Header Ads

ເຈົ້າຄອງ ນວ ເນັ້ນບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຕ້ອງສຸມໃສ່ແກ້ໄຂຢ່າງຈິງຈັງ



ກອງ​ປະ­ຊຸມ​ເຊື່ອມ​ຊຶມ​ມະ­ຕິ 7 ສະ­ໄໝ​ທີ X ຢູ່​ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ຈັດ​ຂຶ້ນ​ວັນ​ທີ 5 ມັງ­ກອນ 2019 ຢູ່​ຫ້ອງ​ວ່າ­ການ​ປົກ­ຄອງ ນວ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ມີ​ບັນ­ດາ​ຄະ­ນະ​ພັກ ຄະ­ນະ​ນຳ ແລະ ພະ­ນັກ­ງານ​ຫຼັກ​ແຫຼ່ງ​ອ້ອມ​ຂ້າງ​ເຂົ້າ​ຮ່ວມ.

ທ່ານ​ເຈົ້າ​ຄອງ ນວ ກ່າວ​ວ່າ: ກອງ​ປະ­ຊຸມ​ຄັ້ງ​ນີ້ ເພື່ອ​ຈັດ​ຕັ້ງ​ເຊື່ອມ​ຊຶມ ຜັນ​ຂະ­ຫຍາຍ​ເນື້ອ​ໃນ​ຈິດ­ໃຈ​ສຳ­ຄັນ​ຂອງ​ມະ­ຕິ 7 ສະ­ໄໝ​ທີ X ແນ­ໃສ່​ສ້າງ​ຄວາມ​ຮັບ​ຮູ້-ເຂົ້າ­ໃຈ​ແຈ້ງ​ຕື່ມ​ຕໍ່​ບັນ­ຫາ​ຕ່າງໆ ທີ່​ພວມ​ປະ​ເຊີນ​ໜ້າ ແລະ ຕ້ອງ​ສຸມ​ໃສ່​ແກ້​ໄຂ​ຢ່າງ​ຈິງ​ຈັງ ໂດຍ​ສະ­ເພາະ ບັນ­ຫາ​ດ້ານ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ-ການ​ເງິນ​ຂອງ​ປະ­ເທດ ເວົ້າ​ສະ­ເພາະ​ຢູ່ ນວ ພ້ອມ​ທັງ​ຍົກ​ໃຫ້​ເຫັນ​ບັນ­ຫາ​ທີ່​ຍັງ​ອ່ອນ­ແອ​ຂອງ​ລະ­ບົບ​ການ­ເມືອງ​ຢູ່​ຂັ້ນ​ຮາກ​ຖານ ຄວາມ​ຫຍຸ້ງ­ຍາກ ແລະ ອ່ອນ­ແອ​ເຫຼົ່າ­ນັ້ນ ເປັນ​ສິ່ງ​ທ້າ​ທາຍ​ທີ່​ມີ​ລັກ­ສະ­ນະ​ຫຼໍ່​ແຫຼມ​ຕໍ່​ສະ­ຖຽນ​ລະ​ພາບ​ດ້ານ​ເສດ­ຖະ­ກິດ​ສັງ­ຄົມ-ການ­ເມືອງ ກໍ​ຄື​ຄວາມ​ໝັ້ນ­ຄົງ​ຂອງ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ ຕໍ່​ສະ­ພາບ​ການ​ດັ່ງ­ກ່າວ ຕ້ອງ​ສະ­ດຸ້ງ​ໄວ​ແທ້ໆ ຖ້າ​ຫາກ​ຍັງ​ຖື​ເບົາ ແນ່­ນອນ​ພວກ​ເຮົາ​ຈະ​ຕົກ​ຢູ່​ໃນ​ທ່າ​ຮັບ​ຢ່າງ​ຫຼີກ​ລ່ຽງ​ບໍ່​ໄດ້.

ກອງ​ປະ­ຊຸມ​ຄັ້ງ​ນີ້ ໄດ້​ສຸມ​ໃສ່​ເຊື່ອມ​ຊຶມ 2 ເອ­ກະ­ສານ​ສຳ­ຄັນ​ຄື: ມະ­ຕິ​ວ່າ​ດ້ວຍ​ການ​ເພີ່ມ​ທະ­ວີ​ນຳ­ພາ​ແກ້​ໄຂ​ຄວາມ​ຫຍຸ້ງ­ຍາກ​ດ້ານ​ເສດ­ຖະ­ກິດ-ການ​ເງິນ ແລະ ສ້າງ​ຄວາມ​ເຂັ້ມ­ແຂງ​ຂອງ​ການ​ຄຸ້ມ​ຄອງ​ມະ­ຫາ​ພາກ ມະ­ຕິ​ວ່າ​ດ້ວຍ​ການ​ປັບ­ປຸງ​ຮາກ​ຖານ​ການ­ເມືອງ​ຂອງ​ລະ­ບອບ​ປະ­ຊາ­ທິ­ປະ­ໄຕ​ປະ­ຊາ­ຊົນ​ໃຫ້​ເຂັ້ມ­ແຂງ ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ເຊິ່ງ​ມະ­ຕິ​ດັ່ງ­ກ່າວ​ມີ​ຄວາມ​ສຳ­ຄັນ​ຫຼາຍ ແລະ ຕິດ​ພັນ​ໂດຍ​ກົງ​ກັບ​ຄວາມ​ຮັບ­ຜິດ­ຊອບ​ການ­ເມືອງ​ຂອງ​ຄະ­ນະ​ພັກ-ຄະ­ນະ​ນຳ​ແຕ່​ລະ​ຂັ້ນ ທັງ​ເປັນ​ການ​ສ້າງ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ­ກະ​ພາບ​ກັບ​ສູນ​ກາງ​ພັກ ແລະ ສ້າງ​ຄວາມ​ສາ­ມາດ​ໃຫ້­ການ​ຜັນ​ຂະ­ຫຍາຍ​ຈັດ​ຕັ້ງ​ປະ­ຕິ­ບັດ 2 ມະ­ຕິ​ສຳ­ຄັນ​ໃນ​ພາກ​ຕົວ​ຈິງ.

ໂອ­ກາດ​ນີ້ ທ່ານ​ເຈົ້າ​ຄອງ ນວ ກໍ​ໄດ້​ຮຽກ­ຮ້ອງ​ໃຫ້​ຜູ້​ເຂົ້າ​ຮ່ວມ ເຊີດ​ຊູ​ຄວາມ​ຮັບ­ຜິດ­ຊອບ ເສີມ​ຂະ­ຫຍາຍ​ຫົວ­ຄິດ​ປະ­ດິດ​ສ້າງ ກ້າ​ເວົ້າ​ຄວາມ​ຈິງ ນຳ​ສະ­ເໜີ​ບັນ­ຫາ​ບົນ​ຈິດ­ໃຈ​ຖື​ເອົາ​ຜົນ​ປະ­ໂຫຍດ​ຂອງ​ປະ­ຊາ­ຊົນ ແລະ ປະ­ເທດ​ຊາດ​ເປັນ​ກົກ ຊອກ​ທາງ​ອອກ​ທີ່​ດີ​ໃຫ້­ການ​ສືບ­ຕໍ່​ຊີ້​ນຳ-ນຳ­ພາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ມະ­ຕິ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ X ຂອງ​ພັກ ໃຫ້​ມີ​ໝາກ­ຜົນ​ຕົວ​ຈິງ.


ພາບ ແລະ ຂ່າວ: ນສພ ວຽງຈັນໃຫ່ມ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.