Header Ads

ພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ແລະ ການຮ່ວມມື ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ການາດາ



ໃນຕອນບ່າຍຂອງວັນທີ 8 ກຸມພາ 2019, ທີ່ ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍ ການປຶກສາຫາລືດ້ານການເມືອງ ແລະ ການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ, ການຄ້າ ແລະ ການພັດທະນາ ຂອງ ການາດາ. ຕາງໜ້າຝ່າຍລາວໂດຍ ທ່ານ ແສງເພັດ ຮຸ່ງບຸນຍວງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍການາດາໂດຍ ທ່ານ ນາງ Donica Pottie,ເອກອັກຄະລັດຖະທູດ ແຫ່ງ ການາດາ ປະຈຳ ສປປ ລາວ, ທີ່ມີສຳນັກງານຕັ້ງຢູ່ ບາງກອກ, ປະເທດໄທ.

ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ສະແດງຄວາມຍິນດີ ແລະ ຕີລາຄາສູງ ຕໍ່ການລົງນາມບົດບັນທຶກ ລະຫວ່າງ ສປງກະຊວງການຕ່າງປະເທດ ເຊິ່ງເປັນມິດໝາຍອັນດີ ໃນການຊຸກຍູ້ ແລະ ເພີ່ມທະວີການພົວພັນ ແລະ ຮ່ວມມືໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ໃຫ້ກວ້າງຂວາງ ແລະ ມີປະສິດຕິຜົນຂຶ້ນຕື່ມ, ໂດຍສະເພາະແມ່ນ ການຮ່ວມມືໃນດ້ານວຽກງານເກັບກູ້ລະເບີດທີ່ຍັງບໍ່ທັນແຕກ, ການສຶກສາ ແລະ ການພົວພັນຮ່ວມມື ການາດາ-ອາຊຽນ, ການຮ່ວມມື ແລະ ການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນກໍ່ຄືສາກົນ.


ສປປ ລາວ ແລະ ການາດາ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 15 ມິຖຸນາ 1974 ແລະ ໃນເດືອນສິງຫາ 2015, ການາດາ ໄດ້ເປີດຫ້ອງການຕາງໜ້າການທູດການາດາ ທີ່ ນະຄອນຫຼວງວຽງຈັນ.


ພາບ-ຂ່າວ: ກະຊວງການຕ່າງປະເທດ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.