Header Ads

ໄຟຟ້າລາວ ຍັງມີຈຸດອ່ອນ ແລະຂໍ້ບົກຜ່ອງ ຫລາຍອັນໃນປີຜ່ານມາ



ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ເນັ້ນໃຫ້ກົມກອງກ່ຽວຂ້ອງປັບປຸງການບໍລິ ການຕິດຕັ້ງໄຟຟ້າໃຫ້ວ່ອງໄວຂຶ້ນ ເພື່ອສະໜອງໃຫ້ແກ່ການພັດທະນາ ໂດຍສະເພາະໂຄງ ການລົງທຶນຕ່າງໆ, ພ້ອມຢຳ້ໃຫ້ປະຖິ້ມຄວາມຄິດເກົ່າໆ ເພື່ອພັດທະນາ ແລະ ບໍລິການຮັບໃຊ້ສັງຄົມຢ່າງຈິງຈັງ. ກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການຄຸ້ມຄອງ ແລະ ການດຳເນີນທຸລະກິດດ້ານການກໍ່ສ້າງ ແລະ ຕິດຕັ້ງໄຟຟ້າໄດ້ປິດລົງໃນວັນທີ 30 ມັງກອນຜ່ານມາ, ທີ່ລັດວິສາຫະກິດໄຟຟ້າລາວ, ໂດຍການເຂົ້າຮ່ວມຂອງທ່ານ ຄຳມະນີ ອິນທິລາດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກການປະຈຳແຕ່ລະແຂວງເຂົ້າຮ່ວມ. ທ່ານ ຄຳມະນີ ອິນທິລາດ ໄດ້ໃຫ້ທັດສະນະບາງຕອນສຳຄັນວ່າ: ອີງຕາມບົດລາຍງານຂອງກະຊວງແຜນການ ແລະ ການລົງທຶນສະບັບເລກທີ 1825/ຜທລທ2 ລົງວັນທີ 8 ກັນຍາ 2017 ລະບຸວ່າອົງການ ການເງິນສາກົນຂອງກຸ່ມທະນາຄານໂລກໄດ້ປະເມີນດັດສະນີຍ່ອຍຂອງຕົວຊີ້ວັດທາງດ້ານການຕິດຕັ້ງໄຟຟ້າໃນທົ່ວໂລກ, ສປປລາວ ແມ່ນຕິດອັນດັບ 155 ຊຶ່ງເປັນອັນດັບສຸດທ້າຍໃນອາຊຽນ, ຂັ້ນຕອນການຂໍນຳໃຊ້ກະແສໄຟຟ້າຢູ່ ສປປ ລາວ ມີເຖິງ 6 ຂັ້ນຕອນໃຊ້ເວລາທັງໝົດ 134 ວັນ.

ລັດວິສາຫະກິດໄຟຟ້າລາວ ແລະ ພາກສ່ວນກ່ຽວຂ້ອງອື່ນໆຈະໄດ້ປັບປຸງແບບແຜນວິທີການໃຫ້ບໍລິການໃຫ້ສັ້ນລົງຈາກ 6 ຂັ້ນຕອນມາເປັນ 3 ຂັ້ນຕອນ, ຈາກ 134 ວັນມາເປັນ 50 ວັນ, ຈາກການປະເມີນຂອງທະນາຄານໂລກປີ 2018 ຊີ້ໃຫ້ເຫັນວ່າການດຳເນີນທຸລະກິດໄຟຟ້າຢູ່ ສປປ ລາວ ຕິດອັນດັບ 156 ກໍ່ຍ້ອນລະບົບການລາຍງານຂອງພວກເຮົາຕໍ່ກະຊວງແຜນການ ແລະ ການລົງທຶນຊັກຊ້າ, ບໍ່ທັນເວລາຈຶ່ງພາໃຫ້ເຂົາເຈົ້າບໍ່ມີຂໍ້ມູນ, ທະນາຄານໂລກກໍ່ເອົາຂໍ້ມູນເກົ່າປີ 2017 ມາເປັນຕົວຊີ້ວັດ ຊຶ່ງນັ້ນກໍ່ເປັນຈຸດອ່ອນຂໍ້ບົກຜ່ອງອັນໜຶ່ງຂອງພວກເຮົາ.

ທ່ານຍັງກ່າວໃຫ້ຮູ້ຕື່ມອີກວ່າ: ການປັບປຸງປ່ຽນແປງອັນໃດກໍ່ຕາມ ຕ້ອງເລີ່ມຈາກການປັບປຸງ, ປ່ຽນແປງຈິນຕະນາການ ແລະ ວິທີຄິດເສຍກ່ອນ, ຕ້ອງຄິດແບບໃໝ່, ຄິດແບບທີ່ເປັນວິທະຍາສາດໂດຍຖືເອົາຜົນປະໂຫຍດສ່ວນລວມ, ຜົນປະໂຫຍດຂອງປະເທດຊາດ, ຜົນປະໂຫຍດຂອງປະຊາຊົນເປັນຕົວຕັ້ງມັນຈິ່ງເກີດຜົນ, ຖ້າຫາກຄິດແບບເກົ່າ, ຄິດນຳຜົນປະໂຫຍດສ່ວນຕົວ, ຖືກໃຈແລ້ວເຮັດ, ບໍ່ຖືກໃຈບໍ່ເຮັດ, ບໍ່ແມ່ນຜູ້ລຶ້ງເຄີຍ, ບໍ່ແມ່ນຜູ້ຮັກ ແພງ ຫຼື ບໍ່ມີຜົນປະໂຫຍດນຳກັນກໍບໍ່ຢາກຮ່ວມມື, ບໍ່ຢາກອຳນວຍຄວາມສະດວກຫຼືເຮັດອືດອາດຊັກຊ້າ ແລະ ອື່ນໆ, ແນວຄິດ, ຈິນຕະນາການນີ້ ມາຮອດເວລານີ້ໃຊ້ການບໍ່ໄດ້ແລ້ວມັນແມ່ນແນວຄິດເກົ່າຫຼ້າຫຼັງແນວຄິດບໍ່ໄດ້ຮັບການພັດທະນາ. ສະພາບ ແລະ ຈຸດອ່ອນນີ້ມັນຮຽກຮ້ອງໃຫ້ພວກເຮົາຈະຕ້ອງສຸມໃສ່ແກ້ໄຂຢ່າງແຂງແຮງ, ຈິງຈັງ, ຕັ້ງໃຈ ແລະ ພ້ອມກັນແກ້ໄຂຢ່າງຈິງຈັງ ຈຶ່ງຈະສາມາດປັບປຸງຖານະ, ບົດບາດຂອງວຽກງານການບໍລິການສັງຄົມໄດ້. ທ່ານ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ຍັງຮຽກຮ້ອງໃຫ້ຄົ້ນຄວ້າ, ກວດຄືນການເຄື່ອນໄຫວຂອງແຕ່ລະພາກສ່ວນ, ແຕ່ລະຫ້ອງການ, ໜ່ວຍງານໄດ້ປະຕິບັດຖືກຕາມພາລະບົດບາດ, ຂອບເຂດ, ສິດໜ້າທີ່ຂອງໃຜລາວແລ້ວບໍ່? ແລ້ວຈິ່ງກວດຄືນເພື່ອເບີ່ງໄປໃສ່ຂອດການປະສານສົມທົບ.



ຜ່ານມາຂອດການບໍລິ ການຕິດຕັ້ງໄຟຟ້າຂອງພວກເຮົາບໍ່ວ່າພາກລັດ, ພາກເອກະຊົນມີຈຸດອ່ອນຫຼາຍກວ່າໝູ່, ສັງຄົມ, ຜູ້ປະກອບການ, ຜູ້ດຳເນີນທຸລະກິດນັບທັງພາຍໃນ ແລະ ຕ່າງປະເທດເຂົາບໍ່ມີຄວາມສະດວກ, ພົບຄວາມຫຍຸ້ງຍາກ, ຂັດຂ້ອງ, ຈົ່ມວ່າ. ເມື່ອລະດັບການພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວສູງເທົ່າໃດ ຍິ່ງຮຽກຮ້ອງໃຫ້ການບໍລິການຂອງໄຟຟ້າສູງຂຶ້ນ, ຕອບສະໜອງໃຫ້ວ່ອງໄວ, ທັນເວລາ ແລະ ໃຫ້ຜູ້ຮັບການບໍລິການພໍໃຈຫຼາຍເທົ່ານັ້ນ. ປັດຈຸບັນ ຄວາມຮຽກຮ້ອງຕ້ອງການໃນການຊົມໃຊ້ກະແສໄຟຟ້າຍິ່ງເພີ່ມເປັນທະວີຄູນ ໂດຍສະເພາະການສະໜອງໃຫ້ການພັດທະນາເຂດເສດຖະກິດພິເສດ, ເຂດເສດຖະກິດສະເພາະ, ໂຄງການຂະໜາດໃຫຍ່, ໂຄງການຍຸດ ທະສາດ, ເຂດການຜະລິດທີ່ ເປັນບຸລິມະສິດຂອງລັດຖະ ບານ, ນັບທັງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ, ດັ່ງນັ້ນ ພວກເຮົາຈະຕ້ອງຮີບຮ້ອນສຸມໃສ່ແກ້ໄຂສິ່ງທີ່ເປັນອຸປະສັກ, ເປັນສິ່ງກີດຂວາງ, ກົດໜ່ວງຖ່ວງດຶງການຈັດຕັ້ງປະຕິບັດຕົວຈິງ.


ພາບ ແລະ ຂ່າວ: ນສພ ປະຊາຊົນ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.