Header Ads

ນາຍແບບຜູ້ສູນເສຍຂາ ຄ້ວາຕໍາແໜ່ງ “ Mr England” ເປັນຄົນທໍາອິດໃນປະຫວັດສາດຄົນພິການ



ແຈ໊ດ ອີເຢີສ (Jack Eyers ) ອາຍຸ 28  ເປັນຄົນພິການຄົນທໍາອິດໃນປະຫວັດສາດທີ່ສາມາດຄ້ວາຕໍາແໜ່ງ  Mr England ໄດ້ ເຊິ່ງກ້າວຕໍ່ໄປຂອງ ແຈ໊ດ ແມ່ນຢາກຄ້ວາຕໍາແໜ່ງ Mr World ມາຄອງເພື່ອສ້າງປະຫວັດສາດໜ້າໃໝ່ໃຫ້ກັບຕົນເອງ ແລະ ໂລກໃບນີ້  ເຊິ່ງເຂົາຕ້ອງຝຶກຝົນຢ່າງໜັກເພື່ອໄຕ່ເຕົ້າເທື່ອລະຂັ້ນ ໂດຍເຂົາໄດ້ເຂົາຮ່ວມຍ່າງແຄັດວອດໃນງານ  New York Fashion Week ໃນສອງປິຜ່ານມາ ຈາກຈຸດນັ້ນກາຍເປັນແຮງບັນດານໃຈ ແລະ ພະລັງໃຫ້ ແຈ໊ດ ຍິ່ງພະຍາມເພື່ອໄລ່ລ້າຄວາມຝັນ. 



ແຕ່ຊີວິດຂອງ ແຈ໊ດ ອີເຢີສ ກໍບໍ່ໄດ້ດໍາເນີນໄປຢ່າງລາບລື້ນ ເຊິ່ງເຂົາຕ້ອງຕັດຂາຂ້າງໜຶ່ງຖີ້ມຕອນອາຍຸ  16 ປີ ເພາະ ແຈ໊ດ ເກີດມາກັບພາວະເສື່ອມສະພາບ ຫຼື Proximal Fucal Focal Deficiency (PFFD)  ແຕ່ ແຈ໊ດ ກໍບໍ່ເຄີຍຍອມແພ້ ຫຼື ຄິດທໍ້ກັບຊີວິດ ແຕ່ແຈ໊ດ ກັບຝືກຝົນຢ່າງໜັກຈົນສາມາດເຂົ້າໃກ້ຄວາມຝັນ  ແລະ ກາຍເປັນຕົ້ນແບບຂອງຄົນພິການຫຼາຍລ້ານຄົນ ແລະ ໄດ້ຮຽນຮູ້ເລື່ອງອຸດສະຫະກໍາແຟນຊັນຢ່າງຈິງຈັງໃນເວລາຕໍ່ມາ.




ໂດຍ ແຈ໊ດ ໄດ້ມີໂອກາດເຂົ້າສູ່ວົງການແຟນຊັນ ການຈາກແມວມອງ  Models of Diversity  ເຊິ່ງເປັນບໍລິສັດທີ່ມີນະໂຍບາຍ ໃຫ້ເກີດຄວາມຫຼາກຫຼາຍໃນວົງການແຟນຊັນ  ແລະ ນັ້ນເຮັດໃຫ້ ແຈ໊ດ ໄດ້ກາຍເປັນນາຍແບບໂຄສະນາເປີດພາຣາແລັມປິກໃນປີ 2012  ເຊິ່ງຈາກຈຸດນັ້ນເຮັດໃຫ້ ແຈ໊ດ ມີພະລັງໃຈ, ມີຄວາມໝັ້ນໃຈ ແລະ ມີແຮງບັນດານໃຈຫຼາຍຂື້ນທີ່ໄດ້ເປັນຕົວແທນຄົນພິການໃນການເຂົ້າເປັນສ່ວນໜຶ່ງຂອງພາຣາແລັມປິກແກມ.



ແຈ໊ດ ຄ້ວາຕໍາແໜ່ງ “ Mr England” ເປັນຄົນທໍາອິດໃນປະຫວັດສາດຄົນພິການຈາກການຕັດສິນຂອງຄະນະກຳມະການ The Vox Resorts World  Birmingham  ເຊິ່ງການແຂ່ງຂັນມີຂື້ນໃນວັນສຸກ ທີ 14 ກໍລະກົດ 2017 ຜ່ານມານີ້  ໂດຍ ຄ້ວາຕໍາແໜ່ງ “ Mr England” ພ້ອມໄດ້ຮັບເງິນລາງວັນ ແລະ ຂອງລາງວັນອື່ນໆຈາກແບຣນ ENVOY LONDON  ແຕ່ ແຈ໊ດ ກໍຍັງໄຝ່ຝັນຕໍ່ທີ່ຈະເປັນ  Mr World ເຊິ່ງເປັນເປົ້າໃຫຍ່ຂອງຊີວິດໃນອະນາຄົດ ພ້ອມກັບຫັວງວ່າເລື່ອງລາວຂອງເຂົາຈະສ້າງແຮງບັນດານໃຈໃຫ້ກັບຄົນພິການ, ຄົນທີ່ກຳລັງສີ້ນຫວັງ, ທໍ້, ຄົນລົມເຫຼວ ແລະ ອື່ນໆ.​










ທີ່ມາ: Metro/ independent.co.uk 
© ໂຕະນໍ້າຊາ | tonamcha.com    
___________

Powered by Blogger.