Header Ads

ຄຳສັງ 15/ນຍ ເຮັດໃຫ້ ແຂວງສາລະວັນຍັງເຫຼືອໂຮງງານປຸງແຕ່ໄມ້ພຽງ 39 ແຫ່ງ ຈາກເດີມ 158 ແຫ່ງ



ອີງຕາມການລາຍງານຂອງ ທ່ານ ຄຳຜ່ານ ສີລະວີ ຫົວໜ້າພະແນກອຸດສະຫະກຳ ແລະການຄ້າແຂວງສາລະວັນໄດ້ລາຍງານຕໍ່ກອງປະຊຸມສະໃໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຊຸດທີ I ນີ້ວ່າ: ແມ່ນໄດ້ເອົາໃຈໃສ່ຢ່າງເຂັ້ມງວດໃນການຈັດຕັ້ງປະຕິບັດ, ພ້ອມດຽວກັນັ້ນກໍ່ໄດ້ມີການເຜີຍແຜ່ເຊື່ອມຊືມໃຫ້ຄະນະພັກ, ຄະນະນຳ, ພະນັກງານຫຼັກແຫ່ງ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດ, ຜູ້ປະກອບການນັກທຸລະກິດທັງພາກລັດ ແລະເອກະຊົນຕະຫຼອດຮອດພໍ່ແມ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງໃນການຈັດຕັ້ງປະຕິບັດຄຳສັງດັ່ງກ່າວ, ນອກຈາກນັ້ນກໍ່ຍັງໄດ້ດຳເນີນການຕິດຕາກວດກາຕາມຂອບເຂດຄວາມຮັບຜິດຊອບຂອງຕົນ.



ລາງ ແລະລົບລາງໂຮງງານທີບໍ່ໄດ້ມາດຖານ 119 ແຫ່ງຄື: ໂຮງງານປຸງແຕ່ໄມ້ 5 ແຫ່ງ, ໂຮງເຟີນີເຈີ 31 ແຫ່ງ ແລະໂຮງຊ່າງຂະໜາດນ້ອຍແບບຄອບຄົວ 83 ແຫ່ງ, ປະຈຸບັນຍັງເຫຼືອພຽງ 39 ແຫ່ງ, ໃນນັ້ນໂຮງງານປຸງແຕ່ງໄມ້ ( I, II ) ມີ 28 ແຫ່ງ ແລະໂຮງງານເຟີນີເຈີ 11 ແຫ່ງ, ໃນໄລຍະຜ່ານມາພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເອົາໃຈໃສ່ໃນການຕິດຕາມກວດກາໄມ້ເຂົ້າ-ອອກໃນແຕ່ລະໂຮງງານ, ເຊິ່ງທົ່ວແຂວງມີໄມ້ທັງໝົດ 29.398,394 ແມັດກ້ອນ, ເທົ່າກັບ 3.086,27 ໂຕນ ( ໄມ້ຍອດຍົກມາສົກປີ 2014,2015 ແລະ2016 ) ໃນນີ້ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 25.433,665 ແມັດກອ້ນ, ເທົ້າກັບ 857,40 ໂຕນ, ໄມ້ບັນຊີສະເພາະກິດ 106/ຈຂ.ສວ (ບ້ວງ 7.989,094 ແມັດກ້ອນ, ເທົ່າກັບ 3.748,80 ໂຕນ ), ບໍ່ທັນຖອກພັນທະມີ 3.964,729 ແມັດກ້ອນ, ເທົ່າກັບ 2.228,87 ໂຕນ, ສະເພາະເລີ້ມແຕ່ວັນທີ 1 ມັງກອນ 2018-ວັນທີ 30 ເດຶອນພະຈິກ 2018 ມີໄມ້ສົ່ງອອກທັງໝົດ 10 ພັນກວ່າແມັດກ້ອນ, ມີມູນຄ່າ 43 ຕື້ກວ່າກີບ ແລະສາມາດຈັດເກັບລາຍຮັບອາກອນຕ່າງໆໄດ້ທັງໝົດ 2 ຕື້ກວ່າກີບ, ໃນນັ້ນໄມ້ເຄື່ອນຍ້າຍພາຍໃນມີ 1.929,088 ແມັດກ້ອນ, ມີມູນຄ່າ 8 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 545 ລ້ານກວ່າກີບ, ສົ່ງອອກຕ່າງປະເທດມີ 8.119,473 ແມັດກ້ອນ, ມີມູນຄ່າ 34 ຕື້ກວ່າກີບ, ເກັບອາກອນຕ່າງໆໄດ້ 2 ຕື້ກວ່າກີບ, ປະຈຸບັນມີໄມ້ຄ້າງໂຮງງານທັງໝົດ 19.145,618 ແມັດກ້ອນ, ເທົ່າກັບ 2.313,07 ໂຕນ, ໃນນີ້ບໍ່ທັນຖອກພັນທະ ( ໄມ້ 106 ) ຈຳນວນ 3.964,729 ແມັດກ້ອນ, ເທົ່າກັບ 2.228,87 ໂຕນ, ໄມ້ມີເອກະສານປະຕິບັດພັນທະຖືກຕ້ອງ 15.180,889 ແມັດກ້ອນ, ເທົ່າກັບ84,20 ໂຕນ



ທິດທາງຕໍ່ໜ້າແມ່ນຈະສຸມໃສ່ພັດທະນາຂະແໜງອຸດສາຫະກຳ ແລະການຄ້າໂດຍສະເພາະແມ່ນວິສາຫະກິດຂະໜາດນ້ອຍ ແລະຂະໜາດກາງໃຫ້ມີການເຕີບໃຫຍ່ຂະໜາດຕົວຕາມທິດຂອງລັດຖະບານໃຫ້ໄດ້ຕາມແຜນການ ແລະລະດັບຄາດໝາຍເພື່ອປະກອບສ່ວນເຂົ້າໃສ່ການພັດທະນາເສດຖະກີດ-ສັງຄົມຂອງແຂວງໃຫ້ມີຄວາມສົມດຸນ,₭ ຄວາມຫາກຫຼາຍ ແລະຄວາມຢືນຢົງ, ພ້ອມທັງສູ້ຊົນເຮັດໃຫ້ມູນຄ່ານຳເຂົ້າບັນລຸໄດ້ເຖິງ 186,81 ຕື້ກວ່າກີບ ແລະສົ່ງອອກໃຫ້ໄດ້ 417,51 ຕື້ກວ່າກີບ, ຄາດຄະເນມູນຄ່າການຜະລິດອຸດສະຫະກຳປຸງແຕ່ງໃຫ້ບັນລຸ 372 ຕື້ກວ່າກີບ ແລະສູ້ຊົນເຮັດໃຫ້ມູນຄ່າຈໍລະຈອນສິນຄ້າບັນລຸ 1.419,24 ຕື້ກວ່າກີບ, ໃນນັ້ນມູນຄ່າເກັບຊື້ພາຍໃນໃຫ້ບັນລຸ 486,59 ຕື້ກີບ, ມູນຄ່າຂາຍຍົກໃຫ້ບັນລຸ 451,89 ຕື້ບກີບ ແລະສິນຄ່າຂາຍຍ່ອຍໃຫ້ບັນລຸ 480,75 ຕື້ກີບ, ພ້ອມກັນັ້ນກໍ່ແມ່ນເອົາໃຈໃສ່ຜັນຂະຫຍາຍມາດຕະການທີ 5 ຕາມຄຳສັງເລກທີ 12/ນຍ ໃນການສົ່ງເສີມພັດທະນາວິສາຫະກິດຂະໜາດນ້ອຍ, ຂະໜາດກາງ ແລະຄຳສັງເລກທີ 15/ນຍ ໃຫ້ປະຊາຊົນຮັບຮູ້ເຂົ້າໃຈເຫັນໄດ້ຄວາມສຳຄັນກ່ຽວກັບປ່າໄມ້ ແລະມີສ່ວນຮ່ວມໃນການປົກປັກຮັກສາໂດຍສະເພາະແມ່ນເຂດທີ່ມີຄວາມສຽງໃນການລັກລອບຕັດໄມ້, ພ້ອມທັງຊຸກຍູ້ສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະຍາດແຍ່ງເອົາທຶນຮອນຈາກພາຍໃນ ແລະຕ່າງປະເທດເພື່ອມາສ້າງທຸລະກິດຂະໜາດຕ່າງໆ, ເພື່ອຍົກລະດັບຄວາມສາມາດໃນການປະກອບທຸລະກິດ ແລະຕິດຕາມກວດກາປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພ້ອມທັງດັດສົມໂຮງງານຕ່າງໃຫ້ສົມຄູ່ກັບການສະໜອງວັດຖຸດິບ, ທັງນີກໍ່ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຖືກຕ້ອງຕາມລະບຽບການ, ຫຼັກການ ແລະກົດໝາຍຕ່າງໆທີ່ວາງອອກມາ.


ພາບ-ຂ່າວ: ສິດຕາ ເພັດວົງສາ (ນສພ ສາລະວັນ)
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.