Header Ads

ກະຊວງປ້ອງກັນປະເທດ ຣັດເຊຍ ມອບການຊ່ວຍເຫຼືອດ້ານເຕັກນິກການທະຫານ ໃຫ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ



ນສພ ກອງທັບ  : ຄະນະຜູ້ແທນກະຊວງປ້ອງ ກັນ ປະເທດ ແຫ່ງ ສ.ຣັດເຊຍ ນຳ ໂດຍທ່ານ ພົນຈັດຕະວາ ເຄິຊິມມົບ ສະກີ ອາເລັກຊານເດີ ອາເລັກຊານ ໂດວິດ ຫົວໜ້າກົມໃຫຍ່ຮ່ວມມື ສາກົນດ້ານການທະຫານ, ກະ ຊວງປ້ອງກັນປະເທດ ແຫ່ງ ສະ ຫະພັນຣັດເຊຍ ໄດ້ເດີນທາງມາ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 70 ປີ ຕາມຄໍາເຊີນ ຂອງກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ. ໃນວັນທີ 19 ມັງກອນ 2019 ນີ້ ທີ່ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ມີການພົບປະສອງ ຝ່າຍຢ່າງເປັນທາງການ,ຝ່າຍ ລາວນຳໂດຍ ທ່ານ ພົນຕີ ແອສະ ໄໝ ເລືອງວັນໄຊ ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງສປປ ລາວ ພ້ອມຄະນະ ແລະ ຝ່າຍ ຣັດເຊຍ ນຳໂດຍ ທ່ານ ພົນຈັດຕະວາ ເຄິຊິມມົບສະກີ ອາເລັກຊານເດີ ອາເລັກຊານໂດ ວິດ ຫົວໜ້າກົມໃຫຍ່ຮ່ວມມືສາ ກົນດ້ານການທະຫານ, ກະຊວງ ປ້ອງກັນປະເທດ ແຫ່ງ ສະຫະພັນ ຣັດເຊຍ ພ້ອມຄະນະ ແລະ ມີພະ ນັກງານວິຊາການຂອງທັງສອງ ຝ່າຍເຂົ້າຮ່ວມ.

ໃນການພົບປະຄັ້ງນີ້ ທັງສອງ ຝ່າຍຕ່າງກໍໄດ້ທົບທວນຄືນຜົນ ຂອງການພົວພັນຮ່ວມມືຊ່ວຍ ເຫຼືອ ເຊິ່ງກັນ ແລະ ກັນ ລະຫ່ວາງ ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໃນໄລຍະຜ່ານມາ ເຊິ່ງທັງສອງຝ່າຍເຫັນພ້ອມກັນ ວ່າ: ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມູນເຊື້ອມາແຕ່ດົນນານ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຣັດເຊຍ, ຣັດເຊຍ-ລາວ ໄດ້ມີການພັດທະ ນາ ແລະ ສືບຕໍ່ຂະຫຍາຍຕົວຢ່າງ ໜັກແໜ້ນ ໂດຍສະເພາະໃນຂົງ ເຂດການທະຫານກໍໄດ້ມີການສືບ ຕໍ່ພົວພັນຮ່ວມມືກັນຫຼາຍຂຶ້ນ, ເປັນຕົ້ນແມ່ນການແລກປ່ຽນຄະ ນະຜູ້ແທນນໍາກັນໃນຫຼາຍລະດັບ, ນັບແຕ່ຂັ້ນລັດຖະມົນຕີລົງຮອດ ຂັ້ນວິຊາການເຫຼົ່າຮົບວິຊາສະ ເພາະ; ການຮ່ວມມືດ້ານຄວາມ ໝັ້ນຄົງ, ການຮ່ວມມືໃນຂົງເຂດວຽກງານເກັບກູ້ລະເບີດເພື່ອມະ ນຸດສະທຳ, ພິເສດແມ່ນລັດຖະ ບານ ກໍຄືກະຊວງປ້ອງກັນປະເທດ ສ.ຣັດເຊຍໄດ້ໃຫ້ການຊ່ວຍເຫຼືອໃນການກໍ່ສ້າງຊັບພະຍາ ກອນມະນຸດ, ພາຫະນະເຕັກນິກ ທາງດ້ານການ ທະຫານ ແລະ ການນຳເອົາໜ່ວຍງານເກັບກູ້ລະເບີດສາກົນຂອງກຳລັງປະກອບ ອາວຸດແຫ່ງ ສ.ຣັດເຊຍ ມາຊ່ວຍ ກວດກູ້ລະເບີດທີ່ຕົກຄ້າງ ຢູ່ເມືອງ ຄຳເກີດ ແຂວງບໍລິຄໍາໄຊ.

ການ ຊ່ວຍເຫຼືອດັ່ງກ່າວນີ້ ມັນເປັນການ ປະກອບສ່ວນທີ່ສໍາຄັນເຂົ້າໃນ ການປັບປຸງກໍ່ສ້າງກອງທັບປະ ຊາຊົນລາວ ໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝ ເພື່ອຮັບປະກັນ ເຮັດສຳເລັດໜ້າທີ່ໃນການປົກປັກ ຮັກສາເອກະລາດ, ອຳນາດອະທິ ປະໄຕຂອງ ສປປ ລາວ. ໃນໂອກາດທີ່ຄະນະຜູ້ແທນ ກະຊວງປ້ອງກັນປະເທດ ແຫ່ງ ສ.ຣັດເຊຍ ເດີນທາງມາເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ນີ້, ຄະນະຜູ້ແທນດັ່ງກ່າວ ຍັງໄດ້ເຂົ້າຮ່ວມພິທີເປີດຫ້ອງ ການຜູ້ຕາງໜ້າກະຊວງປ້ອງກັນ ປະເທດແຫ່ງ ສ. ຣັດເຊຍ ປະຈໍາ ສປປ ລາວ, ເຂົ້າຮ່ວມພິທີມອບ-ຮັບການຊ່ວຍເຫຼືອດ້ານເຕັກນິກ ການທະຫານຈາກກະຊວງປ້ອງ ກັນປະເທດແຫ່ງ ສ.ຣັດເຊຍ ໃຫ້ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໃນໂອກາດວັນສ້າງ ຕັ້ງກອງທັບປະຊາຊົນລາວ ຄົບ ຮອບ 70 ປີ. ພ້ອມນີ້ຄະນະຜູ້ແທນ ກະຊວງປ້ອງກັນປະເທດແຫ່ງ ສ.ຣັດເຊຍ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ອີກດ້ວຍ.


ພາບ-ຂ່າວ: ນສພ ກອງທັບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.