Header Ads

ຮອງນາຍົກລັດຖະມົນຕີ ໂອ້ລົມຕໍ່ກອງປະຊຸມວຽກງານ ຖວທ




ໃນໂອກາດປິດກອງປະຊຸມ ສະຫູູບວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະ ທອ່ງທຽ່ວ ປະຈໍາປີ 2018 ໃນຕອນບ່າຍວັນທີ 12 ກຸມພາ 2019 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມ ຕໍ່ຜູ້ແທນກອງປະຊຸມ, ຊຶ່ງທ່ານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະນໍາທຸກຂັ້ນ ທີ່ໄດ້ເອົາໃຈໃສ່ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງຕົນບັນລຸຜົນສໍາເລັດ ຕາມແຜນທີ່ວາງໄວ້ ໃນໜຶ່ງປີຜ່ານມາ.



ສຳລັບຜົນສຳເລັດ ໃນເຮັດໜ້າທີ່ເປັນເສນາທິການ ໃຫ້ແກ່ພັກ ແລະ ລັດຖະບານ ໃນຂົງເຂດວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ບໍ່ແສງຄຳ ວົງດາລາ, ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ລາຍງານໃຫ້ຮູ້ ໃນແຕ່ລະດ້ານວ່າ: ວຽກງານຖະແຫຼງຂ່າວ: ໄດ້ມີການພັດທະນາດີຂຶ້ນ ທັງດ້ານປະລິມານ ແລະ ຄຸນນະພາບ, ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກ ໃຫ້ທັນສະໄໝຂຶ້ນ, ສາມາດເບິ່ງໄດ້ ໃນຫຼາຍຊ່ອງທາງ ໂດຍສະເພາະແມ່ນ ຜ່ານສື່ແບບໃໝ່, ສາມາດເບິ່ງຜ່ານມືຖືໄດ້ ຢ່າງວ່ອງໄວທັນການ, ຂໍ້ມູນຂ່າວສານ ໄປຮອດໄປເຖິງປະຊາຊົນໄດ້ງ່າຍ ແລະ ກວ້າງຂວາງ. ດ້ານເນື້ອໃນກໍ່ເຫັນວ່າ ມີການປັບປຸງດີຂຶ້ນ, ມີຫຼາຍສີສັນ, ຫຼາຍຮູບແບບ ທີ່ດຶງດູດຜູ້ຟັງ-ຜູ້ຊົມ ແລະ ຜູ້ອ່ານໄດ້ດີ, ສື່ມວນຊົນ ໄດ້ເຮັດໜ້າທີ່ເປັນກະບອກສຽງ ທີ່ສໍາຄັນ ໃຫ້ແກ່ພັກ ແລະ ລັດຖະບານ ໃນການໂຄສະນາເຜີຍແຜ່ ແນວທາງນະໂຍບາຍ ລະບຽບກົດໝາຍຂອງລັດ ໃຫ້ໄປຮອດໄປເຖິງປະຊາຊົນ, ໃນປີ 2018 ຜ່ານມານີ້ກໍເຫັນໄດ້ວ່າ  ພວກເຮົາສາມາດປະຕິບັດໜ້າທີ່ໃນການອະນຸລັກ, ປົກປັກຮັກສາວັດທະນະທໍາ ອັນດີງາມຂອງຊາດ ໄວ້ໄດ້ເປັນຢ່າງດີ ແລະ ຍັງໄດ້ສືບທອດ, ເສີມຂະຫຍາຍມູນເຊື້ອ ວັດທະນະທຳ ອັນດີງາມຂອງຊາດ, ເຮັດໃຫ້ຊາວໂລກຮັບຮູ້ ຢ່າງກວ້າງ ຂວາງ, ເປັນຕົ້ນ ໄດ້ມີການຈັດງານ ສະເຫຼີມສະຫຼອງສຽງແຄນລາວ ເປັນມໍລະດົກວັດທະນະທໍາ ນາມມະທໍາ ຂອງມວນມະນຸດໂລກ ແລະ ການທອ່ງທຽ່ວ ກໍ່ເຫັນວ່າ ມີຜົນສໍາເລັດ.



ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນໂອ້ລົມ ຕໍ່ກອງປະຊຸມ, ໂດຍໄດ້ກ່າວບາງຕອນວ່າ: ໃນປີທີ່ຜ່ານມາ ພວກເຮົາໄດ້ເປີດປີທ່ອງທ່ຽວລາວ 2018 ບັນດາສະຫາຍ ກໍໄດ້ເປັນເຈົ້າການຊີ້ນໍາ-ນໍາພາ ແລະ ຈັດຕັ້ງຫຼາຍກິດຈະກໍາ ສົ່ງເສີມການທ່ອງທ່ຽວ ຢູ່ບັນດາແຂວງ ໃນທົ່ວປະເທດ ຢ່າງເປັນຂະບວນຝົດຟື້ນ, ເຮັດໃຫ້ສາມາດດຶງດູດ ນັກທ່ອງທ່ຽວ ຈາກຕ່າງປະເທດ ເຂົ້າມາທ່ຽວ ສປປ ລາວ ພວກເຮົາໄດ້ຈໍານວນ 4 ລ້ານກວ່າເທື່ອຄົນ, ຊຶ່ງເພີ່ມຂຶ້ນ 8,2 % ເມື່ອທຽບປີ 2017 ແລະ ສ້າງລາຍຮັບເຂົ້າປະເທດໄດ້ 755 ລ້ານກວ່າໂດລາສະຫະລັດ ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2017, ນັ້ນແມ່ນຜົນງານສໍາຄັນ ໃນການປະກອບສ່ວນ ສ້າງສາພັດທະນາປະເທດຊາດ. ສັງລວມແລ້ວ ຜົນງານການເຄື່ອນໄຫວ ໃນໜຶ່ງປີຜ່ານມາ ແມ່ນມີຢ່າງຫຼວງຫຼາຍ, ເປັນການຢັ້ງຢືນເຖິງຄວາມຮັບຜິດຊອບສູງ, ເຮັດຫຼ້ອນໜ້າທີ່ການເມືອງ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ອັນສຳຄັນ, ທ່ານ ສອນໄຊ ສີພັນດອນ ຍັງໃຫ້ທິດຊີ້ນໍາຕໍ່ວຽກງານຈຸດສຸມ ໃນການພັດທະນາ ວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໃນຕໍ່ໜ້າເປັນຕົ້ນ: ດ້ານການເມືອງແນວຄິດ: ແມ່ນໃຫ້ຄະນະນໍາທຸກຂັ້ນ ມີແນວຄິດເປັນເອກະພາບ ຕໍ່ກັບແນວທາງນະໂຍບາຍ ຂອງພັກ-ລັດ, ມີຄວາມເຊື່ອໝັ້ນ ຕໍ່ການນໍາພາຂອງພັກ-ລັດ ແລະ ມີຄວາມເປັນເອກະພາບພາຍໃນ ຢ່າງແທ້ຈິງ, ໃຫ້ກໍາໄດ້ແນວທາງນະໂຍບາຍ ຂອງພັກ-ລັດ ຢ່າງເລິກເຊິ່ງ; ດ້ານກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ: ຈັດວາງລະບົບການຈັດຕັ້ງພາຍໃນ ແລະ ການຈັດວາງບຸກຄະລາກອນ ແມ່ນບັນຫາສໍາຄັນ, ຜ່ານມາ ກໍເຮັດໄດ້ດີແລ້ວ ແຕ່ຢາກໃຫ້ມີການຄົ້ນຄວ້າຄືນ, ກວດກາຄືນ ໃຫ້ລະອຽດຖີ່ຖ້ວນ ແລະ ແທດເໝາະກັບສະພາບຕົວຈິງ ຂອງວຽກງານໃນປັດຈຸບັນ. ດ້ານນິຕິກໍາ: ແມ່ນວຽກງານໜຶ່ງ ທີ່ມີຄວາມຈໍາເປັນ ທີ່ຂາດບໍ່ໄດ້, ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃນປັດຈຸບັນ, ຕ້ອງໄດ້ຫັນໄປສູ່ການຄຸ້ມຄອງ ດ້ວຍລະບຽບກົດໝາຍ; ດ້ານຖະແຫຼງຂ່າວ​ ຂໍໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຕາມມະຕິຂອງສະພາ ທີ່ໄດ້ຮັບຮອງຄື: ສູ້ຊົນຫັນຈາກລະບົບອະນາລ໋ອກ ມາເປັນລະບົບດີຈີຕອລ ທີ່ທັນສະໄໝ ໃນທົ່ວປະເທດ ແລະ ຂະຫຍາຍຕາໜ່າງໂທລະໂຄ່ງ ພ້ອມນັ້ນ, ຂ່າວ ກໍ່ໃຫ້ພະຍາຍາມຫຼຸດຜ່ອນ ຂ່າວພິທີການ ທີ່ບໍ່ຈໍາເປັນລົງ, ຫັນມາຜະລິດຂ່າວ ທີ່ຕິດພັນກັບການສ້າງສາພັດທະນາ, ການຜະລິດ ທີ່ຕິດພັນກັບການດໍາລົງຊີວິດ, ວຽກດີຄົນເດັ່ນ ທີ່ເປັນບົດຮຽນໃຫ້ແກ່ສັງຄົມ, ຄຽງຄູ່ກັນນັ້ນ ກໍຕ້ອງໃຫ້ມີຂ່າວຕໍານິວິຈານ ໃນສິ່ງທີ່ບໍ່ຖືກຕ້ອງ ໄປພ້ອມໆກັນ. 

ນອກນັ້ນ, ລາຍການບັນເທີງ ຂໍໃຫ້ຄົ້ນຄວ້າປັບປຸງຕື່ມ ໃຫ້ສາມາດດຶງດູດຜູ້ຊົມ ໄດ້ດີຂຶ້ນ ໂດຍສະເພາະ ຢາກໃຫ້ຫັນມາຜະລິດລາຍການບັນເທີງປະເພດເກມໂຊ ມີການແຂ່ງຂັນ ໃນດ້ານຕ່າງໆ ເພື່ອເປັນການຊຸກຍູ້ໃຫ້ຄວາມຮູ້, ພັດທະນາຄົນໄປໃນໂຕ; ວຽກງານວັດທະນະທຳ: ໃນປີ 2019 ນີ້, ຕ້ອງສຸມໃສ່ການສ້າງຄອບຄົວວັດທະນະທໍາ ໃຫ້ໄດ້ຕາມຄາດໝາຍທີ່ກໍານົດໄວ້; ວຽກງານທ່ອງທ່ຽວ: ໄດ້ຈັດພິທີເປີດປີທ່ອງທ່ຽວລາວ-ຈີນ 2019 ຢ່າງເປັນທາງການໃນວັນທີ 25 ມັງກອນ 2019 ທີ່ຜ່ານມາ ແລະ ໄດ້ປະສານສົມທົບກັບຝ່າຍຈີນ ໃນການກໍານົດກິດຈະກໍາໃຫຍ່ຫຼັກ 8 ກິດຈະກໍາ ໂດຍຈັດຢູ່ລາວ 4 ກິດຈະກໍາ ແລະ ຈັດຢູ່ຈີນ 4 ກິດຈະກໍາ, ສະນັ້ນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໃຫ້ດີ, ໃຫ້ມີຜົນສໍາເລັດ, ໂດຍຈະຕ້ອງໄດ້ປະສານສົມທົບວາງແຜນໃຫ້ລະອຽດໂດຍໄວ. ນອກຈາກ 8 ກິດຈະກໍາ ທີ່ໄດ້ກໍານົດນັ້ນແລ້ວ, ຂໍໃຫ້ມີການສົມທົບລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຄົ້ນຄວ້າຈະຈັດກິດຈະກໍາໃດເພີ່ມ ຢູ່ບັນດາແຂວງ, ນະຄອນຫຼວງ ທີ່ເຫັນວ່າເໝາະສົມ ແລະ ຈະມີປະສິດທິພາບ, ປະສິດທິຜົນດີ ເຮັດໃຫ້ປີທ່ອງທ່ຽວລາວ-ຈີນ 2019 ມີບັນຍາກາດອັນຝົດຟື້ນ.

ພາບ-ຂ່າວ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.