Header Ads

ວອນທ່ານຜູ້ໃຈບຸນ ໄດ້ໃຫ້ການຊ່ວຍຫຼືອຫຼານນ້ອຍ ນາງ ສົ້ມ ອາຍຸ 11 ພິການ




ເລື່ອງລາວຂອງຄອບຄົວມີຢູ່ວ່າ :  ນາງ ເພັງ ມີ ລູກ 4 ຄົນ ຜູ້ເປັນຜົວໄດ້ເສຍຊີວິດໄດ້ 4ປີ ແລ້ວ , ນາງ ເພັງ ຕ້ອງລ້ຽງດູລູກ 4 ຄົນ ເຊີ່ງຄົນສຸດທ້າຍແມ່ນເປັນພິການ ເຊີງເປັນແມ່ຍິ່ງຄື ນາງ ສົ້ມ ອາຍຸ 11 ປີ , ເລືອງສະຖານະຄອບຄົວ ແມ່ນທຸກຍາກສ່ວນລູກຊາຍ 2 ຄົນໄປຫາຮັບຈ້າງທົ່ວໄປພໍໄດ້ຊ່ວຍຄອບຄົວ ແລະ ລ້ຽງດູນ້ອງສາວທີ່ພິການ , ສ່ວນລູກຊາຍອີກຄົນແມ່ນຕ້ອງດູແລນ້ອງແທນເເມ່ ເເມ່ໄປຮັບຈ້າງປ້ອກຍີ້ວ ການທີ່ຂາດເຊົາຫຼັກຄອບຄົວໄປກໍ່ຄືຂາດຫຼາຍດ້ານໃນການລ້ຽງດູລູກ ເຮືອນທີ່ຢູ່ອາໃສກໍ່ເປ້ເພສົມຄວນ ເຈົ້າຂອງດິນກໍ່ມາໃຫ້ຍົກຍ້າຍໜີທຸກມື້ (ຕາມຂໍ້ມູວ່າເຊົ່າປີ1/500.000ກີບ)  ແລະ ຄອບຄົວແມ່ນບໍ່ມີແມ່ນທີ່ດີນຈະຢູ່ອາໃສ ແມ່ນເເຕ່ໄຟຟ້າກໍ່ຂໍ່ຕໍ່ນຳຄົນເຮືອນໃກ້ທີ່ເພີ່ນໃຈດີໃຫ້ຕໍ່ .





ນາງ ເພັງ ຜູ້ເປັນແມ່ ຈິ່ງວິວອນສັງຄົມ ແລະ ຂໍຄວາມຊ່ວຍເຫຼືອ ທ່ານໃດໃຈບຸນມີສ່ວນດິນໃຫ້ລາວໄປເຟົ້າໃຫ້ພໍໃຫ້ລາວລູກໆໄດ້ພັກອາໃາ ພ້ອມກັບຢາກໄດ້ລໍ້ເຂັ່ນໃຫ້ກັບລູກສາວທີ່ພິການ, ເຄື່ອງນຸ່ງຫົ່ມ, ແລະ ແພນເພີດ ໃຫ້ລູກສາວທີ່ບໍ່ສາມາດຊ່ວຍໂຕເອໄດ້ ໄດ້ສວມໃສ່.   ສໍາລັບທ່ານຜູ້ໃຈບຸນ  ແລະ ສົງສານ ຢາກຊ່ວຍເຫຼືອຄອບຕົວ ນາງ ເພັງ ແລະ ຫຼານນ້ອຍ ພິການ  (ນາງ ສົ້ມ) ສາມາດພົວພັນເບີ 020 96697373 ແລະ 020 22557373. ຂໍ້ມູນເພີ່ມເຕິມວ່າຕອນນີ້ ກຳລັງຫາຫົນທາງເປີດບັນຊີ ນາງ ເພັງ ອາຍຸ41 ປີ ບ້ານ ໜອງຜຶ ນະຄອນໄກສອນ ເເຂວງ ສະຫວັນນະເຂດ  ເພື່ອເປັນຊ່ອງທາງໃນການຮັບການຊ່ວຍເຫຼືອ. 










ທີ່ມາ: ຢີ່ປຸ່ນ ຢີ່ປຸ່ນ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.