Header Ads

ປີ 2019 ລັດຖະບານ ຈະທຸ້ມງົບກວ່າ 600 ຕື້ກີບ ບູລະນະທາງຫຼວງ ຈຳນວນ 18 ເສັ້ນ



ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ກ່າວວ່າ: ໃນປີ 2018 ຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຖືເອົາການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນວຽກງານຂົວ-ທາງ ນອກຈາກຈະສຸມໃສ່ໃນການປັບປຸງລາຄາຫົວໜ່ວຍການກໍ່ສ້າງສ້ອມແປງຂົວ-ທາງທີ່ເປັນວຽກຈຸດສຸມຂອງກະຊວງແລ້ວ ການຄຸ້ມຄອງບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງ ເຊິ່ງປະກອບມີທາງ ແລະ ຂົວ ກໍແມ່ນວຽກງານໜຶ່ງທີ່ກະຊວງໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ເຊິ່ງສະແດງອອກໃນຜົນສໍາເລັດໃນປີຜ່ານມາ ເຊັ່ນ:

ໂຄງການກໍ່ສ້າງທາງບ້ານຮວກ-ເມືອງຄອບ-ປາກຄອບ-ຄອນຕື້ນ, ໂຄງການກໍ່ສ້າງຂົວເຊກອງ, ໂຄງການປັບປຸງຂະຫຍາຍເສັ້ນທາງເລກທີ 21 ແຕ່ຜາເມືອງ-ທາງ 1 D ບ້ານທ່າສີ ແຂວງບໍລິຄໍາໄຊ, ໂຄງການກໍ່ສ້າງທາງ 16 A ປາກຊ່ອງ-ຫຼັກ 52 ແຂວງອັດຕະປື, ໂຄງການກໍ່ສ້າງທາງເບີ 4 ແຕ່ພູຫົວຊ້າງ-ບ້ານອ່າວໃຕ້ ເມືອງ ອານຸວົງ ແຂວງໄຊສົມບູນ ແລະ ໂຄງການກໍ່ສ້າງທາງ 16 B ເຊກອງ-ດາກຈຶງ ຊ່ວງ 96,6 ກິໂລແມັດ.

ນອກຈາກນີ້, ຍັງມີຫຼາຍໂຄງການທີ່ພວມຈັດຕັ້ງປະຕິບັດວຽກຢ່າງຕັ້ງໜ້າ ແລະ ມີຄວາມຄືບໜ້າເຊັ່ນ: ໂຄງການກໍ່ສ້າງທາງປູຢາງ 2 ຊັ້ນ ເສັ້ນທາງເລກ 6 A+6 B ຫາງລ້ອງ-ສົບເບົາ-ປ່າຮ່າງ (ADB12) ສະເພາະທາງ 6 B ແມ່ນສໍາເລັດແລ້ວ 100%, ທາງ 6 A ປະຕິບັດໄດ້ 98% ແລະ ຊ່ວງວຽງໄຊ-ນໍ້່າໂສຍ ປະຕິບັດໄດ້ 53,14%, ໂຄງການຄຸ້ມຄອງ ແລະ ສ້ອມແປງຂະແໜງຂົວທາງ 61,61%, ໂຄງການກໍ່ສ້າງທາງ 3 ແຍກນາຊາງ-ທົ່ງທູ ແລະ ເທດສະບານ ເມືອງຊໍາໃຕ້ ປະຕິບັດໄດ້ 98,08%, ໂຄງການກໍ່ສ້າງທາງທ່າເຫຼົ້າ-ຊໍາໃຕ້ ປະຕິບັດໄດ້ 96,17%, ໂຄງການທາງຊົນນະບົດ KFW (RIP VI) ມີທັງໝົດ 3 ສັນຍາຄື: ສັນຍາທີ 1 ທາງເບີ 3.6910 ແຕ່ແຍກ 15B-ບ້ານອາສົກ ປະຕິບັດໄດ້ 48%, ສັນຍາທີ 2 ທາງເບີ 5.7226 ແຕ່ແຍກ 15B-ບ້ານຕຸ້ມລີຂາວ ປະຕິບັດໄດ້ 100% ແລະ ສັນຍາທີ 3 ທາງເບີ 5.7264 ແຕ່ບ້ານກັງ-ບ້ານຈໍລະວຽງ ປະຕິບັດໄດ້ 100%; ນອກນີ້, ຍັງສາມາດປະຢັດເງິນໄປກໍ່ສ້າງທາງເພີ່ມອີກ 4 ສັນຍາຍາວ 16.3 ກິໂລແມັດ; ປັດຈຸບັນ, ວຽກເພີ່ມດັ່ງກ່າວຄືບໜ້າ 69% ສະເລ່ຍແລ້ວປະຕິບັດໄດ້ 83%, ໂຄງການກໍ່ສ້າງທາງຫົງສາ-ຊຽງແມນ ຊ່ວງທີ 1 ປະຕິບັດໄດ້ 86% ແລະ ຊ່ວງທີປະຕິບັດໄດ້ 91.58%, ໂຄງການກໍ່ສ້າງຂົວ 2 ແຫ່ງຕາມທາງເລກ 9 ໂດຍທຶນ ຊ່ວຍເຫຼືອລ້າຈາກລັດຖະບານຍີປຸ່ນປະຕິບັດໄດ້ 75.13%, ໂຄງການກໍ່ສ້າງທາງ 16 B ດາກຈຶງ-ຫວຽດນາມ ຊ່ວງ 21 ກິໂລແມັດ ປະຕິບັດໄດ້ 81.47% ແລະ ໂຄງການອື່ນໆອີກຈໍານວນໜຶ່ງ.



ນອກຈາກວຽກງານດັ່ງກ່າວແລ້ວ ກະຊວງໂຍທາທິການ ແລະ ຂົນສົ່ງ ຍັງໄດ້ເອົາໃຈໃສ່ສ້ອມແປງທາງຫຼວງແຫ່ງຊາດ ແບບເປັນກໍານົດ ໃນປີ 2018 ເຊິ່ງມີທັງໝົດ 130 ສັນຍາ ຂຶ້ນກັບ 25 ໂຄງການ ລວມມູນຄ່າກໍ່ສ້າງທັງໝົດ 596.99 ຕື້ກີບ, ກໍານົດເວລາໃນການຈັດຕັ້ງປະຕິບັດສັນຍາ 5 ເດືອນ ຮອດທ້າຍເດືອນທັນວາ ສະເລ່ຍຄວາມຄືບ ໜ້າທັງໝົດໄດ້ 97.19%; ນອກຈາກນີ້, ໃນການສ້ອມແປງທາງຫຼວງ ຍັງມີໜ້າວຽກສ້ອມແປງດ້ວຍແຮງປະຊາຊົນ ເຊິ່ງໃນໄລຍະຜ່ານມາການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງຕາມ
ປົກກະຕິດ້ວຍແຮງປະຊາຊົນເຫັນວ່າຍັງບໍ່ສາມາດຈັດຕັ້ງປະຕິບັດໄດ້ດີ ແລະ ບໍ່ມີປະສິດທິພາບເທົ່າທີ່ຄວນ, ການຕິດຕາມການປະຕິບັດສັນຍາຂອງຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ຍັງບໍ່ໄດ້ເຮັດຢ່າງເປັນປະຈໍາ ແລະ ທົ່ວເຖິງ, ປະຊາຊົນຜູ້ຮັບຜິດຊອບແຕ່ລະຕອນທາງບໍ່ສາມາດປະຕິບັດໄດ້ໝົດທຸກໜ້າວຽກທີ່ກໍານົດໄວ້ໃນສັນຍາ, ມີພຽງໜ້າວຽກຖາງຫຍ້າບໍລິເວນສອງຂ້າງທາງທີ່ຖືກຈັດຕັ້ງປະຕິບັດ.


ການຈັດຕັ້ງປະຕິບັດວຽກບູລະນະຮັກສາທາງຫຼວງ ຕາມປົກກະຕິດ້ວຍແຮງປະຊາຊົນ 4 ສັນຍາທີ່ທົດລອງ ຢູ່ແຂວງຜົ້ງສາລີ, ຫຼວງພະບາງ, ວຽງຈັນ ແລະ ແຂວງຈໍາປາສັກ ແມ່ນຍັງບໍ່ທັນມີປະສິດທິຜົນຍ້ອນ ການເປ່ເພຂອງທາງເກີນ ຄວາມສາມາດຂອງຜູ້ຮັບຜິດຊອບ, ຂາດການຕິດຕາມການປະຕິບັດສັນຍາຈາກ ເຈົ້າຂອງໂຄງການຢ່າງເປັນປົກກະຕິ; ເຖິງແນວໃດກໍຕາມ ການສະໜອງງົບປະມານຂອງກອງທຶນທາງໃຫ້ແກ່ວຽກບູລະນະຮັກສາທາງຫຼວງຕາມປົກກະຕິດ້ວຍແຮງງານປະຊາຊົນຍັງຊັກຊ້າ ເຮັດໃຫ້ປະຊາຊົນຜູ້ຮັບຜິດຊອບບໍ່ສາມາດ ຈັດຕັ້ງປະຕິບັດໄດ້ຕໍ່ເນື່ອງ. ສຳລັບໃນຕໍ່ໜ້າ ກະຊວງໂຍທາທິການ ແລະ ຂົນສົ່ງ ຈະເອົາໃຈໃສ່ຄຸ້ມຄອງຈັດ ຕັ້ງປະຕິບັດບັນດາໂຄງການກໍ່ສ້າງຂົວທາງໃນປັດຈຸບັນ ແລະ ພິເສດ ບັນດາໂຄງການທີ່ໃກ້ຈະສໍາເລັດ ເຊັ່ນ: ໂຄງການກໍ່ສ້າງທາງສາມແຍກນາຊາງ-ທົ່ງທູ້ ແລະ ເທດສະບານເມືອງຊໍາໃຕ້, ໂຄງການກໍ່ສ້າງທາງທ່າເຫຼົ້າ-ຊໍາໃຕ້, ໂຄງການທາງຊົນນະບົດ KFW (RIP VI), ໂຄງການກໍ່ສ້າງທາງຫົງສາ-ຊຽງແມນ, ໂຄງການກໍ່ສ້າງທາງ 16 B ດາກຈຶງ-ຫວຽດນາມ ຊ່ວງ 21 ກິໂລແມັດ ແລະອື່ນໆ; ນອກນີ້, ຍັງຈະປະຕິບັດວຽກບູລະນະສ້ອມແປງຕາໜ່າງເສັ້ນທາງ ທົ່ວປະເທດ ເພື່ອຮັບປະກັນໃຫ້ການ ສັນຈອນບໍ່ຕິດຂາດ ໂດຍສືບຕໍ່ປະຕິບັດການບູລະນະທາງຫຼວງແຫ່ງຊາດ ຈໍານວນ 18 ເສັ້ນ ໃຫ້ສໍາເລັດ ແລະ ຈັດຕັ້ງປະຕິບັດ 26 ໂຄງການ 120 ສັນຍາ ທີ່ມີມູນຄ່າສ້ອມແປງ 605.09 ຕື້ກີບ ໃຫ້ສໍາເລັດຕາມແຜນປີ 2019 ນີ້. ຂ່າວ: ນສພ ຄວາມສະຫງົບ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.