Header Ads

ປີ 2019 ລາວໂທລະຄົມ ຄາດວ່າຈະມອບພັນທະ ແລະ ເງິນປັນຜົນໃຫ້ແກ່ລັດຖະບານຈຳນວນ 579,5 ຕື້ກີບ



ໃນປີ 2018 ຜ່ານມາ, ລັດວິສາຫະກິດ ລາວໂທລະຄົມມະນາຄົມ ສາມາດສ້າງລາຍຮັບໄດ້ທັງໝົດ 1.868,7 ຕື້ກີບ (ລວມອາກອນ) ທຽບໃສ່ປີ 2017 ເພີ່ມຂຶ້ນ 1,4% ໃນນັ້ນ ມີກຳໄລສຸດທິ 322,7 ຕື້ກີບ ຊຶ່ງສາມາດປະຕິບັດພັນທະໃຫ້ ລັດຖະບານໄດ້ທັງໝົດ 541,5 ຕື້ກີບ, ກວມເອົາອັດຕາສ່ວນ 34,6% ຂອງລາຍຮັບທີ່ລາວໂທລະຄົມປະຕິບັດໄດ້ໃນປີ 2018.  ນອກຈາກນີ້, ລາວໂທລະຄົມ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ໃຫ້ການອຸປະຖໍາຕໍ່ອົງການຈັດຕັ້ງພັກ-ລັດ ແລະ ສັງຄົມ ໃນມູນຄ່າ 1,4 ຕື້ກ່ວາກີບ. 



ຄຽງຄູ່ກັນນີ້, ລາວໂທລະຄົມ ກໍ່ໄດ້ສືບຕໍ່ພັດທະນາຕົນເອງ, ໂດຍໄດ້ລົງທຶນຂະຫຍາຍຕາໜ່າງລະບົບໂທລະຄົມມະນາຄົມ, ມູນຄ່າທັງໜົດ 60 ລ້ານໂດລາສະຫະລັດ ຫລື ປະມານ 510 ຕື້ກີບ, ເຮັດໃຫ້ ປັດຈຸບັນ ມີສະຖານີມືຖື 2G, 3G, 4G, ແລະ 4.5G ລວມທັງໝົດ 6.653 ສະຖານີ, ມີສັນ ຍານໂທລະສັບມືຖືປົກຄຸມໄດ້ 18 ແຂວງ 148 ເມືອງ 8.500 ກວ່າບ້ານ, ໃນນີ້ 2G ກວມ 72% 3G ກວມ 62%, 4G ກວມ 49% ແລະ 4.5G ກວມ 22% ຂອງຕົວເມືອງໃຫຍ່. ພ້ອມກັນນີ້, ຈຳນວນລູກຄ້າທີ່ໃຊ້ໂທລະສັບມືຖືໃນລະບົບມີ 1,6 ລ້ານ ເລກໝາຍ, ໂທລະສັບຕັ້ງໂຕະ 40.000 ເລກໝາຍ, ໂທລະສັບວິນໂຟນ 430.000 ເລກໝາຍ ແລະ ອິນເຕີເນັດ 1,4 ລ້ານເລກໝາຍ.



ສຳລັບທິດທາງແຜນການປີ 2019, ລາວໂທລະຄົມ ຈະສູ້ຊົນສ້າງຖານລູກຄ້າໃຫ້ເພີ່ມເປັນ 149.706 ເລກໝາຍ ແລະ ສ້າງ ລາຍຮັບໃຫ້ໄດ້ທັງໝົດ 1.974,1 ຕື້ກີບ ທຽບໃສ່ປີ 2018 ເພີ່ມຂຶ້ນ 6,3% ໂດຍຄາດຄະເນກຳໄລສຸດທິໃຫ້ໄດ້ 391,2 ຕື້ກີບ, ເພີ່ມຂຶ້ນ 19,8% ແລະ ຄາດຄະເນວ່າຈະສາມາດມອບພັນທະ ແລະ ເງິນປັນຜົນໃຫ້ແກ່ລັດຖະບານຈຳນວນໄດ້ 579,5 ຕື້ກີບ, ຊຶ່ງກວມເອົາອັດຕາສ່ວນບໍ່ຫຼຸດ 28,6% ຂອງລາຍຮັບປີ 2019 ແລະ ທັງຈະລົງທຶນປັບປຸງ ແລະ ຂະຫຍາຍຕາໜ່າງ ລະບົບໂທລະຄົມມະນາຄົມ, ໂດຍສະເພາະລະບົບອິນເຕີເນັດ ເພື່ອຮັບປະກັນທາງດ້ານປະລິມານ ແລະ ຄຸນະພາບຂໍ້ມູນ ໃຫ້ມີຄວາມປອດໄພ ແລະ ເປັນລະບົບທັນສະໄໝ ເພື່ອຮັບປະກັນໃຫ້ແກ່ການບໍລິການສັງຄົມ ໃຫ້ໄດ້ດີກ່ວາເກົ່າ.



ຂໍ້ມູນທັງໝົດນີ້ ແມ່ນໄດ້ຮັບການເປີດເຜີຍ ໃນກອງປະຊຸມສະຫຼຸບຜົນງານການເຄື່ອນໄຫວທຸລະກິດຂອງລັດວິສາຫະກິດລາວໂທລະຄົມມະນາຄົມ ປະຈຳປີ 2018 ຊຶ່ງຈັດຂຶ້ນຢູ່ສຳນັກງານໃຫຍ່ບໍລິສັດດັ່ງກ່າວໃນວັນທີ 13 ກຸມພາ 2019 ພາຍໃຕ້ການເປັນປະທານຂອງທ່ານ ຖາວອນ ສົມສະກຸນ, ຜູ້ອຳນວຍການໃຫຍ່ລັດວິສາຫະກິດ ລາວໂທລະຄົມ ມະນາຄົມ, ແລະ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ.


ຂ່າວ-ພາບ: ບຸນຕຽງ ຈັນທະວົງ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.