ອົງການກວດສອບແຫ່ງລັດ ເນັ້ນເອົາໃຈໃສ່ກວດສອບງົບປະມານ ບັນດາລາຍຮັບ-ລາຍຈ່າຍ ແລະ ບັນດາໂຄງການລົງທຶນ ຂອງລັດຢ່າງເຂັ້ມງວດ
ກອງປະຊຸມເປີດກວ້າງວຽກງານກວດສອບງົບປະມານແຫ່ງລັດ ປະຈຳປີ 2018 ຈັດຂຶ້ນວັນທີ 30-31 ມັງກອນນີ້ ທີ່ແຂວງຄຳມ່ວນ ໂດຍເປັນປະທານຂອງທ່ານນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ມີບັນດາຮອງລັດຖະມົນຕີ ຮອງປະທານອົງການ ຮອງເຈົ້າແຂວງ ພ້ອມດ້ວຍຫົວໜ້າຫ້ອງການ ກົມ ອົງການກວດສອບປະຈຳພາກ ແລະ ພະນັກງານຫຼັກແຫຼ່ງ ອົງການກວດສອບແຫ່ງລັດເຂົ້າຮ່ວມ.
ກອງປະຊຸມໄດ້ຮັບຟັງລາຍງານ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2017 ແລະ ມາດຕະການປັບປຸງແກ້ໄຂຜົນການກວດສອບບົດສະຫຼຸບ ຕີລາຄາຜົນການກວດສອບການນຳໃຊ້ງົບປະມານແຫ່ງລັດ ແລະ ບົດສະເໜີຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ປະຈຳປີ 2017 ຂອງອົງການກວດສອບປະຈຳ 3 ພາກ ແລະ ກົມກວດສອບອົງການຈັດຕັ້ງລັດ ຄົ້ນຄວ້າປະກອບຄຳເຫັນ ເພື່ອຫາວິທີ ແລະ ມາດຕະການໃນການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານການເງິນ ແລະ ງົບປະມານແຫ່ງລັດ ເພື່ອປະກອບສ່ວນເຮັດໃຫ້ການຄຸ້ມຄອງລັດ ຄຸ້ມຄອງເສດຖະກິດມີຄວາມເຂັ້ມແຂງໂປ່ງໃສ.
ປີ 2018 ອົງການກວດສອບແຫ່ງລັດ ໄດ້ດຳເນີນກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງແຜນງົບປະມານແຫ່ງລັດຂອງບັນດາກະຊວງ ແຂວງ ແລະ ນະຄອນຫຼວງ ເອກະສານລາຍງານການເງິນຂອງທະນາຄານ ລັດວິສາຫະກິດ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 99 ໜ່ວຍ ພ້ອມນັ້ນ ປະທານກອງປະຊຸມ ຍັງໄດ້ເນັ້ນໜັກກ່ຽວກັບວຽກງານກວດສອບໃນຕໍ່ໜ້າໃຫ້ຄະນະພັກ ຄະນະນຳຄົ້ນຄວ້າ ແລະ ເພີ່ມທະວີຄວາມເອົາໃຈໃສ່ຕື່ມ ເປັນຕົ້ນ ການກວດສອບບັນດາລາຍຮັບ-ລາຍຈ່າຍ ທີ່ເປັນລັກສະນະພົ້ນເດັ່ນຂອງລະບົບການເງິນ ແລະ ງົບປະມານແຫ່ງລັດ ບັນຫາທີ່ມີລັກສະນະຊຳເຮື້ອ ບັນຫາທີ່ສັງຄົມໃຫ້ຄວາມສົນໃຈ ເຊັ່ນ: ດ້ານລາຍຮັບ ສຸມໃສ່ການກວດສອບແຫຼ່ງລາຍຮັບແຫ່ງລັດ ໃຫ້ເຂົ້າລວມສູນຢູ່ໃນລະບົບງົບປະມານແຫ່ງລັດຢ່າງເຂັ້ມງວດ ແລະ ຄົບຖ້ວນ ດ້ານລາຍຈ່າຍສຸມໃສ່ກວດສອບການຄຸ້ມຄອງລາຍຈ່າຍງົບປະມານແຫ່ງລັດຢ່າງມີຈຸດສຸມ ວິເຄາະວິໄຈໃຫ້ທັນສາເຫດການໃຊ້ຈ່າຍທີ່ບໍ່ຖືກຕ້ອງ ຟຸມເຟືອຍ ລາຍຈ່າຍແຜນງົບປະມານແຫ່ງລັດ ປາກົດການ ການລະເມີດວິໄນແຜນການ-ການເງິນ ແລະ ອື່ນໆ
ດ້ານການລົງທຶນສຸມໃສ່ການກວດສອບລາຍຈ່າຍການລົງທຶນຂອງລັດ ລາຄາຫົວໜ່ວຍກໍ່ສ້າງພື້ນຖານໂຄງລ່າງ ຂະບວນການປະເມີນປະມູນຈັດຊື້-ຈັດຈ້າງໂຄງການ ລາຍຈ່າຍໂຄງການປະຕິບັດແຜນຍຸດທະສາດລຶບລ້າງຄວາມທຸກຍາກ ລາຍຈ່າຍໂຄງການປະຕິຮູບລະບົບການສຶກສາ-ສາທາລະນະສຸກ ລາຍຈ່າຍການຊຳລະໜີ້ສິນການລົງທຶນຂອງລັດ ແລະ ອື່ນໆໃຫ້ເຂັ້ມງວດຮັດກຸມກວ່າເກົ່າ ຕໍ່ກັບຜົນການກວດສອບທີ່ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບໃນແຕ່ລະສົກປີຜ່ານມາ ຕ້ອງມີການຕິດຕາມກວດກາ ແລະ ປະເມີນຜົນຢ່າງເປັນປະຈຳ ບັນຫາໃດທີ່ຫົວໜ່ວຍງົບປະມານໄດ້ແກ້ໄຂແລ້ວ ແລະ ບັນຫາໃດຍັງບໍ່ທັນໄດ້ແກ້ໄຂ ຍ້ອນສາເຫດອັນໃດ ເງື່ອນໄຂ ແລະ ປັດໄຈອັນໃດ ຈຶ່ງບໍ່ສາມາດປະຕິບັດໄດ້ ແມ່ນໃຫ້ລາຍງານຕໍ່ສະພາແຫ່ງຊາດ ນາຍົກລັດຖະມົນຕີ ແລະ ປະທານປະເທດຮັບຊາບເປັນແຕ່ລະໄລຍະ.
ພາບ ແລະ ຂ່າວ: ນສພວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________
Post a Comment