Header Ads

ຮອງປະທານປະເທດ ສຳເລັດການຢ້ຽມຢາມສັນ ຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ



ອີງຕາມການລາຍລາຍຂ່າວຂອງ ສໍານັກຂ່າວສານປະເທດລາວວ່າ :   ຄະນະຜູ້ແທນຂັ້ນສູງ​ແຫ່ງ ສປປ ລາວ ນຳໂດຍສະຫາຍ ພັນຄຳ ວິພາວັນ ກຳມະການ ກົມການເມືອງ ສູນກາງພັກ, ຜູ້ປະຈຳການຄະ​ນະ ເລຂາທິການສູນກາງພັກ, ຮອງປະທານປະເທດແຫ່ງ ສປປ ລາວ ໄດ້ສຳ​ເລັດການຢ້ຽມ​ຢາມ ສສ ຫວຽດນາມ ເພື່ອຮ່ວມງານສະເຫລີມສະຫລອງ ສອງວັນປະຫວັດສາດ ການພົວ ພັນຮ່ວມມື ລາວ-ຫວຽດນາມ ຄື ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ (18/7/1977-18/7/2017) ແລະ ວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 55 ປີ (5/9/1962-5/9/2017) ແລະ ສຳ​ເລັດ​ການຢ້ຽມຢາມ ສັນຖະວະໄມຕີ ສສ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 17-19/7/2017  


ໃນໄລຍະເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ເປັນເວລາ 3 ວັນນັ້ນ ສະຫາຍ ພັນຄຳ ວິພາວັນ ພ້ອມ​ຄະ​ນະ ໄດ້ເຂົ້າຮ່ວມງານໂຮມຊຸມນຸມ ສະເຫລີມສະຫລອງ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 55 ປີ, ຮ່ວມເປີດ​ງານວາງສະແດງ​ຮູບ​ພາບ ສາຍພົວພັນອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ຢ້ຽມຄໍານັບສະຫາຍ ຫງວຽນ ຟູ ຈ້ອງ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ, ຢ້ຽມຄໍານັບ ສະຫາຍ ເຈິ່ນ ດ້າຍ ກວາງ ປະທານປະ​ເທດ, ຢ້ຽມຢາມ ສະຫາຍ ນາງ ຫງວຽນ ທິ ກິມ ເງິນ ປະທານສະພາແຫ່ງຊາດ, ສະຫາຍ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ ​ແຫ່ງ ສສ ຫວຽດນາມ ແລະ ໄດ້ເປັນກຽດປະດັບຫລຽນຄໍາແຫ່ງຊາດ ແຫ່ງ ສປປ ລາວ ແລະ ຫລຽນ​ໄຊ​ອິດ​ສະ​ຫລະ​ຊັ້ນ I ​ໃຫ້​ແ​ກ່​ບັນ​ດາ​ສະ​ຫາຍ​ຫວຽດ​ນາມ ​ທີ່ມີຜົນງານອັນໃຫຍ່ຫລວງ, ມີຄຸນງາມຄວາມດີຕໍ່ ສປປ ລາວ, ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສຳຄັນ ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

​ໂອກາດ​ນີ້, ການນຳຂັ້ນສູງຂອງສອງພັກ, ສອງລັດ ໄດ້ຕີລາຄາສູງ ແລະ ມີຄວາມພາກພູມໃຈ ເຖິງ​ແມ່ນ​ວ່າສະພາບການ ໃນພາກພື້ນ ແລະ ສາກົນ ມີການ​ຜັນແປ ຢ່າງສະຫລັບຊັບຊ້ອນ, ແຕ່ການພົວພັນມິດຕະ ພາບ ຄວາມ​ສາມັກຄີພິເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ ລາວ-ຫວຽດນາມ ຍັງສືບຕໍ່ໄດ້ຮັບການ​ເສີມຂະຫຍາຍ ທັງລວງກວ້າງ ແລະ ລວງເລິກ, ການພົວພັນດ້ານການເມືອງ ສືບຕໍ່ໄດ້ມີຄວາມເລິກເຊິ່ງ, ໄດ້ຢືນຢັນຄືນ ກ່ຽວກັບການຈະຮ່ວມມື ສືບຕໍ່ເສີມຂະຫຍາຍ ສາຍພົວພັນພິເສດ ທີ່ປະທານໂຮ່ຈິມິງ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ທີ່ເຄົາລົບຮັກ ໄດ້ສ້າງ ແລະ ຖະນຸຖະໜອມມານັ້ນ ໃຫ້ນັບມື້ແຕກດອກອອກຜົນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ, ສືບຕໍ່ສຶກສາອົບຮົມ ປະຊາຊົນສອງຊາດ, ພິເສດ ແມ່ນຄົນຮຸ່ນໜຸ່ມໃຫ້ຮູ້ ກ່ຽວກັບ​ມູນເຊື້ອຄວາມສາມັກຄີ ລາວ-ຫວຽດນາມ ຖືເປັນຄວາມຮັບຜິດຊອບຂອງກັນ ໃນການປົກປັກຮັກສາ ຕໍ່ຜົນປະໂຫຍດຂອງຊາດ ກໍຄື ເພື່ອສັນຕິພາບທິດຕະພາບ ແລະ ການຮ່ວມມື ຕະ​ຫລອດ​ໄປ.

ຂ່າວ-ພາບ: ອ່າຍຄຳ/ສໍານັກຂ່າວສານປະເທດລາວ 
© ໂຕະນໍ້າຊາ | tonamcha.com     
___________

Powered by Blogger.