Header Ads

ກວດພົບນໍ້າມັນບໍ່ໄດ້ຄຸນນະພາບຫລາຍກ່ວາໝູ່ຢູ່ເຂດນອກຕົວເມືອງນະຄອນຫລວງວຽງຈັນ ແລະ ຕາມເສັ້ນທາງ 13 ໃຕ້



ກົມມາດຕະຖານ ແລະ ວັດແທກ, ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ກວດກາພົບເຫັນນໍ້າມັນຢູ່ຫລາຍປ້ຳທົ່ວປະເທດບໍ່ໄດ້ຄຸນນະພາບໃນປີ 2018 ຜ່ານມາ, ໃນນີ້ ພົບເຫັນຫລາຍກ່ວາໝູ່ແມ່ນບັນດາປໍ້າທີ່ຢູ່ເຂດນອກຕົວເມືອງນະຄອນຫລວງວຽງຈັນ ແລະ ຢູ່ຕາມລຽບເສັ້ນທາງ 13 ໃຕ້, ແຕ່ໂດຍລວມການກວດພົບນ້ຳມັນບໍ່ໄດ້ຄຸນນະ ພາບມີທ່າອ່ຽງຫລຸດລົງເມື່ອທຽບໃສ່ປີ 2017. 




ທ່ານ ວຽງທອງ ວົງທະວິໄລ, ຫົວໜ້າກົມມາດຕະຖານ ແລະ ວັດແທກ ໃຫ້ສໍາພາດວ່າ: ກົມມາດຕະຖານ ແລະ ວັດແທກ ເລີ່ມຕົ້ນກວດກາຄຸນນະພາບຂອງນໍ້າມັນຢູ່ຕາມປ້ຳຕ່າງຯ ໃນທົ່ວປະເທດ ນັບແຕ່ວັນທີ 1 ສິງຫາ 2016 ເປັນຕົ້ນມາ ໂດຍຜ່ານ 2 ຮູບແບບ ຄື: ກວດກາປົກກະຕິປີລະ 2 ຄັ້ງ ແລະ ກວດກາຕາມການຮ້ອງຮຽນຂອງຜູ້ບໍລິ ໂພກ ກໍ່ຄື ຜູ້ຊົມໃຊ້ນໍ້າມັນຜ່ານສາຍດ່ວນ 1513. ຜ່ານການກວດກາເຫັນວ່າ: ສະເພາະໃນປີ 2017 ພົບເຫັນນໍ້າມັນ ແອັດຊັງ ແລະ ກາຊວນ ຢູ່ຫລາຍປໍເາໃນທົ່ວປະເທດບໍ່ໄດ້ຄຸນນະພາບ ຍ້ອນມີທາດເຫຼົ້າເຈືອນປົນ, ກົດໄຂມັນ ແລະ ນໍ້າມັນກາສໄຕເຈືອນປົນຢູ່ ໂດຍກວດພົບປະມານ 30 ສ່ວນຮ້ອຍຂອງຈຳນວນປ້ຳທີ່ລົງກວດກາທັງໝົດ. ແຕ່ມາໃນປີ 2018 ຜ່ານມາ ກວດພົບເຫັນນໍ້າມັນຢູ່ບັນດາປໍ້ານໍ້າເປົ້າໝາຍທີ່ລົງກວດກາບໍ່ໄດ້ຄຸນນະພາບຫລຸດລົງເຫລືອ 10 ສ່ວນຮ້ອຍຂອງຈໍານວນເປົ້າໝາຍທີ່ຖືກກວດກາທັງໝົດ. ສ່ວນເຂດທີ່ພົບເຫັນປໍ້ານໍ້າມັນບໍ່ໄດ້ຄຸນນະພາບຫລາຍກ່ວາໝູ່ແມ່ນຢູ່ນອກຕົວເມືອງຂອງນະຄອນຫລວງວຽງຈັນ ແລະ ຕາມເສັ້ນທາງເລກທີ 13 ໃຕ້. 





ສ່ວນສາຍເຫດທີ່ເຮັດໃຫ້ນ້ຳມັນບໍ່ໄດ້ຄຸນນະພາບ ໂດຍລວມມີ 2 ສາເຫດ ຄື: ຜູ້ປະກອບການຈຳນວນໜຶ່ງລັກລອບເອົານໍ້າມັນທີ່ຕ້ອງຫ້າມມາປະສົມກັບນໍ້າມັນແອັດຊັງ ແລະ ກາຊວນ ເອງເພື່ອປະຢັດຕົ້ນທຶນ. ແລະ ອີກສາເຫດໜຶ່ງແມ່ນຍ້ອນຜູ້ປະກອບການຂາຍນ້ຳມັນບໍ່ຮູ້ວ່ານໍ້າມັນມີສານເຈືອປົນ ແລະ ບໍ່ໄດ້ຄຸນນະພາບ ຍ້ອນຊື້ນໍ້າມັນຈາກຜູ້ປະກອບການອື່ນ.


ຫົວໜ້າກົມມາດຕະຖານ ແລະ ວັດແທກ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ ລັດຖະບານ ໄດ້ອະນຸຍາດໃຫ້ນໍາເຂົ້ານໍ້າມັນຜ່ານດ່ານສາກົນໃນທົ່ວປະເທດທັງໝົດ 16 ແຫ່ງ ແຕ່ບໍ່ອະນຸຍາດໃຫ້ນຳເຂົ້ານໍ້າມັນຜ່ານດ່ານທ້ອງຖິ່ນທຸກປະເພດ. ໃນຈຳນວນດ່ານສາກົນທັງ 16 ແຫ່ງ ກົມມາດຕະຖານ ແລະ ວັດແທກ ໄດ້ສົ່ງເຈົ້າໜ້າທີ່ກ່ຽວຂ້ອງໄປປະຈໍາເພື່ອກວດກາຄຸນນະພາບນໍ້າມັນທີ່ນຳເຂົ້າຈາກຕ່າງປະເທດທັງໝົດແລ້ວ. ຜ່ານການກວດກາສະ ເພາະການນຳເຂົ້ານໍ້າມັນແມ່ນບໍ່ພົບບັນຫາຫຍັງ ແຕ່ບັນຫາທີ່ພົບຄືຫລັງຈາກນ້ຳມັນເຂົ້າມາໃນປະເທດແລ້ວຜູ້ປະກອບການລັກລອບເອົານໍ້າມັນຊະນິດອື່ນທີ່ຕ້ອງຫ້າມປະສົມກັບນຳເຂົ້າມາເພື່ອປະຢັດຕົ້ນທຶນ ແລະ ໃຫ້ໄດ້ກຳໄລຫລາຍ. 

ຢ່າງໃດກໍ່ຕາມ ສຳລັບບັນດາປໍ້າໃນທົ່ວປະເທດທີ່ໄດ້ຜ່ານການກວດກາຄຸນນະພາບນໍ້າມັນຮຽບຮ້ອຍແລ້ວ ກົມມາດຕະ ຖານ ແລະ ວັດແທກ ໄດ້ອອກສະຕິກເກີ່ໃຫ້ ໂດຍມີທັງໝົດ 3 ສີ ຄື: ສີຂາວ: ໝາຍເຖີງປໍ້າທີ່ກວດກາແລ້ວບໍ່ມີບັນຫາຫຍັງ. ສີຂຽວ: ແມ່ນປໍ້າທີ່ມີບັນຫາ ແລະ ໄດ້ຮັບການກ່າວເຕືອນເພື່ອສຶກສາອົບຮົມແລ້ວນຳເອົານໍ້າມັນໄປປັບປຸງໃໝ່ໃຫ້ໄດ້ຄຸນນະພາບ ແລະ ສີຟ້າ: ແມ່ນປໍ້າທີ່ມີບັນຫາ, ຖືກປັບໄໝມາ ແລະ ຖືກຢຶດເອົານໍ້າມັນທີ່ບໍ່ໄດ້ມາດຕະຖານທັງໝົດແລ້ວ. ດັ່ງນັ້ນ ຖ້າຫາກເຫັນວ່ານໍ້າມັນຢູ່ປໍ້າທີ່ທ່ານໄປໃຊ້ບໍລິການຫາກບໍ່ມີຄຸນນະພາບ ຫຼື ມີຄວາມຜິດປົກກະຕິ ໃຫ້ແຈ້ງມາຍັງ ສາຍດ່ວນ 1513 ເພື່ອໃຫ້ເຈົ້າໜ້າທີ່ລົງໄປກວດກາຕົວຈິງ.


ໂດຍ: ບຸນຕຽງ ຈັນທະວົງ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.