Header Ads

ເຈົ້າໜ້າທີ່ຕຳຫຼວດດ່ານສາກົນ ປາກຊັນ ແຂວງບໍລິຄຳໄຊ ມອບຜູ້ຖືກຫາຄົນໄທກັບຄືນປະເທດ




ໃນຕອນບ່າຍຂອງວັນທີ 12 ກຸມພາ 2019 ນີ້ ທີ່ດ່ານສາກົນປາກຊັນ ແຂວງບໍລິຄໍາໄຊ ໄດ້ມີການມອບ – ຮັບ ຜູ້ຖືກຫາຄົນໄທ ຈຳນວນ 01 ຄົນທີ່ເຮັດຜິດໃນຂໍ້ຫາເຂົ້າເມືອງຜິດກົດໝາຍກັບຄືນປະເທດ.

ໂດຍປະຕິບັດຕາມກອງປະຊຸມຄະນະກໍາມະການ ຮ່ວມມືຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນລາວ – ໄທ ແຂວງບໍລິຄຳໄຊ – ແຂວງບຶງການ, ອີງຕາມ ຄຳສັ່ງປ່ອຍຕົວຂອງກອງບັນຊາການ ປກສ ແຂວງບໍລິຄຳໄຊ ສະບັບເລກທີ 0621/ປກສ ລົງວັນທີ 06 ກຸມພາ 2019 ເຈົ້າໜ້າທີ່ຕໍາຫຼວດກວດຄົນເຂົ້າ – ອອກເມືອງ ດ່ານສາກົນປາກຊັນ ຈຶ່ງໄດ້ມອບສົ່ງຕົວຜູ້ຖືກຫາ ຊື່: ທ້າວ ລັດທະສາດ ທອງທາ ອາຍຸ 21 ປີ ອາຊີບ ກຳມະກອນ ເຊື້ອຊາດ ແລະ ສັນຊາດໄທ ຢູ່ບ້ານ ຕ້ອງ, ເມືອງ ເຊກາ, ແຂວງ ບຶງການ ຖືກກັກຕົວ ຢູ່ແຄມນໍ້າຂອງ ເຂດ ບ້ານ ປາກປຶງ ເມືອງ ປາກຊັນ ໃນວັນທີ 15 ມັງກອນ 2019 ໃນຂໍ້ຫາລັກເຂົ້າເມືອງຜິດກົດໝາຍ, ເຊິ່ງຜູ້ກ່ຽວໄດ້ຜ່ານການສືບສວນ – ສອບສວນ ດຳເນີນຄະດີຕາມລະບຽບກົດໝາຍຂອງ ສປປ ລາວ ເປັນທີ່ຮຽບຮ້ອຍແລ້ວ, ດັ່ງນັ້ນ ຈຶ່ງມອບໃຫ້ເຈົ້າໜ້າທີ່ຝ່າຍໄທນຳໄປສຶກສາອົບຮົມ ແລະ ບໍ່ໃຫ້ຜູ້ກ່ຽວກະທຳຜິດຊໍ້າອີກ.


ກ່າວມອບໂດຍ ທ່ານ ພັນຕີ ຊາຍ ຈັນທະລັງສີ ຮອງຫົວໜ້າດ່ານຕຳຫຼວດກວດຄົນເຂົ້າ – ອອກເມືອງ ດ່ານສາກົນ ປາກຊັນ, ກ່າວຮັບໂດຍ ທ່ານ ພັນໂທ ບໍ່ດີນ ຮ້ອຍພົມມາ ສາລະວັດ ຫົວໜ້າງານສຶບສວນ ຕໍາຫຼວດກວດຄົນເຂົ້າ – ອອກເມືອງ ດ່ານສາກົນບຶງການ ໂດຍມີເຈົ້າໜ້າທີ່ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ. ພາບ -ຂ່າວ: ຂ່າວສານແຂວງບໍລິຄຳໄຊ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.