Header Ads

ປ້ອງກັນພະຍາດທີ່ເກີດກັບເດັກໃນລະດູຝົນ



ໃນລະດູຝົນ ອາກາດມີການປ່ຽນແປງຢູ່ຕະຫຼອດເວລາ ບາງຄັ້ງກໍຮ້ອນເອົ້າ ແລະ ບາງຄັ້ງກໍຝົນຕົກເຮັດ ໃຫ້ອາກາດ ຊຸ່ມຢູ່ຕະຫຼອດເວລາ ຊຶ່ງການປ່ຽນແປງຂອງສະພາບອາກາດ ເປັນສາເຫດເຮັດໃຫ້ຮ່າງກາຍອ່ອນເພຍ ແລະ ສາມາດຕິດ ເຊື້ອພະຍາດຕ່າງໆໄດ້ງ່າຍ ໂດຍສະເພາະແມ່ນເດັກນ້ອຍ, ພໍ່ແມ່ຕ້ອງໄດ້ເອົາໃຈໃສ່ເບິ່ງແຍງ, ຮັກສາສຸຂະພາບຂອງ ເດັກໃຫ້ດີ ເພື່ອມີສຸຂະພາບແຂງແຮງປາສະຈາກພະຍາດຕ່າງໆ.



ທ່ານ ດຣ ນາງ ແສງຈັນ ກຸນນາວົງ ຮອງຫົວໜ້າສະຖາບັນສາທາລະນະສຸກສາດ ໄດ້ໃຫ້ຄຳແນະນຳກ່ຽວກັບວິທີການ ປ້ອງກັນລູກຫຼານຈາກພະຍາດທີ່ເກີດຂຶ້ນ ແລະ ກຳລັງແຜ່ລະບາດຫຼາຍ ໃນລະດູຝົນມາຝາກທ່ານຜູ້ອ່ານ ເພື່ອເປັນຂໍ້ມູນພື້ນ ຖານໃນການປົກປ້ອງ ລູກນ້ອຍ ໃຫ້ຫ່າງໄກຈາກພະຍາດໃນ ລະດູຝົນນີ້.

ທ່ານ ດຣ ແສງຈັນ ໄດ້ໃຫ້ຮູ້ ວ່າ: ພະຍາດແຜ່ລະບາດໃນລະດູຝົນ ມີຫຼາຍພະຍາດ ແລະ ມີອາການແຕກ ຕ່າງກັນ ດັ່ງນີ້:

1. ພະຍາດຖອກທ້ອງ: ມັກ ເກີດຂຶ້ນກັບເດັກນ້ອຍທີ່ມີພູມຕ້ານທານຕຳ່ຫຼາຍ ຈຶ່ງເຮັດໃຫ້ຕິດເຊື້ອໄດ້ງ່າຍ ແລະ ໄວ ຊຶ່ງເດັກຈະໄດ້ຮັບເຊື້ອ ພະຍາດຈາກທາງປາກທີ່ຕິດແປດມານຳເຄື່ອງຫຼິ້ນ ຫຼື ສິ່ງຂອງທີ່ເປິເປື້ອນ, ຕິດຈາກນຳ້ລາຍ, ນຳ້ມູກ ຫຼື ການໄອ, ຈາມ ໃກ້ກັນກໍສາມາດຕິດເຊື້ອໄດ້. ພໍ່ແມ່ ຄວນເອົາໃຈໃສ່ຮັກສາຄວາມ ສະອາດໃຫ້ແກ່ເດັກນ້ອຍ  ເລີ່ມຕັ້ງ ແຕ່ການປຸງແຕ່ງອາຫານ ແລະ ຫຼັງຈາກ ກິນເຂົ້າແລ້ວກໍຄວນລ້າງມືໃຫ້ສະອາດດ້ວຍນຳ້ຢາລ້າງມື ແລະ ສະບູ ໂດຍສະເພາະ ຫຼັງຈາກຖ່າຍໜັກ ແລະ ອື່ນໆ ພຽງເທົ່ານີ້ ກໍສາມາດປ້ອງກັນ ລູກນ້ອຍຈາກພະຍາດຖອກທ້ອງ ໄດ້ແລ້ວ



2. ພະຍາດອັກເສບລະບົບ ທາງເດີນຫາຍໃຈ: ໝາຍເຖິງພະຍາດ ທີ່ເກີດຂຶ້ນ ແລະ ສົ່ງຜົນກະທົບຕໍ່ລະ ບົບຫາຍໃຈ ເຊັ່ນ: ໄຂ້ຫວັດ, ຄໍອັກເສບ, ປອດອັກເສບ, ຫຼອດລົມອັກເສບ ຊຶ່ງການປ້ອງກັນໂດຍທົ່ວໄປກໍຄື ຕ້ອງ ນຸ່ງເຄື່ອງທີ່ໜາໃຫ້ແກ່ ເດັກ, ກິນອາຫານ ທີ່ອຸ່ນ ແລະ ຫຼີກເວັ້ນການຢູ່ໃກ້ໆກັບຜູ້ທີ່ມີອາການດັ່ງກ່າວ.



3. ພະຍາດໄຂ້ເລືອດອອກ: ເກີດຈາກຍຸງເປັນພາຫະນະນຳເຊື້ອ ແລະ ແຜ່ລະບາດຫຼາຍໃນປັດຈຸບັນ ຊຶ່ງເປັນອີກ ພະຍາດທີ່ອັນຕະລາຍເຖິງແກ່ຊີວິດ ຖ້າຫາກບໍ່ເອົາໃຈໃສ່ຕິດຕາມອາການ ແລະ ປິ່ນປົວໃຫ້ທັນເວລາ, ດັ່ງນັ້ນ ພໍ່ແມ່ ຜູ້ປົກຄອງຄວນເອົາໃຈໃສ່ໃນການປ້ອງກັນ ແລະ ທຳລາຍສະຖານທີ່ ທີ່ເປັນແຫຼ່ງເພາະພັນຂອງຍຸງ ເຊັ່ນ: ໝັ່ນຖອກນຳ້ ຕາມຕີນຕູ້ຖ້ວຍ, ຕີນລົດ, ໝັ່ນປ່ຽນນຳ້ໂຖດອກໄມ້, ປິດຝາໄຫ ຫຼື ຖັງນຳ້ໃຫ້ດີ ເພື່ອບໍ່ໃຫ້ຍຸງມາໄຂ່ໃສ່, ໝັ່ນເຮັດຄວາມສະ ອາດ ແລະ ຖາງປ່າບໍລິເວນໃກ້ບ້ານ, ຄວນນຸ່ງເຄື່ອງທີ່ໜາ ແລະ ອົບອຸ່ນໃຫ້ເດັກນ້ອຍ, ສິ່ງ ສຳຄັນຄວນໃຫ້ເຂົາເຈົ້າໄດ້ດື່ມນຳ້ ທີ່ສະອາດ, ກິນອາຫານສຸກ, ລ້າງມືທຸກຄັ້ງກ່ອນກິນເຂົ້າ ແລະ ຄວນນອນໃນມຸ້ງ ເພື່ອປ້ອງກັນພະຍາດໄຂ້ຍຸງ ແລະ ພະຍາດຕ່າງໆທີ່ເກີດຂຶ້ນ, ຫາກເມື່ອທ່ານສົງໄສວ່າລູກຫຼານຂອງຕົນມີອາການໄຂ້ ກໍຄວນຮີບພາລູກໄປໂຮງໝໍ ເພື່ອຕິດ ຕາມອາການ ແລະ ປິ່ນປົວໃຫ້ທັນເວລາ. ຖ້າຫາກທຸກຄົນປະຕິບັດໄດ້ແບບນີ້ ກໍຖືວ່າເປັນການປ້ອງກັນ ພະຍາດໄຂ້ຍຸງແລ້ວ.



ຂໍພຽງແຕ່ພໍ່ແມ່ເຂົ້າໃຈ ແລະ ບໍ່ເບິ່ງຂ້າມບາງບັນຫາທີ່ຍົກຂຶ້ນມານີ້ກໍຈະສາມາດຊ່ວຍໃຫ້ລູກຫຼານຂອງ ທ່ານ ຫ່າງໄກຈາກພະຍາດທີ່ອັນຕະ ລາຍໃນລະດູຝົນນີ້ໄດ້.   
   



ໂດຍ:  ສີລິທອນ/http://laowomenunion.org.la  
© ໂຕະນໍ້າຊາ | tonamcha.com    
___________


Powered by Blogger.