Header Ads

10 ຄຸນປະໂຫຍຂອງ “ໜາກຖົ່ວຂຽວ” ສາມາດບຳລຸງກະດູກ ແລະ ປ້ອງກັນມະເຮັງນໍາອີກ




1. ຫຼຸດລະດັບຄໍເລດເຕີລໍໃນເລືອດ: ເພາະຖົ່ວຂຽວມີໄຂມັນໜ້ອຍ ແລະບໍ່ມີຄໍເລດເຕີລໍ ເຊິ່ງເປັນບັນຫາຂອງພະຍາດຕຸ້ຍ, ພະຍາດຫົວໃຈ ແລະຫຼອດເລືອດ ການກິນຖົ່ວຂຽວນັ້ນສາມາດຫຼຸດລະດັບຄໍເລດເຕີລໍ ແລະຊ່ວຍຢັບຢັ້ງພາວະອອກຊິເດຊັ່ນຂອງໄຂມັນທີ່ຈະທຳລາຍຫຼອດເລືອດໄດ້

2. ມີໃຍອາຫານສູງ: ຖົ່ວຂຽວເປັນທັນຍາພືດທີ່ອຸດົມດ້ວຍໃຍອາຫານສູງ ເຊິ່ງຊ່ວຍຄວບຄຸມລະດັບໄຂມັນໃນເລືອດ, ຊ່ວຍກະຕຸ້ນການເຮັດວຽກຂອງລະບົບຂັບຖ່າຍ ເໝາະສຳລັບຄົນທີ່ມີບັນຫາເລື່ອງລະບົບຂັບຖ່າຍ

3. ປ້ອງກັນພາວະການຕິດເຊື້ອ: ປະລິມານສານຕ້ານອະນຸມູນອິດສະລະໃນຖົ່ວຂຽວມີຫຼາຍ ຈຶ່ງເຮັດໃຫ້ຖົ່ວຂຽວມີລິດໃນການປ້ອງກັນການຕິດເຊື້ອ ແລະອັກເສບພາຍໃນຮ່າງກາຍ



4. ຄວບຄຸມລະດັບນໍ້າຕານໃນເລືອດ: ຖົ່ວຂຽວເປັນອາຫານທີ່ມີລະດັບນໍ້າຕານໃນເລືອດຕໍ່າ ເມື່ອກິນແລ້ວກໍຈະບໍ່ມີປະລິມານໃນນໍ້າຕານເພີ່ມຂຶ້ນ ເຊິ່ງດີຕໍ່ຄົນທີີຄວບຄຸມນໍ້າຕານໃນເລືອດ ແລະຍັງຊ່ວຍປ້ອງກັນພະຍາດເບົາຫວານໄດ້ອີກ

5. ດີຕໍ່ແມ່ຍິງຖືພາ: ເພາະໃນຖົ່ວຂຽວມີ ໂຟເລດ ສານທີ່ສຳຄັນຕໍ່ການສັງເຄາະ ດີເອັນເອ ແລະການຈະເລີນເຕີບໂຕຂອງເຊວ ແລະເນື້ອເຍື່ອໃນຮ່າງກາຍ ແລະຍັງຄວບຄຸມການເຮັດວຽກຂອງສະໝອງ

6. ປ້ອງກັນພາວະເລືອດຈາງ: ເພາະມີທາດເຫຼັກ ທີ່ຈຳເປັນສຳລັບການສ້າງເມັດເລືອດແດງ ສາມາດກິນເພື່ອເພີ່ມທາດເຫຼັກກັບອາຫານອື່ນໆ ໃຫ້ກັບຮ່າງກາຍ

7. ປ້ອງກັນມະເຮັງ: ເພາະມີລະດັບໂພລີຟີນອລ ແລະໂອລິໂກແຊັກຄາໄຣ ທີ່ຊ່ວຍຢັບຢັ້ງການເຕີບໂຕຂອງເຊວມະເຮັງ ແລະປ້ອງກັນບໍ່ໃຫ້ເກີດເນື້ອບໍ່ດີກັບຮ່າງກາຍ ແລະສານຕ້ານອະນຸມູນອິດສະລະຍັງປ້ອງກັນບໍ່ໃຫ້ເຊວຖືກທຳລາຍກາຍເປັນເຊວມະເຮັງ

8. ຢັບຢັ້ງການແກ່ກ່ອນໄວ: ເພາະມີແຮ່ທາດ ແລະວິຕາມິນຫຼາຍ ມີສ່ວນຊ່ວຍບຳລຸງສຸຂະພາບ ແລະບຳລຸງຜົມໃຫ້ແຂງແຮງບໍ່ຫຼົ່ນ

9. ຫຼຸດອາການກ່ອນມີປະຈຳເດືອນ: ເພາະມີວິຕາມິນບີ6, ວິຕາມິນບີ ແລະໂຟເລດ ເປັນສານອາຫານທີ່ຊ່ວຍຄວບຄຸມບໍ່ໃຫ້ໂຮໂມນປັ່ນປ່ວນ ທີ່ເປັນສາເຫດຂອງການເປັນກ່ອນມີປະຈຳເດືອນ

10. ຊ່ວຍບຳລຸງແຂ້ວ ແລະກະດູກ: ເພາະມີແຄວຊຽມ ແລະຟອສຟໍຣັດ ທີ່ຊ່ວຍບຳລຸງແຂ້ວ ແລະກະດູກໃຫ້ແຂງແຂງແຮງ


Source :  IRDTC- Luangprabang 
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.