃນປີນີ້ການຂະຫຍາຍຕົວຂອງເສດຖະກິດກໍແມ່ນຢູ່ໃນລະດັບ 7.67% ລວມຍອດມູນຄ່າຜະລິດຕະພັນພາຍໃນ (GDP) ບັນລຸໄດ້ 4,082.23 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 9 ລ້ານກວ່າກີບ ຫຼື ເທົ່າກັບ 1,143 ໂດລາ. ໃນນັ້ນ, ກະສິກຳ – ປ່າໄມ້ ກວມເອົາ 41.30% ເພີ່ມຂຶ້ນ 4.80%, ອຸດສາຫະກຳ ກວມເອົາ 21.53% ເພີ່ມຂຶ້ນ 8.24% ແລະ ການບໍລິການ ກວມເອົາ 37.17% ເພີ່ມຂຶ້ນ 10%, ມູນຄ່າສົ່ງອອກສິນຄ້າ ປະຕິບັດໄດ້ 435.17 ຕື້ກີບ ປະຕິບັດໄດ້ລື່ນແຜນ 50% ( ຕາມແຜນ 271.35 ຕື້ກີບ ), ມູນຄ່າການນຳເຂົ້າ ປະຕິບັດໄດ້ 140.13 ຕື້ກີບ ເທົ່າກັບ 78.76%, ການຈັດເກັບລາຍຮັບເຂົ້າງົບປະມານ ປະຕິບັດໄດ້ 189.85 ຕື້ກີບ ເທົ່າກັບ 92.67% ຂອງແຜນການປີ ຖ້າທຽບໃສ່ແຜນດັດແກ້ລາຍຮັບງົບປະມານ ປະຕິບັດໄດ້ 87.31% ທຽບໃສ່ປີຜ່ານມາ ເທົ່າກັບ 110.29%. ໃນນັ້ນ, ລາຍຮັບພູດສູນກາງ ປະຕິບັດໄດ້ 53.53 ຕື້ກີບ ເທົ່າກັບ 82.44%, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 136.32 ຕື້ກີບ ເທົ່າກັບ 97.42% ຂອງແຜນປີ ແລະ ລາຍຈ່າຍປະຕິບັດໄດ້ 444.50 ຕື້ກີບ ເທົ່າກັບ 100.85% ຂອງແຜນປີ ຖ້າທຽບໃສ່ລາຍຈ່າຍດັດແກ້ ເທົ່າກັບ 95.82% ແລະ ທຽບໃສ່ປີຜ່ານມາ ເທົ່າກັບ 102.13%.


ພາບ ແລະ ຂ່າວ  : ຂ່າວເສດຖະກິດ-​ການ​ຄ້າ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.