Header Ads

ສານປະຊາຊົນແຂວງຈຳປາສັກຕັດສິນລົງໂທດ ແລະ ປະຫານຊີວິດນັກໂທດ 3 ຄົນ


ໃນຕົ້ນເດືອນກຸມພາ 2019 ສານປະຊາຊົນແຂວງຈໍາປາສັກ ໄດ້ພິຈາລະນາຄະດີ ອາຍາ ກ່ຽວກັບ ການຄ້າຂາຍຢາເສບຕິດຈໍານວນ 3 ເລື່ອງ, ມີຈໍາເລີຍຈໍານວນ 10 ຄົນ, ໃນນັ້ນຖືກສານຕັດສິນ ປະຫານຊີວິດ ຈໍານວນ 3 ຄົນ, ຕັດອິດສະຫຼະພາບຕະຫຼອດຊີວິດ ຈໍານວນ 4 ຄົນ ແລະ ຈໍາ

ນວນທີ່ເຫຼືອແມ່ນຖືກລົງໂທດຕັດອິດສະຫຼະພາບ ແລະ ປັບໄໝຕາມການກະທໍາຄວາມຜິດຕົວຈິງ. ເລື່ອງທີ1: ຄະນະສານອາຍາຂອງສານປະຊາຊົນແຂວງຈໍາປາສັກ ໄດ້ຕັດສິນຄະດີຕໍ່ໜ້າປະຊາຊົນ ເປັນຂັ້ນຕົ້ນ ໂດຍຊ້ອງໜ້າໂຈດທາງອາຍາ ແລະ ພວກຈໍາເລີຍ ຄື: ນາງ ຊາຍ ອາຍຸ 31 ປີ, ສັນຊາດລາວ ອາຊີບເຮັດນາ, ຢູ່ບ້ານຫຽງ ເມືອງສຸຂຸມາ ແຂວງຈໍາປາສັກ (ຈໍາເລີຍ1), ທ້າວ ຈັນທະລາ ອາຍຸ 23 ປີ, ສັນຊາດລາວ ອາຊີບເຮັດນາ, ຢູ່ບ້ານໜອງສາ ເມືອງຈໍາປາສັກ ແຂວງຈໍາປາສັກ (ຈໍາເລີຍ2) ມີຄວາມຜິດໃນ ສະຖານ ຄ້າ-ຂາຍຢາເສບຕິດ (ປະເພດຢາບ້າ) ນາງຊາຍ ຖືກສານຕັດສິນລົງໂທດ ປະຫານຊີວິດ, ສ່ວນທ້າວຈັນທະລາ ຖືກສານຕັດອິດສະຫຼະພາບ ຈຳຄຸກ 5 ປີ, ປັບໄໝເປັນເງິນຈໍານວນ 10 ລ້ານກີບ. ເລື່ອງທີ2: ຄະນະສານອາຍາຂອງສານປະຊາຊົນແຂວງ ໄດ້ຕັດສິນຄະດີ ທ້າວ ໄຊ ວິໄລ ອາຍຸ 50 ປີ ສັນຊາດລາວ ອາຊີບຄ້າຂາຍ ຢູ່ບ້ານສາຍນໍ້າເງິນ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ຈໍາເລີຍ) ມີຄວາມຜິດທາງອາຍາ ໃນສະຖານ ຄ້າ-ຂາຍ ຢາເສບຕິດ (ປະເພດຢາໄອ໌) ແລະ ມີອາວຸດເສິກໄວ້ໃນຄອບ ຄອງໂດຍບໍ່ຖືກຕ້ອງຕາມກົດໝາຍ ເຊິ່ງສານຕັດສິນລົງໂທດປະຫານຊີວິດ, ສາມາດຢຶດຢາໄອ໌ ຈໍານວນ 8 ກິໂລ ກັບ 3 ຖົງນ້ອຍ ມີນໍ້າໜັກ 8.003,9 ກຼາມ, ຢຶດປືນ CZ75 ໜຶ່ງກະບອກ ພ້ອມດ້ວຍລູກປືນ ຈໍານວນ 24 ລູກ.

ເລື່ອງທີ3: ຄະນະສານອາຍາຂອງສານປະຊາຊົນແຂວງຈໍາປາສັກ ໄດ້ຕັດສິນຄະດີຂອງຈໍາເລີຍທີ່ມີ ຄວາມຜິດໃນສະຖານຄ້າຂາຍຢາເສບຕິດ (ຢາບ້າ) ຄື: ນາງ ສຸກມະນີ ອາຍຸ 30 ປີ, ສັນຊາດລາວ ອາຊີບເຮັດ ນາ, ບ້ານສິງສໍາພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືກສານຕັດສິນລົງໂທດປະຫານຊີວິດ. ສ່ວນທ້າວ ໝີ ອາຍຸ 45 ປີ, ສັນຊາດລາວ ອາຊີບເຮັດນາ, ບ້ານບຸ່ນນ້ອຍ ເມືອງໂຂງ ແຂວງຈໍາປາສັກ, ລົງໂທດຕັດອິດສະຫຼະພາບຕະ


ຫຼອດຊີວິດ, ປັບໄໝ 500 ລ້ານກີບ, ທ້າວ ສົມໃຈ ອາຍຸ 41 ປີ, ສັນຊາດລາວ ອາຊີບເຮັດນາ, ທ້າວ ສົມປອງ ອາຍຸ 25 ປີ ສັນຊາດ ລາວ, ອາຊີບກໍາມະກອນ, ນາງ ຫຍ໋ອງ (ຫຼ້າ) ອາຍຸ 32 ປີ, ສັນຊາດລາວ, ອາຊີບເຮັດສວນ ໂດຍທັງສາມຄົນ ແມ່ນຢູ່ບ້ານສິງສໍາພັນ ເມືອງຊະນະສົມບູນ ແຂວງຈໍາປາສັກ ຖືກລົງໂທດຕັດອິດສາລະພາບຕະຫຼອດຊີວິດ, ປັບໄໝຄົນລະ 500 ລ້ານກີບ ແລະ ທ້າວ ສີສຸກ ອາຍຸ 37 ປີ, ສັນຊາດລາວ, ອາຊີບເຮັດສວນ, ບ້ານສິງສໍາພັນ ຖືກລົງໂທດຕັດອິດສະຫຼະພາບ 5 ປີ, ປັບໄໝ 10 ລ້ານກີບ, ທ້າວ ອ້ວນ ອາຍຸ 35 ປີ, ສັນຊາດລາວ, ອາຊີບກໍາມະກອນ, ບ້ານສິງສໍາພັນ ຖືກລົງໂທດຕັດອິດສະຫຼະພາບ 1 ປີ ກັບ 10 ເດືອນ, ປັບໄໝຈໍານວນ 5 ລ້ານກີບ.  ຂ່າວ-ພາບ: ຈັນທະວີສັກ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.