Header Ads

Masazo Nonaka ພໍ່ເຖົ້າຊາວຢີ່ປຸ່ນທີ່ອາຍຸຍືນທີ່ສຸດໃນໂລກ ເສຍຊີວິດແລ້ວ ດ້ວຍສະຖິຕີ 113 ປີ



ພໍ່ເຖົ້າທີ່ “ Masazo Nonaka” ຊາວຢີ່ປຸ່ນ ຜູ້ທີ່ອາຍຸຍືນທີ່ສຸດໃນໂລກ ເສຍຊີວິດແລ້ວ ທີ່ບ້ານເກິດຂອງພໍ່ເຖົ້າທີ່ ຮອກໄກໂດ ປະເທດຢີ່ປຸ່ນ ດ້ວຍສະຖິຕີ 113 ປີ  ເຊິ່ງເຫດການເສຍຊີວິດແມ່ນຈາກການແກ່ຊາລາ. ຂໍ້ມູນລະບຸວ່າ ພໍ່ເຖົ້າທີ່  Masazo Nonaka ເກີດໃນວັນທີ 25 ມັງກອນ 1905  ເຊິ່ງເກີດໃນຄົວຄອບທີ່ເປັນເຈົ້າຂອງກິດຈະການໂຮງແຮມ Hot Springs Inn ແລະ ປັດຈຸບັນແມ່ນຫຼານໆເປັນຜູ້ສຶບທອດກິດຈະການ.




ອິງຕາມການລາຍງານຂ່າວຂອງສໍານັກຂ່າວຢີ່ປຸ່ນລະບຸວ່າ ພໍ່ເຖົ້າ Masazo Nonaka ມັກກິນອາຫານບໍ່ຫວານ, ມັກເບິ່ງແຂ່ງຊູໂມ້, ມັກອ່ານໜັງສື ແລະ ມັກແຊ່ນໍ້າຮ້ອນອາທິດລະຄັ້ງ ເຊິ່ງໃນແຫຼ່ງຂ່າວບັງບອກຕື່ມວ່າ ພໍ່ຕູ້ໃຊ້ຊີວິດຢ່າງມີຄວາມສຸກ ແລະ ຢູ່ແບບລຽບງ່າຍກັບຄອບຄົວໂດຍບໍ່ມີຄວາມຄຽດ ຈິ່ງເຮັດໃຫ້ພໍ່ຕູ້ມີອາຍຸຍືນເຖິງ 113 ປີ ກວ່າພີ່ນ້ອງທັງ 7 ຄົນ, ເມຍ ແລະ ລູກໆອິກ 3 ຄົນ ທີ່ເສຍຊິວິດກ່ອນພໍ່ຕູ້ເສຍອີກ.




ພໍ່ເຖົ້າທີ່  Masazo Nonaka ໄດ້ຮັບລາງວັນ Guinness World Records ໃນເດືອນເມສາ 2018 ວ່າເປັນບຸກຄົນທີ່ອາຍຸຍືນທີ່ສຸດໃນໂລກດ້ວຍອາຍຸ 122 ປີ ແລະ 259 ວັນ.​ ຂໍ້ມູນຈາກເວບໄຊ Lancet ລາຍງານເພີ່ມເຕີມວ່າປະເທດຢິ່ປຸ່ນ ມີປະຊາກອນທີ່ອາຍຸຍືນທີ່ສຸດໃນໂລກ ໂດຍມີຄ່າສະເລ່ຍທີ່ 85.8 ປີ.  



© ໂຕະນໍ້າຊາ | tonamcha.com
___________


Powered by Blogger.