Header Ads

ປະຊາຊົນ​ບ້ານ​ນາ​ຍາງ ຫລຸດ​ພົ້ນຄວາມທຸກ​ຍາກ​ໂດຍ​ພື້ນຖານ ໂດຍສະເລ່ຍລາຍຮັບ GDP ໄດ້ 17.000.000 ກີບ /ຄົນ/ປີ


ອີງຕາມການລາຍງານຂ່າວຂອງ ຂປລ ວ່າ: ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ ແມ່ນບ້ານໜຶ່ງທີ່ມີເງື່ອນໄຂ ສະດວກໃນການ ທຳການຜະລິດປູກຝັງ, ລ້ຽງສັດ. ຕະຫລອດໄລຍະ ທີ່ຜ່ານມາ ພັກ-ລັດຖະບານ ກໍຄືອຳນາດການ ປົກຄອງທຸກຂັ້ນ ຂອງແຂວງດັ່ງກ່າວ ໄດ້ສົ່ງເສີມປະຊາຊົນ ທຳການຜະລິດ  ເປັນສິນຄ້າ ສົ່ງຜົນເຮັດໃຫ້ມາຮອດ ປັດຈຸບັນ ປະຊາຊົນບ້ານນີ້ ສາມາດບຸກບືນກ້າວ ສູ່ການຫລຸດພົ້ນອອກຈາກ ຄວາມທຸກຍາກໄດ້ ໂດຍພື້ນຖານແລ້ວ, ໂດຍສະເລ່ຍລາຍຮັບ GDP ໄດ້ 17.000.000 ກີບ /ຄົນ/ປີ.

ຕາມການໃຫ້ຮູ້ຂອງທ່ານ ຂັນຄຳ ອຸທິດວົງໄຊ ນາຍບ້ານໆນາຍາງ ເມື່ອມໍ່ໆມານີ້ວ່າ: ອາຊີບຕົ້ນຕໍ ຂອງປະຊາຊົນບ້ານຕົນ ສ່ວນໃຫຍ່ ແມ່ນເຮັດນາ, ສຳຮອງ ແມ່ນລ້ຽງສັດ ແລະ ຫັດຖະກຳຈັກສານ, ການຄ້າຂາຍຍ່ອຍທົ່ວໄປ. ດ້ວຍຄວາມດຸໝັ່ນ ຂະ ຫຍັນພຽນຂອງ ປະຊາຊົນ ແລະ ການຊຸກຍູ້ ຂອງອຳນາດ ການປົກຄອງບ້ານ, ເມືອງ, ແຂວງວຽງຈັນ ໃນການປະກອບອາຊີບຄົງທີ່ ຕ່າງໆຕາມເງື່ອນໄຂ ທີ່ສະດວກເຮັດໃຫ້ມີລາຍ ຮັບເຂົ້າຄອບຄົວ. ສິ່ງທີ່ພົ້ນເດັ່ນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ແລະ ບັນດາໂຄງການ ທີ່ກ່ຽວຂ້ອງ ໄດ້ໃຫ້ການ ຊ່ວຍເຫລືອອຸປະກອນ ຈັກສານໃຫ້ແກ່ປະຊາຊົນ ແລະ ຈັດຕັ້ງເປັນກຸ່ມປະກອບ ອາຊີບຫັດຖະກຳຈັກສານ ໃນໄລຍະຜ່ານມາ ມີ 43 ຄອບຄົວ. ຈາກການເອົາໃຈໃສ່ ພັດທະນາສີໄມ້ລາຍມື ຂອງກຸ່ມຈັກສານດັ່ງກ່າວ ໄດ້ເຮັດໃຫ້ ວຽກງານນີ້ ມີການຂະຫຍາຍຕົວ ຂຶ້ນເລື້ອຍໆ ແລະ ໄດ້ກາຍເປັນສິນຄ້າໜຶ່ງ ເມືອງໜຶ່ງຜະລິດຕະພັນ ຫລື ໂອດັອບໃນປີ 2016 ຜ່ານມາ.

ທ່ານ ຂັນຄຳ ອຸທິດວົງໄຊ ຍັງກ່າວຕື່ມວ່າ: ສຳລັບຕະຫລາດ ຮອງຮັບສິນຄ້າຫັດຖະກຳ ຂອງກຸ່ມແມ່ນຈຳໜ່າຍ ຢູ່ພາຍໃນ, ນອກນີ້ຍັງໄດ້ສົ່ງໄປຂາຍ ຢູ່ປະເທດ ເພື່ອນບ້ານ ແລະ ຢູ່ປະເທດຝຣັ່ງ, ອາເມລິກາ (ຝາກໃຫ້ພີ່ນ້ອງຂາຍ). ແນວໃດກໍດີຈາກ ການ ສົ່ງເສີມບວກໃສ່ຄວາມດຸໝັ່ນ ຂອງປະຊາຊົນ ທຳການ ຜະລິດປູກຝັງ, ລ້ຽງສັດ ແລະ ຫັດຖະກຳຈັກສານຕ່າງໆ, ມາຮອດປັດຈຸບັນ ປະຊາຊົນມີການພັດ ທະນາດີຂຶ້ນ, ມີຢູ່ມີກິນ, ມີລາຍຮັບເຂົ້າ ຄອບຄົວໝັ້ນຄົງ. ພົ້ນເດັ່ນ ແມ່ນສາມາດຫລຸດພົ້ນ ອອກຈາກຄວາມທຸກຍາກ ໂດຍພື້ນຖານ, ສະເລ່ຍລາຍຮັບ ຕໍ່ຫົວຄົນໄດ້ 17.000.000 ກີບ/ຄົນ/ປີ.


ບ້ານນາຍາງ ເມືອງໂພນໂຮງ ແຂວງວຽງຈັນ ປະກອບມີ 200 ກວ່າຄອບຄົວ, ມີພົນລະເມືອງກວ່າ 1.100 ຄົນ, ຍິງ 500 ກວ່າຄົນ.  

ທີ່ມາ: ຂປລ
© ໂຕະນໍ້າຊາ | tonamcha.com     
___________


Powered by Blogger.