Header Ads

ສ່ອງພາບ ລູກນໍ້າ ທິດາ​ລັດ ຟ້ອນບວງສວງກັບ 10,000 ຄົນ ໃນສາກໃຫຍ່ຂອງຮູບເງົາເລື່ອງ "ບັງເອີນຮັກ ຂ້ອຍຮັກເຈົ້າ”


​​
ນີ້ແມ່ນອີກຜົນງານໜຶ່ງຜົນງານຂອງ ສາວຫຼາກຫຼາຍ ຄວາມສາມາດ  “ລູກນໍ້າ ທິດາ​ລັດ”  ແລະ ກໍາລັງເປັນທີ່ເວົ້າເຖິງກັນທີ່ສຸດກັບ ຮູບເງົາເລື່ອງ"ບັງເອີນຮັກ ຂ້ອຍຮັກເຈົ້າ” ໂດຍມີ ລູກນໍ້າ ທິດາ​ລັດ ນໍາສະແດງເປັນນາງເອກຂອງເລື່ອງ ເຊິ່ງເປັນຮູບເງົາຣ່ວມມືລະຫວ່າງລາວ-ໄທ ທີ່ໄດ້ທີການເປີດກ້ອງຖ່າຍໃນວັນທີ 21 ທັນວາ 2018 ທີ່ຜ່ານມາທີ່ ແຂວງ ອຸດອນທານີ ປະເທດໄທ ແລະ ລ່າສຸດກໍາລັງເລັ່ງຖ່າຍທໍາສາກໃຫຍ່ຂອງເລື່ອງ ທີ່ເປັນສາດການຟ້ອນບວງສວງ ສົມເດັດກົມຫຼວງປະຈັກ ໃນງານຟ້ອນ ສະດຸດີກົມຫຼວງປະຈັກ ຄົບຮອບການສ້າງຕັ້ງແຂວງ ອຸດອນທານີ ຄົບຮອບ 126 ປີ ຮ່ວມກັບຄົນເປັນ 10,000 ຄົນ ເຊິ່ງເປັນ​ສາກ​ໜຶ່ງຂອງຮູບເງົາເລື່ອງ "ບັງເອີນຮັກ ຂ້ອຍຮັກເຈົ້າ” ທີ່ຕ້ອງບອກວ່າມີຄວາມງົດງາມ ແລະ ອະລັງການງານສ້າງ. 






ສໍາລັບ ຮູບເງົາເລື່ອງ ບັງເອີນຮັກ ຂ້ອຍຮັກເຈົ້າ ນອກຈາກຈະມີ ລູກນໍ້າ ມາເປັນນັກສະແດງນຳແລ້ວ ຍັງມີນັກສະແດງຈາກຝັ່ງໄທເປັນຕົ້ນແມjນ : ສົນ ເດິສະຕາ, ແຄນດີ້ ຣາກແກ່ນ  ແລະ ນັກສະແດງຈາກຝັ່ງລາວອີກເຊັ່ານ:  ສຸນິຕາ ໄຊຊະນະ, ຮັນນາ ເຣເຊັນບູນ, ເຕົ໋າ ຈັນທະວົງ, ພັນນໍລິນ ພິຈິດ, ວົງວິຈິດ ພັນດານຸວົງ, ສິລິຍາກອນ ສົມມະນີວົງ ແລະ ນັກສະແດງອື່ນໆອີກຫຼາຍຄົນ ໂດຍ ຮູບເງົາເລື່ອງນີ້ມີຕາຕະລາງຈະເຂົ້າສາຍໃນເດືອນ 2019 ນີ້. 









ທີ່ມາ: Louknum Vongsili 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.