Header Ads

ແຂວງວຽງຈັນ ສາມາດເກັບລາຍຮັບສ່ວຍສາອາກອນໄດ້ 218 ຕື້ກວ່າກີບ ລື່ນແຜນການ 21%



ການເກັບລາຍຮັບສ່ວຍສາອາກອນທົ່ວແຂວງວຽງຈັນ ໄດ້ທັງໝົດ 218 ຕື້ກວ່າກີບ ເທົ່າກັບ 121% ຂອງແຜນການປີ,ໃນນັ້ນລາຍຮັບສ່ວຍສາອາກອນປະຈຳແຂວງໄດ້ 175 ຕື້ກວ່າກີບ,ສ່ວຍສາອາກອນປະຈຳເມືອງໄດ້ 42 ຕື້ກວ່າກີບ. ເຊິ່ງ ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອປະຈຳແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມວຽກງານສ່ວຍສາອາກອນປະຈຳປີ 2018 ແລະ ທິດທາງປີ 2019 ທີ່ໄດ້ຈັດຂຶ້ນໃນລະຫວ່າງວັນທີ 05-06 ກຸມພາ 2019 ນີ້ ໂດຍການເປັນປະທານຂອງທ່ານ ຂັນທອງ ພະລະຄອນ ຫົວໜ້າສ່ວຍສາອາກອປະຈຳແຂວງວຽງຈັນ,ມີບັນດາຫົວໜ້າສ່ວຍສາອາກອນປະຈຳເມືອງ 11 ເມືອງທົ່ວແຂວງ,ພະນັກງານສ່ວຍສາອາກອນປະຈຳແຂວງ ແລະແຂກຖືກເຊີນເຂົ້າຮ່ວມ.



ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອປະຈຳແຂວງວຽງຈັນ ໄດ້ລາຍງານໃຫ້ຮູ້ວ່າວ່າ: ທົ່ວແຂວງວຽງຈັນມີຫົວໜ່ວຍວິສາຫະກິດທັງໝົດ 8.460 ຫົວໜ່ວຍ,ໃນນີ້ຫົວໜ່ວຍການຜະລິດມີ 518 ຫວົໜ່ວຍ,ການຄ້າມີ 4.927 ຫົວໜ່ວຍ ແລະ ການບໍລິການມີ 3.015 ຫົວໜ່ວຍ,ສ່ວຍສາອາກອນປະຈຳແຂວງຄຸ້ມຄອງ 516 ຫົວໜ່ວຍ,ສ່ວຍສາອາກອນປະຈຳເມືອງຄຸ້ມຄອງ 2.940 ຫົວໜ່ວຍ,ຂັ້ນບ້ານຄຸ້ມຄອງມີ 5.004 ຫົວໜ່ວຍ, ທົ່ວແຂວງມີຕອນດິນທັງໝົດ 193.107 ຕອນ,ໃນນັ້ນປະເພດດິນປຸກສ້າງມີ,ດິນປະເພດປຸກສ້າງມີ 78.234 ຕອນ ແລະ ດິນປະເພດກະສິກຳມີ 114.873 ຕອນ,ເຊິ່ງປີ2018 ຜ່ານມາສາມາເກັບລາຍຮັບສ່ວຍສາອາກອນທົ່ວແຂວງວຽງຈັນໄດ້ທັງໝົດ 218 ຕື້ກວ່າກີບ ເທົ່າກັບ121% ຂອງແຜນການປີ,ໃນນັ້ນອາກອນມູນຄ່າເພີ່ມໄດ້ 117 ຕື້ກວ່າກີບ,ອາກອນຊົມໃຊ້ໄດ້ 14 ຕື້ກວ່າກີບ,ອາກອນກຳໄລໄດ້ 14 ກວ່າກີບ,ອາກອນລາຍໄດ້ເງິນເດືອນໄດ້ 19 ຕື້ກວ່າກີບ,ອາກອນລາຍໄດ້ອື່ນໆໄດ້ 193 ລ້ານກວ່າກີບ,ອາກອນມອບເໝົາໄດ້ 6 ຕື້ກວ່າກີບ,ລາຍຮັບຈາກທີ່ດິນໄດ້ 12 ຕື້ກວ່າກີບ,ລາຍຮັບຄ່າທຳນຽມຕ່າງໆໄດ້ 4 ຕື້ກວ່າກີບ,ລາຍຮັບຄ່າບໍລິການໄດ້ 30 ຕື້ກວ່າກີບ,ຄ່າປັບໃໝ່ໄດ້ 22 ລ້ານກວ່າກີບ.



ທ່ານ ພູເຂົາທອງ ທອງສະຫວັນ ຮອງຫົວໜ້າສ່ວຍສາອາກອປະຈຳແຂວງວຽງຈັນໄດ້ລາຍງານຕື່ມອີກວ່າ: ສຳລັບທິດທາງແຜນການປີ 2019 ຈະສູ້ຊົນເກັບລາຍຮັບສ່ວຍສາອາກອນໃຫ້ໄດ້ທັງໝົດ 188 ຕື້ກວ່າກີບ,ສະເພາະແຜນຈັດເກັບລາຍຮັບປີ 2019 ແມ່ນຈະຍັງສືບຕໍ່ສູ້ຊົນແກ້ໄຂບັນຫາຂໍ້ຫຍຸ້ງຍາກຕ່າງໆໂດຍກ້າວເຂົ້າສູ່ການຄຸ້ມຄອງຕາມລະບຽບກົດໝາຍຢ່າງຕັ້ງໜ້າ,ຫັນເປັນທັນສະໄໝຢ່າງທັນການ ແລະ ກວ້າງຂວາງເຮັດໃຫ້ການເກັບລາຍຮັບໃຫ້ມີປະສິທິຜົນ ແລະ ເຂັ້ມງວດຂຶ້ນກວ່າເກົ່າ.



ຂ່າວ : ບຸນມາ ແກ້ວບຸດດາ
ພາບ : ພູເງິນ ບົວທອງ




© ໂຕະນໍ້າຊາ | tonamcha.com
___________

Powered by Blogger.