Header Ads

ລັດຖະບານ ສຳເລັດການເຈລະຈາກູ້ຢືມເງິນ 20 ລ້ານໂດລາ ນໍາທະນາຄານໂລກ


ກະຊວງການເງິນ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ປະສົບຜົນສຳເລັດໃນການເຈລະຈາຂໍກູ້ຢືມເງິນນຳທະນາຄານໂລກ ຈຳນວນ 20 ລ້ານໂດລາສະຫະລັດ, ເພື່ອນຳໃຊ້ເຂົ້າໃນການ ຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ, ຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ທະນາຄານໂລກ ໃນໄລຍະ ປີ 2019-2025.



ການເຈລະຈາຂໍກູ້ຢືມເງິນດັ່ງກ່າວ, ໄດ້ມີຂຶ້ນເມື່ອທ້າຍອາທິດຜ່ານມາ, ທີ່ຫ້ອງປະຊຸມຂອງທະນາ ຄານໂລກປະຈຳ ສປປ ລາວ, ໂດຍແມ່ນ ທ່ານ ອັງຄານສະດາ ມ່ວງຄຳ ຮອງຫົວໜ້າກົມການເງິນຕ່າງປະເທດ ແລະ ຄຸ້ມຄອງໜີ້ສິນ ກະຊວງການເງິນ, ເປັນຫົວໜ້າຄະນະຕາງໜ້າ ໃຫ້ລັດຖະບານແຫ່ງ ສປປ ລາວ ແລະ ທ່ານ ນາງ ແຟນນີ່ ໄວເນີ (Fanny Weiner) ເປັນຫົວໜ້າຄະນະ ຕາງໜ້າໃຫ້ກຸ່ມການພັດທະນາສາກົນ, ທະນາຄານໂລກ, ພ້ອມດ້ວຍຄະນະຮັບຜິດຊອບທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ສຳລັບເງິນຈຳນວນ 20 ລ້ານໂດລາສະຫະລັດ ທີ່ລັດຖະບານລາວ ເງິນກູ້ຢືມນຳທະນາຄານໂລກ, ແມ່ນຈະນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດ ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ (Enhancing PFM through ICT and Skill Project: E-FITS), ຊຶ່ງເປັນໂຄງການຢູ່ໃນແຜນຍຸດທະສາດການຮ່ວມມື ລະຫວ່າງລັດຖະບານສປປ ລາວ ແລະ ທະນາຄານໂລກ ໃນໄລຍະປີ 2019-2025 ແລະ ເປັນການຈັດຕັ້ງປະຕິບັດຍຸດທະສາດການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ກໍ່ຄື ຈັດຕັ້ງປະຕິບັດວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດ ຮອດປີ 2025, ໂດຍຈະນຳໃຊ້ບ້ວງເງິນດັ່ງກ່າວ ເຂົ້າໃນ 3 ອົງປະກອບໜ້າວຽກດັ່ງນີ້: 1. ລວມມີການຈັດຊື້ ແລະ ການຈັດຕັ້ງປະຕິບັດລະບົບຄຸ້ມຄອງຂໍ້ມູນຂ່າວສານການເງິນແຫ່ງລັດ (Financial Management Information system: FMIS), 2. ການຝຶກອົບຮົມສ້າງຄວາມອາດສາມາດທາງດ້ານວິຊາການ ທີ່ຕິດພັນກັບການຄຸ້ມຄອງການເງິນພາກລັດ ແລະ ການຝຶກອົບຮົມ ຜູ້ນຳໃຊ້ລະບົບ FMIS ແລະ 3. ການບໍລິຫານຄຸ້ມຄອງ ແລະ ຈັດຕັ້ງປະຕິບັດໂຄງ ການໂດຍມີໜ່ວຍງານປະສານງານ (Project Implementation Unit: PIU).

ໂຄງການສົ່ງເສີມຄວາມອາດສາມາດ ໃນການຄຸ້ມຄອງການເງິນແຫ່ງລັດ ຜ່ານລະບົບອີເລັກໂຕຣນິກ (E-FITS) ແມ່ນຄວາມຮັບຜິດຊອບຂອງກະຊວງການເງິນ ເປັນຜູ້ຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ໜ່ວຍງານຈັດຕັ້ງປະຕິບັດແຜນງານການປະຕິຮູບ ລະບົບຄຸ້ມຄອງການເງິນແຫ່ງລັດ (Project Implementation Unit: PIU) ໄດ້ຮັບການແຕ່ງຕັ້ງ, ໂດຍພາຍໃຕ້ການຊີ້ນຳຂອງກົມນະໂຍບາຍການເງິນ ແລະ ນິຕິກຳ ກະຊວງການເງິນ ໃນນາມກອງເລຂາຄະນະຈັດຕັ້ງປະຕິບັດ ການປະຕິຮູບລະບົບຄຸ້ມຄອງການເງິນແຫ່ງລັດດັ່ງກ່າວ. ພ້ອມດຽວກັນນີ້, ທັງສອງຝ່າຍຍັງໄດ້ຕົກລົງເຫັນດີເປັນເອກະພາບຕໍ່ຮ່າງສັນຍາເງິນກູ້ຢືມຈໍານວນ 20 ລ້ານໂດລາສະຫະລັດ ແລະ ຈະນຳສະເໜີ ລາຍງານຄະນະນຳກະຊວງການເງິນ ເພື່ອຂໍທິດຊີ້ນຳໃນການດຳເນີນຂັ້ນຕອນ ການເຊັນສັນຍາກູ້ຢືມເງິນຈຳນວນດັ່ງກ່າວ.


ແຫຼ່ງຂ່າວ: ຂປລ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.