Header Ads

ມອບ-ຮັບ ແລະ ເປີດນຳໃຊ້ຕຶກປິນປົວທົ່ວໄປ ຢູ່ໂຮງໝໍສູນກາງ 103 ກອງທັບ



ໂຄງການກໍ່ສ້າງຕຶກປິ່ນປົວ ທົ່ວໄປ 9 ຊັ້ນຢູ່ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ທີ່ ກອງທັບປົດປ່ອຍປະຊາຊົນຈີນ ໃຫ້ການຊ່ວຍເຫຼືອ ໄດ້ກໍ່ສ້າງຢ່າງ ຂຸ້ນຂ້ຽວໃນເນື້ອທີ່ທັງໝົດປະ ມານ 24.756 ມ2 ໂດຍປະກອບມີ: ຕຶກປິ່ນປົວພະຍາດລວມ, ຕຶກຊ່ຽວ ຊານຈີນ ແລະ ບັນດາສິ່ງອໍານວຍ ຄວາມສະດວກອື່ນໆທີ່ປະກອບ ຢູ່ນອກອາຄານ ລວມມູນຄ່າການ ກໍ່ສ້າງທັງໝົດ 197 ລ້ານຢວນ (ສະກຸນເງິນຈີນ) ມາຮອດປັດຈຸ ບັນໄດ້ສຳເລັດ ເຊິ່ງການສ້າງຕຶກ ປິ່ນປົວທົ່ວໄປໃນຄັ້ງນີ້ເປັນການ ຍົກລະດັບຄຸນະພາບ ໃນວຽກງານ ການແພດຂອງກອງທັບປະຊາ ຊົນ ລາວໃຫ້ມີປະສິດທິພາບສູງທຽບ ເທົ່າກັບສາກົນ ແລະ ພາກພື້ນ ພິທີມອບ-ຮັບໂຄງການຊ່ວຍ ເຫຼືອກໍ່ສ້າງຕຶກປິ່ນປົວທົ່ວໄປ 9 ຊັ້ນຢູ່ໂຮງໝໍ 103 ກອງ ທັບປະ ຊາຊົນລາວໄດ້ຈັດຂຶ້ນໃນວັນທີ 19 ມັງກອນນີ້, ຢູ່ທີ່ໂຮງໝໍ 103 ຝ່າຍລາວ ໂດຍການເປັນກຽດ ເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນ ປະເທດ, ຝ່າຍ ສປ ຈີນ ໂດຍການ ເປັນກຽດເຂົ້າຮ່ວມຂອງທ່ານ ພົນເອກ ທະຫານເຮືອ ແມວ ຫົວ ຄະນະກໍາມະການທະຫານສູນ ກາງ, ຫົວໜ້າກົມວຽກງານການ ເມືອງກອງທັບປົດປ່ອຍປະຊາ ຊົນຈີນ, ມີ ທ່ານ ຮອງລັດຖະມົນຕີ, ພ້ອມດ້ວຍຄະນະນໍາກະຊວງປ້ອງ ກັນປະເທດ ແລະ ແຂກທີ່ຖືກ ເຊີນເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ພົນຕີ ຫລີ ຊີງເຈ ຮອງຫົວໜ້າກົມຮັບປະກັນພະລາທິການຄະນະກໍາມະ ການທະຫານສູນກາງ ຕາງໜ້າ ໃຫ້ລັດຖະບານ ສປ ຈີນ ກໍຄືກອງ ທັບປົດປ່ອຍປະຊາຊົນຈີນ ໄດ້ ກ່າວມອບໂຄງການວ່າ:

 ໂຄງ ການຊ່ວຍເຫຼືອໂຮງໝໍ 103 ກອງ ທັບປະຊາຊົນລາວແມ່ນວິທີທາງ ທີ່ສໍາຄັນຂອງສອງກອງທັບ ລາວ-ຈີນໃນການຈັດຕັ້ງຜັນຂະ ຫຍາຍມະຕິຕົກລົງທີ່ເປັນເອກະ ພາບຮ່ວມກັນຂອງສອງການນໍາ ທັງສອງຝ່າຍທີ່ວ່າ: ສ້າງໃຫ້ ເປັນສິ່ງທີ່ມີຄວາມໜາຍທາງ ດ້ານຍຸດທະສາດເປັນໝາກຜົນ ຫລັກໝາຍບອກໃຫ້ຮູ້ເຖິງການ ຮ່ວມມືແລກປ່ຽນຂອງສອງກອງ ທັບ ຈະຕ້ອງໄດ້ມີການພັດທະນາ ຢ່າງຮອບດ້ານ ທັງເປັນການຕື່ນ ຕົວເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສົ່ງຜົນຢ່າງເລິກເຊິ່ງຖານບ້ານໃກ້ເຮືອນຄຽງທີດີຂອງສອງປະ ເທດ, ພວກເຮົາເຊື່ອໝັ້ນວ່າ ສອງ ກອງທັບ ລາວ-ຈີນຈະຖືເອົາການ ເປີດນໍາໃຊ້ຕຶກປິ່ນປົວພະຍາດ ລວມ ໂຮງໝໍ 103 ຫລັງນີ້ເປັນ ເວທີທີ່ສໍາຄັນທາງດ້ານການ ຮ່ວມມືຂອງສອງກອງທັບລາວ-ຈີນໃຫ້ນັບມື້ກ້າວສູ່ລວງເລິກ, ເສີມຂະຫຍາຍສາຍພົວພັນມິດ ຕະພາບອັນເປັນມູນເຊື້ອມາແຕ່ ດົນນານ, ສືບຕໍ່ຊຸກຍູ້ສົ່ງເສີມ ຄວາມສໍາພັນຂອງສອງພັກ ສອງ ລັດ ແລະ ສອງກອງທັບ ຈີນ-ລາວ ກ້າວສູ່ຈຸດເລີ່ມໃໝ່ໄດ້ຮັບໝາກຜົນອັນໃໝ່ ແລະ ສ້າງໂສມໜ້າ ອັນໃໝ່ໃຫຍ່ຫຼວງກວ່າເກົ່າ. 


ທ່ານ ພົນຈັດຕະວາ ຄໍາເພັດ ສີຊານົນ ຮອງຫົວໜ້າກົມໃຫຍ່ ພະລາທິການກອງທັບ ຕາງໜ້າ ໃຫ້ລັດຖະບານ ສປປ ລາວ ກໍຄື ກະຊວງປ້ອງກັນປະເທດ ໄດ້ຂຶ້ນ ຮັບໂຄງການດັ່ງກ່າວໂດຍໄດ້ ກ່າວວ່າ: ການສ້າງຕຶກປິ່ນປົວ ທົ່ວໄປໃນຄັ້ງນີ້ແມ່ນການປະ ກອບສ່ວນອັນສໍາຄັນເຂົ້າໃນການ ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ຊາດ, ສອງກອງທັບລາວ-ຈີນ ຕາມທິດ 4 ດີ ແລະ ທັງເປັນການ ຍົກລະດັບຄຸນະພາບໃນວຽກ ງານການແພດຂອງກອງທັບປະ ຊາຊົນລາວໃຫ້ມີປະສິດທິພາບ ສູງເທົ່າທຽບກັບສາກົນ ແລະ ພາກ ພື້ນ, ດັ່ງນັ້ນພວກຂ້າພະເຈົ້າຂໍ ຢືນຢັນວ່າ: ຈະປົກປັກຮັກສາ ແລະ ຊົມ ໃຊ້ຕຶກປິ່ນປົວທົ່ວໄປ 9 ຊັ້ນຢູ່ໂຮງໝໍ 103 ແລະ ວັດ ຖຸສິ່ງທີ່ທາງຝ່າຍຈີນສ້າງ ແລະ ປະກອບໃຫ້ນີ້ເປັນຢ່າງດີ. ທັງສອງຝ່າຍກໍໄດ້ເປີດປ້າຍ ນໍາໃຊ້ຕຶກປິ່ນປົວທົ່ວໄປ 9 ຊັ້ນ ຢູ່ໂຮງໝໍ 103 ຢ່າງເປັນທາງການ ເຊິ່ງຝ່າຍ ສປ ຈີນ ແມ່ນ ທ່ານ ພົນເອກ ທະຫານເຮືອ ແມວ ຫົວ ແລະ ຝ່າຍ ລາວ ແມ່ນ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍພະນັກງານທີ່ກ່ຽວ ຂ້ອງທັງສອງຝ່າຍທີ່ເຂົ້າຮ່ວມ ເປັນສັກຂີພະຍານ.
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.