Header Ads

ເຈາະອຸໂມງທາງລົດໄຟລາວ-ຈີນສໍາເລັດແລ້ວ 49 ອຸໂມງ ມີຄວາມຄືບໜ້າປະມານ 31,35% ຂອງແຜນການປະຈໍາປີ


ກອງ​ປະຊຸ​ມຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທາງ​ລົດ​​ໄຟ​ແຕ່ຊາ​ຍ​ແດນ​ລາວ-ຈີນ ຫາ ນະຄອນຫຼວງ​ວຽງ​ຈັນ ​ໄດ້​ຈັດ​ຂື້ນ​​ໃນ​ວັນ​ທີ 19 ກໍລະກົດ 2017 ທີ ຫ້ອງ​ປະຊຸມ​ໃຫຍ່​ກະຊວງ ​ໂຍທາ​ທິການ ​ແລ​ະ ຂົນ​ສົ່ງ ​ໂດຍ​ການ​ເປັນ​ປະ​ທ່ານ​ຂອງ​ທ່ານ ປອ ບຸນ​ຈັນ​ ສິນ​ທະ​ວົງ ລັດຖະມົນຕີ ກະຊວງ ​ໂຍທາ​ທິການ​ ແລະ ຂົນ​ສົ່ງ, ຫົວໜ້າຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທາງ​ລົດ​​​ໄຟ ລາວ-ຈີນ; ​ໂດຍ​ມີ ບັນດາ​ທ່ານ​ຮອງ​ລັດຖະມັນ​ຕີ​ຈາກ​ພາກສ່ວນ​ທີ່​ກ່ຽວຂ້ອງ, ບັນດາ​ທ່ານ​ຄະນະ​ຊີ້​ນຳ​ໂຄງການ​ກໍ່ສ້າງ​ທາງ​ລົດ​ໄຟ ລາວ-ຈີ​ນ, ບັນດາ​ທ່ານ​ຮອງ​ເຈົ້າ​ແຂວງ ທັງ 4 ​ແຂວງ ​ແລະ ທ່ານ​ຮອງ​ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ, ບັນດາທ່ານ​ຫົວໜ້າ​ກົມ, ຫ້ອງການກະຊວງ ຍທຂ ​ແລະ ທ່ານ​ຫົວໜ້າ​ຫ້ອງການ​ປະສານ​ງານ​ຂັ້ນ​ແຂວງ ​ແລະ ນະຄອນຫຼວງ ​ເຂົ້າ​ຮ່ວມ.


ກອງປະຊຸມໄດ້ຮັບຟັງບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟແຕ່ຊາຍແດນລາວ-ຈີນ ຫາ ນະຄອນຫລວງວຽງຈັນ ນັບແຕ່ວັນທີ 10/5/2017 ຫາ 10/6/2017 ແລະ ສະ​ເໜີແຜນການເດືອນ 7/2017, ​ໂດຍ​ແມ່ນ​ທ່ານ ລັດຕະນະມະນີ ຄູນນິວົງ, ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຫົວໜ້າຄະນະຄຸ້ມຄອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ​ໄດ້ລາຍ​ງານ​ຕໍ່​ກອງ​ປະຊຸມ​.


ມາ​ຮອດ​ປະຈຸ​ບັນບໍລິສັດຮັບເໝົາກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ໄດ້ມີການຕັ້ງແຄມສຳ​ເລັດ​ແລ້ວ 88 ​ແຫ່ງ, ​ແຄມທີ່ປຶກສາໂຄງການ 12 ແຫ່ງ, ລວມ 100 ແຫ່ງ; ກໍ່ສ້າງທາງຊອຍ ເພື່ອເຂົ້າຫາສະຖານທີ່ກໍ່ສ້າງໄດ້ 657.9 ກມ, ຂົວ 2,342 ມ; ຕິດຕັ້ງສາຍສົ່ງໄຟຟ້າໄດ້ 360.2 ກມ ແລະ ຕິດຕັ້ງໝໍ້ແປງໄຟໄດ້ 172 ໜ່ວຍ; ກໍ່ສ້າງລະບົບນ້ຳປະປາ ເພື່ອເຂົ້າຫາແຄ່ມ ແລະ ສະຖານທີ່ກໍ່ສ້າງໄດ້ 77 ກມ.





ເຈາະອຸໂມງໄດ້ 49 ອຸໂມງ, ຊຶ່ງ​ປະກອບ​ມີ 101 ຈຸດກໍ່ສ້າງ: ລວມຄວາມຍາວທັງ​ໝົດໄດ້ 5,835.6 ມ, ຊີເຈາະເສົາຂົວໄດ້ 268 ເສົາ ລວມຍາວ 7,304.2 ມ; ຕິດຕັ້ງໂຮງໂມ້ຊີມັງ ສຳເລັດ 14 ແຫ່ງ, ຫ້ອງທົດລອງ 18 ແຫ່ງ; ໂດຍລວມເຫັນວ່າມີຄວາມຄືບໜ້າປະມານ 31,35% ຂອງແຜນການປີ.­






ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ/www.mpwt.gov.la 
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.