Header Ads

ຮຽກຮ້ອງໃຫ້ເລັ່ງຟຶ້ນຟູເຂດຖືກຜົນກະທົບຈາກໄພພິບັດຢູ່ເມືອງສະໜາມໄຊ



ທ່ານ ເພັດ ພົມພິພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີອອກແຈ້ງການເລກທີ 200/ຫສນຍ ລົງວັນທີ 6 ກຸມພາ 2019 ແຈ້ງທິດຊີ້ນຳຂອງກອງປະຊຸມສະເພາະກິດກ່ຽວກັບການແກ້ໄຂໄພພິບັດ ແລະ ຟື້ນຟູເຂດໄດ້ຮັບຜົນກະທົບຢູ່ເມືອງສະໜາມໄຊ ແຂວງອັດຕະປີ ໂດຍໃຫ້ ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບແຂວງອັດຕະປື ແລະ ພາກສ່ວນກ່ຽວຂ້ອງເລັ່ງຈັດຕັ້ງປະຕິບັດວຽກງານຟຶື້ນຟູ ໂດຍສຸມໃສ່ວຽກງານເລັ່ງດ່ວນ ພ້ອມກວດຄືນໜ້າວຽກທີ່ໄດ້ດຳເນີນການເປັນຕົ້ນແມ່ນ:



ເລັ່ງຊ່ວຍເຫຼືອປະຊາຊົນທີ່ຍັງພັກເຊົາຢູ່ເຕັ້ນຊົ່ວຄາວໃຫ້ໄດ້ຍ້າຍອອກມາຢູ່ເຮືອນພັກເຊົາຊົ່ວຄາວໂດຍໄວ, ກວດຄືນສັນຍາ ແລະ ການປະຕິບັດສັນຍາຂອງບໍລິສັດຮັບເໝົາຕິດຕັ້ງເຮືອນພັກຊົ່ວຄາວ ບໍລິສັດໃດບໍ່ປະຕິບັດຕາມສັນຍາໃຫ້ເຈລະຈາຍົກເລີກສັນຍາ ພ້ອມຫັນທຶນດັ່ງກ່າວມາເລັ່ງຕິດຕັ້ງເຮືອນພັກຊົ່ວຄາວໃຫ້ປະຊາຊົນໃຫ້ໄວຂຶ້ນ ທັງຮັບປະກັນຄຸນນະພາບ ແລະ ປະຢັດງົບປະມານ, ກວດຄືນສັນຍາ ແລະ ການອະນຸມັດໃຫ້ບຸກເບີກ ແລະ ເກັບກູ້ລະເບີດໃນເຂດທີ່ຈັດສັນໃຫ້ປະຊາຊົນຕັ້ງຖິ່ນຖານຊົ່ວຄາວ, ຖາວອນ ແລະ ທຳການຜະລິດ ເພື່ອຮັບປະກັນບໍ່ໃຫ້ຕົ້ນທຶນສູງ ແລະ ມີແຫຼ່ງທຶນທີ່ຈະມາຊຳລະການບຸກເບີກ ແລະ ເກັບກູ້ລະເບີດດັ່ງກ່າວ ແລ້ວລາຍງານລັດຖະບານ.



ມະຕິກອງປະຊຸມທີ່ຈັດຂຶ້ນໃນວັນທີ 4 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຍັງຮຽກຮ້ອງໃຫ້ກວດຄືນລະອຽດການບຸກເບີກພື້ນທີ່ທຳການຜະລິດໃນເຂດທີ່ກຳນົດໃຫ້ບຸກເບີກ ຖ້າເຫັນວ່າຖືກຕ້ອງ ແລະ ເໝາະສົມແລ້ວກໍ່ໃຫ້ຮີບຮ້ອນຈັດສັນ ແລະ ຊຸກຍູ້ສົ່ງເສີມໃຫ້ປະຊາຊົນໄດ້ເລີ່ມທຳການຜະລິດໃຫ້ທັນລະດູການ, ໃຫ້ສະຫຼຸບລາຍງານດ້ານການເງິນ ແລະ ຊັບສິນທີ່ຕິດພັນກັບການແກ້ໄຂ ແລະ ຟື້ນຟູເຂດດັ່ງກ່າວເພື່ອຄວາມໂປ່ງໃສ ແລະ ນຳໃຊ້ທີ່ມີປະສິດຕິຜົນ ຕ້ອງໄດ້ສະຫຼຸບລາຍງານ ໃຫ້ເຫັນວ່າການຊ່ວຍເຫຼືອທີ່ລະດົມໄດ້ຈາກສັງຄົມ ແລະ ພາກສ່ວນຕ່າງໆມີຫຍັງແດ່, ຈຳນວນເທົ່າໃດ, ນຳໃຊ້ເທົ່າໃດ ແລະ ມີແຜນຈະນຳໃຊ້ແນວໃດຕໍ່ໄປໃນການຟື້ນຟູ ແລະ ຊ່ວຍເຫຼືອປະຊາຊົນທີ່ໄດຮັບຜົນກະທົບເພື່ອໃຫ້ເຂົາເຈົ້າສາມາດຊ່ວຍເຫຼືອຕົນເອງໄດ້ໃນອະນາຄົດ, ຄົ້ນຄວ້າ ແລະ ສະເໜີແຜນເພື່ອແກ້ໄຂບັນດາພື້ນຖານໂຄງລ່າງທີ່ຈຳເປັນ ແລະ ເລັ່ງດ່ວນໂດຍສະເພາະເສັ້ນທາງຄົມມະນາຄົມ ແລະ ຊົນລະປະທານທີ່ຈຳເປັນໃນການເດີນທາງ ແລະ ການຜະລິດຂອງປະຊາຊົນຕະຫຼອດຮອດການວາງແຜນຈັດສັນເພື່ອພັດທະນາເຂດດັ່ງກ່າວໃນໄລຍະຍາວ ແລະ ແຫຼ່ງທຶນທີ່່ຈະມາພັດທະນາໂຄງການ ແລະ ຕ້ອງໄດ້ເປັນເອກະພາບກັບບໍລິສັດພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃນວຽກທີ່ຈະນຳໃຊ້ແຫຼ່ງທຶນການຊົດເຊີຍຈາກບໍລິສັດປະກັນໄພ ແລະ ບໍລິສັດພັດທະນາໂຄງການດັ່ງກ່າວ.



ນອກຈາກນີ້ ກອງປະຊຸມຍັງຮຽກຮ້ອງໃຫ້ຄະນະກຳມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ສົມທົບກັບ ພາກສ່ວນກ່ຽວຂ້ອງ ສືບຕໍ່ປະເມີນຜົນເສຍຫາຍຮ່ວມກັບບໍລິສັດພັດທະນາໂຄງການເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍ ແລະ ບໍລິສັດປະກັນໄພໃນເຂດໄພພິບັດໃຫ້ສຳເລັດໂດຍໄວເພື່ອຮັບຮອງເປັນທາງການແລ້ວດຳເນີນການຊົດເຊີຍຕົວຈິງໃຫ້ໄວ ໂດຍຖືເອົາການຊົດເຊີຍປະຊາຊົນເປັນບູລິມະສິດ ຈາກນັ້ນຈຶ່ງແມ່ນຕໍ່ກັບຜູ້ປະກອບການ, ວິສາຫະກິດຕ່າງໆ ແລະ ພື້ນຖານໂຄງລ່າງຂອງລັດ, ໃຫ້ຄົ້ນຄວ້າວິເຄາະ ແລະ ວິໄຈ ບົດລາຍງານຜົນການສຶກສາຫາສາເຫດຂອງການແຕກພັງຄູກັນນ້ຳຂອງເຂື່ອນໄຟຟ້າເຊປຽນ-ເຊນ້ຳນ້ອຍໃຫ້ເລິກເຊິ່ງ ເບິ່ງບັນຫາໃຫ້ຮອບດ້ານ ແລະ ມີຄຳເຫັນແນະນຳໃຫ້ແກ່ລັດຖະບານເພື່ອລາຍງານຕໍ່ກົມການເມືອງເພື່ອຊາບ ແລະ ມີທິດຊີ້ນຳ.

ທີ່ມາ: ສໍານັກຂ່າວສານປະເທດລາວ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.