Header Ads

ຄວາມເປັນມາງານມະຫາກຳບຸນຊ້າງແຂວງໄຊຍະບູລີ


ດິນແດນແຂວງໄຊຍະບູລີຕັ້ງຢູ່ພາກເໜືອຂອງສາທາລະນະລັດປະຊາທິປະໄຕປະຊາຊົນລາວ ແລະ ຕັ້ງຢູ່ຝັງຂວາຂອງແມ່ນ້ຳຂອງ, ມີດິນຕໍ່ແຜນຕິດກັບ 6 ຈັງຫວັດລາດຊະອານາຈັກໄທ, ມິຄວາມຍາວ 647 ກິໂລແມັດເຊັ່ນ: ຈັງຫວັດຊຽງລາຍ, ພະເຍົາ, ນ່ານ, ອຸຕະລະດິດ, ພິສະນຸໂລກ ແລະ ຈັງຫວັດເລີຍ, ປະກອບມີ 11 ເມືອງຄື: ເມືອງຄອບ, ເມືອງຊຽງຮ່ອນ, ເມືອງເງິນ, ເມືອງຫົງສາ, ເມືອງໄຊຍະບູລີ, ໄຊສະຖານ, ເມືອງພຽງ, ປາກລາຍ, ທົ່ງມີໄຊ, ແກ່ນທ້າວ ແລະ ເມືອງບໍ່ແຕນ, ມີທັງໝົດ 433 ບ້ານ, ມີ 77.114 ຄອບຄົວ, ມີພົນລະເມືອງ 396.529 ຄົນ, ຍິງ 195.691 ຄົນ, ໃນນີ້ມີຄອບຄົວທຸກຍາກ 1,202 ຄອບຄົວ, ເທົ່າກັບ 1,6% ບ້ານທຸກຍາກ 12 ບ້ານ, ກວມເອົາ 2,78% ແລະ ເມືອງທຸກຍາກມີ 1 ເມືອງ.



ແຂວງໄຊຍະບູລີເປັນແຂວງທີ່ມີທິວທັດທຳມະຊາດ ແລະ ວັດທະນະທຳບັນດາເຜົ່າຫຼາກຫຼາຍສີສັນເໜືອນດັ່ງດອກໄມ້ຫຼາຍສີທີ່ເກີດຢູ່ຮ່ວມຕົ້ນດຽວກັນຄືດັ່ງ 8 ເຜົ່າທີ່ດຳລົງຊີວິດຢູ່ຮ່ວມກັນດ້ວຍຄວາມສຸກ, ສາມັກຄີປອງດອງຊ່ວຍເຫຼືອເຊິ່ງກັນ ແລະ ກັນເຊັ່ນ: ເຜົ່າລາວ, ເຜົ່າມົ້ງ, ອີ່ວມຽນ, ໄຕດຳ, ລື້, ຍວນ, ໄປຼ່ ແລະ ເຜົ່າກຼືມມຸ ທີ່ນອນຢູ່ໃນ 49 ຊົນເຜົ່າໃນທົ່ວປະເທດ ແລະ ແຕ່ລະເຜົ່າລ້ວນແຕ່ມີເອກະລັກສະເພາະຂອງໃຜລາວ, ພ້ອມນີ້ຍັງມີມູນເຊື້ອດຸໜັ່ນຂະຫຍັນພຽນໃນການອອກແຮງງານ, ຜະລິດກະສິກຳເປັນສິນຄ້າ, ບົນພື້ນຖານນະໂຍບາຍຂອງພັກ, ຕິດພັນກັບການອານຸລັກຮັກສາຮິດຄອງປະເພນີອັນດີງາມຂອງຊາດ, ຂອງທ້ອງຖິ່ນກໍ່ຄືຂອງເຜົ່າດັຫ່ງຄຳຂັວນທີ່ວ່າ: ໄຊຍະບູລີດິນແດນຍາວສຸດຫຼາ ດ່ານໜ້າທີ່ແຂງແກ່ນ ແດນພູເຂົາແຫ່ງຄຳຂຽວ ຊ້າງຄຳຮູ້ພູໄຟດອກຝ້າຍຈັນ ວັດທະນະທຳເຜົ່າຫຼາຍສິສັນ ພະລັງດັນສູ່ຄວາມັ່ງຄັ່ງ, ນອກຈາກນີ້ແລ້ວແຂວງໄຊຍະບູລີຍັງອຸດົມສົມບູນໄປດ້ວຍພູຜາປ່າໄມ້ທີ່ຕຶບໜາ, ມີນ້ຳຕົກຕາດ, ວັດວາອາຮາມ, ປູສະນິຍະສະຖານ, ສະຖານທີ່ປະຫວັດສາດ ແລະ ວັດທະນະທຳຂອງເຜົ່າທີ່ມີຄວາມສວຍງາມແຕກຕ່າງກັນ, ເມື່ອເຫັນແລ້ວກໍ່ມີຄວາມປະທັບໃຈຍາກທີ່ຈະລືມ, ທັງໝົດເລົ່ານີ້ໄດ້ເປັນທ່າແຮງທີ່ດຶງດູດເອົາແຂກທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ອງທ່ຽວຢູ່ແຂວງໄຊຍະບູລີນັບມື້້ນັບເພີ່ມຂຶ້ນ.



ເມື່ອຫຼາຍພັນປີຜ່ານມາຊ້າງໄດ້ຕິດພັນກັບວິຖີຊີວິດ ແລະ ກິດຈະວັດຂອງປະຊາຊົນລາວເຮົາ, ຊ້າງໄດ້ເປັນພາຫະນະນຳໃຊ້ເຂົ້າໃນການຕໍ່ສູ້ສະໄໝສົງຄາມ, ຕ້ານການຮຸກຮານຈາກພາຍນອກ, ເພື່ອປົກປ້ອງປີຕຸພູມທີ່ແສນຮັກຂອງຕົນ, ນອກຈາກນັ້ນຊ້າງຍັງໄດ້ນຳໃຊ້ເຂົ້າໃນການເຄື່ອນໄຫວດຳລົງຊີວິດປະຈຳວັນການທຳມາຫາກິນຂອງປະຊາຊົນລາວບັນດາເຜົ່າ, ດ້ວຍເຫດນີ້ນຈື່ງເວົ້າໄດ້ວ່າ ຊ້າງເປັນສັດທີ່ມີຄຸນປະໂຫຍດ, ມີຄຸນຄ່າຢ່າງຫຼວງຫຼາຍຕໍ່ຄົນລາວ ແລະ ສັງຄົມຕະຫຼອດມາ, ຍ້ອນແນວນັ້ນເພື່ອເຮັດໃຫ້ທົ່ວສັງຄົມມະນຸດເຮົາຫັນມາໃສຄວາມສົນໃຈ, ມີສ່ວນຮ່ວມໃນການອານຸລັກປົກປັກຮັກສາຊ້າງຢູ່ໃນໂລກ, ເວົ້າລວມເວົ້າສະເພາະແມ່ນຢູ່ ສປປ ລາວ ໃຫ້ມີໂອກາດຄົງຕົວ ແລະ ຂະຫຍາຍຕົວຄົງຢູ່ຄູ່ກັຍມວນມະນຸດເຮົາໄປນານແສນານ, ແຂວງໄຊຍະບູລີຈຶ່ງໄດ້ຖືເອົາມະຫາກຳບຸນຊ້າງເປັນບຸນປະເພນີ ແລະ ຈັດຂຶ້ນຢ່າງຄຶກຄື້ນ, ມ່ວນຊຶ່ນໃນທຸກໆປີຂອງໄລຍະກາງເດືອນກຸມພາ, ໂດຍໄດ້ມີການຜັດປ່ຽນໜູນວຽນກັນຈັດຂຶ້ນຢູ່ 3 ເມືອງຄື: ເມືອງຫົງສາ, ເມືອງປາກລາຍ, ເມືອງໄຊຍະບູລີ, ການຈັດງານມະຫາກຳບຸນຊ້າງຄັ້ງທຳອິດຂອງແຂວງໄຊຍະບູລີແມ່ນໄດ້ຈັດຂຶ້ນຢູ່ບ້ານວຽງແກ້ວເມືອງຫົງສາປີ 2007 ຄັ້ງນັ້ນແມ່ນຈັດຂຶ້ນໃນລະດັບຂັ້ນບ້ານ, ແຕ່ກໍ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ, ຍ້ອນແນວນັ້ນຈຶ່ງໄດ້ຍົກລະດັບຂຶ້ນມາເປັນຂັ້ນເມືອງໃນປີ 2008 ຄັ້ງນີ້ເປັນຄັ້ງທີ2 ທີ່ເມືອງປາກລາຍ, ຄັ້ງທີ3 ປີ 2009 ຈັດຂຶ້ນຢູ່ໃນລະດັບຂັ້ນແຂວງ, ມາປີ 2010 ຈັດຂຶ້ນທີ່ເມືອງຫົງສາເປັນຄັ້ງທີ4 ແລະ ປີ2011 ຈັດຂຶ້ນຢູ່ເມືອງໄຊຍະບູລີກໍ່ຄືແຂວງໄຊຍະບູລີເປັນຄັ້ງທີ5 ເຫັນວ່າຈຳນວນນັກທ່ອງທ່ຽວທີ່ເຂົ້າມາທ່ຽວງານດັ່ງກ່າວກໍ່ເພີ່ມຂຶ້ນເປັນຈຳນວນຫຼວງຫຼາຍ ເພາະວ່າຢູ່ໃນງານແຕ່ລະປີໄດ້ມີຊ້າງເຂົ້າຮ່ວມບໍ່ຫຼຸດ 50 ໂຕ, ພ້ອມດຽວກັນນີ້ຢູ່ໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳທີ່ສ້າງສີສັນຄວາມປະທັບໃຈໃຫ້ກັບຜູ້ທີ່ມາທ່ຽວຊົມເຊັ່ນ: 



ການເປີດງານຕະຫຼາດນັດວາງສະແດງຈຳໜ່າຍສິນຄ້າທີ່ເປັນຜະລິດຕະພັນຂອງລາວ, ຂອງທ້ອງຖິ່ນ ແລະ ຕ່າງປະເທດ, ການສະແດງສີລະປະວັນນະຄະດີ, ມີຂະບວນແຮ່ຊ້າງອອກເສິກ, ຂະບວນຊ້າງລຳລຽງຍຸດໂທປະກອນ, ລຳລຽງສະບຽບອາຫານ, ຊ້າງນຳທ່ຽວ, ຂະບວນຊ້າງນ້ອຍຄຳຮູ້, ຄັດເລືອກຊ້າງງາມປະຈຳປີ, ບາສີສູ່ຂັວນຊ້າງ, ບຸບເຟຊ້າງ, ສາທິດການໃຊ້ແຮງງານຊ້າງ, ເອົາຊ້າງອາບນໍ້າ, ປະກວດຊ້າງງາມ, ບໍລິການຂີ່ຊ້າງ, ສີ່ງທີ່ຂາດບໍ່ໄດ້ແມ່ນການສະແດງຊ້າງນ້ອຍຄຳຮູ້ ແລະ ກິດຈະກຳອື່ນໆອີກຢ່າງຫຼວງຫຼາຍ, ທັງໝົດນັ້ນໄດ້ສ້າງຄວາມປະທັບໃຈໃຫ້ບັນດາທ່ານຜູ້ທີ່ມາທ່ຽວໃນງານມະຫາກຳບຸນຊ້າງທີ່ແຂວງໄຊຍະບູລີຢ່າງບໍ່ມີວັນລືມ, ສຳລັບປີ 2019 ນີ້ງານມະຫາກຳບຸນຊ້າງແຂວງໄຊຍະບູລີຄັ້ງທີ XIII ຈະຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ແຕ່ເລີ່ມເປີດທ່ຽວຊົມ ສິນຄ້າ ອື່ນໆ ທີ່ມາວາງຂາຍແມ່ນເລີ່ມແຕ່ວັນທີ 20 ກຸມພາ 2019 ດັ່ງນັ້ນຈື່ງຂໍເຊີນຊວນບັນດາທ່ານຈົງໄດ້ມາທ່ຽວຊົມງານມະຫາກຳບຸນຊ້າງແຂວງໄຊຍພະບູລີແລ້ວບັນດາທ່ານຈະມີຄວາມຕື່ນຕາຕື່ນໃຈ, ຢ່າງບໍ່ມີວັນລືມສະເພາະງານຊ້າງປີນີ້ຈະມີຊ້າງເຂົ້າຮ່ວມ 70 ໂຕ, ກົງກັບວັນສ້າງຕັ້ງກອງທັບປະຊາຊົນລາວຄົບ 70 ປີ. 


ຂ່າວ: ບຸນທີ (Exploring Sayaboury)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.