Header Ads

ນັກປະພັນລາວ ໄດ້ຮັບລາງວັນຂຽນບົດດີເດັ່ນ ກ່ຽວກັບ “ວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ”



ໃນວັນທີ 30 ມັງກອນ 2019 ທີ່ຫໍສະໝຸດແຫ່ງຊາດ ນະຄອນຫລວງວຽງຈັນ, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ເປັນກຽດເຂົ້າຮ່ວມ ແລະ ມອບລາງວັນ ໃຫ້ແກ່ນັກປະພັນລາວ ທີ່ໄດ້ປະກອບສ່ວນບົດຂຽນ ເປັນຕົ້ນ ແມ່ນບົດບັນທຶກ, ເລື່ອງສັ້ນ ແລະ ກອນເລົ່າເລື່ອງດີເດັ່ນ ກ່ຽວກັບ “ວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ” ເພື່ອສະເຫລີມສະຫລອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ.



ສຳລັບບົດທີ່ສົ່ງເຂົ້າປະກວດ ຄັ້ງນີ້ ຄື: ບົດບັນທຶກຄວາມຊົງຈຳ 76 ບົດ, ເລື່ອງສັ້ນ 52 ບົດ, ກອນເລົ່າເລື່ອງ 138 ບົດ. ຜ່ານການກວດກາຂອງຄະນະກຳມະການ ເຊິ່ງບົດທັງ 3 ປະເພດ ໄດ້ຮັບລາງວັນດັ່ງນີ້: ບົດບັນທຶກຄວາມຊົງຈຳ ໄດ້ຮັບລາງວັນທີ 1 ແມ່ນ ວຽງໄຊທີ່ແສນຮັກແພງ ໂດຍ ສ ອິນທະວີຄຳ; ລາງວັນທີ 2 ແມ່ນ ຫວິດປາກເສືອເລືອເຂົ້າປາກແຂ້ ໂດຍ ສຸລິ ເດດວົງພັນ ແລະ ເມືອງວຽງໄຊ ສະໝໍລະພູມແຫ່ງວິລະກຳ ໂດຍ ວັງນໍ້າໃສ; ລາງວັນທີ 3 ເມືອງຊ່ອນໃນຕຳນານ ໂດຍ ສຸລິ ເດດວົງພັນ, ຈາກກຸງເທບເຖິງວຽງໄຊ ໂດຍ ສ ເມືອງໂສຍ ແລະ ຄວາມເຈັບປວດທີ່ບໍ່ລືມລົງ ໂດຍ ຄຳມະນີສອນ.

ສ່ວນບົດເລື່ອງສັ້ນ ລາງວັນທີ 1 ພໍ້ສ່ຽວຖໍ້າຜາການ ໂດຍ ຈັນທະພອນ ວັນນະຈິດ; ລາງວັນທີ 2 ເກີດວັນຫາຍ ໂດຍ ວິລັດ ອະລຸນວົງ ແລະ ຮູບແຕ້ມໃນນັ້ນຂ່າວດຳ ໂດຍ ທີບອັກສອນ; ລາງວັນທີ 3 ພໍຮອດເຮືອນແມ່ຮັກ ໂດຍ ສີພອນ ໄຊສຸລິໂຍ. ສະເພາະກອນເລົ່າເລື່ອງ ລາງວັນທີ 1 ມົນຂັງທີ່ວຽງໄຊ ໂດຍ ລູກດອນກະເດັນ, ລາງວັນທີ 2 ແມ່ນ ຄຳໝັ້ນສັນຍາ ໂດຍ ພຣະ ບຸນທະວີ ກົມພະພັນ ແລະ ກວ່າຈະໄດ້ຊື່ວ່າເມືອງວຽງໄຊ ໂດຍ ກ ທັນຈະເລີນ; ລາງວັນທີ 3 ທ່ຽວວຽງໄຊ ໄປສຶກສາ ໂດຍ ຂັນຄຳ ສຸດທະວິໄລ, ການຕັດສິນໃຈທີ່ຫວາດສຽວ ໂດຍ ບົວຈັນ ບຸນວົງໄຊ ແລະ ນາໄກ່ວຽງໄຊວິລະຊົນ ໂດຍ ສຸລິ ເດດວົງພັນ.


ພາບ- ຂ່າວຈາກ ຂປລ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.