Header Ads

ພິທີມອບ-ຮັບໜ້າທີ່ຫົວໜ້າສະຖາບັນການຕ່າງປະເທດ ແລະ ປະກາດຕຳແໜ່ງບໍລິຫານ ຂອງກະຊວງການຕ່າງປະເທດ



ໃນຕອນບ່າຍຂອງວັນທີ 12 ກູມພາ 2019, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງ ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່, ພ້ອມທັງ ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 06 ທ່ານ, ຫົວໜ້າພະແນກ 1 ທ່ານ, ຮອງຫົວໜ້າພະແນກ 1 ທ່ານ ແລະ ໄດ້ຈັດພິທີມອບ-ຮັບໜ້າທີ່ ລະຫວ່າງ ຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ແລະ ຜູ້ໃໝ່, ໂດຍໃຫ້ກຽດເຂົ້າຮ່ວມ ເປັນສັກຄີພະຍານ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ, ບັນດາຮອງລັດຖະມົນຕີ, ຫົວໜ້າຫ້ອງການ, ຫົວໜ້າກົມ ແລະ ຮອງຫົວໜ້າກົມ ຂອງ ກະຊວງການຕ່າງປະເທດ. ໃນພີທີໄດ້ປະກາດການແຕ່ງຕັ້ງ ທ່ານ ຄຳສວຍ ແກ້ວດາລາວົງ, ເອກອັກຄະລັດຖະທູດ ທີ່ຈົບ ປະຈຳການ ສະຖານເອກອັກຄະລັດຖະທູດລາວ ປະຈຳ ສ. ເກົາຫຼີ ເປັນຫົວໜ້າສະຖາບັນການຕ່າງປະເທດຄົນໃໝ່ ຕາມ​ດຳລັດ​ວ່າ​ດ້ວຍ​ການ​ແຕ່ງຕັ້ງຫົວໜ້າສະຖາບັນການຕ່າງປະເທດ ສະບັບ​ເລກທີ 494/ນຍ, ລົງ​ວັນ​ທີ 26/12/2018. ແລະ ໄດ້​ລົງນາມມອບ​-ຮັບ​ໜ້າ​ທີ່​ລະຫວ່າງທ່ານ ທ່ຽງ ບຸບຜາຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າແລະທ່ານຄຳສວຍ ແກ້ວດາລາວົງ, ຫົວໜ້າສະຖາບັນການຕ່າງປະເທດຜູ້ໃໝ່. ສ່ວນຫົວໜ້າສະຖາບັນການຕ່າງປະເທດ ຜູ້ເກົ່າ ທ່ານ ທ່ຽງ ບຸບຜາ ແມ່ນໄດ້ຮັບການແຕ່ງຕັ້ງ ເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ປະເທດ ສ. ເກົາຫຼີ.



ພາຍຫຼັງສຳເລັດວາລະການເຊັນມອບຮັບຕຳແໜ່ງ ຫົວໜ້າສະຖາບັນການຕ່າງປະເທດຜູ້ເກົ່າ ແລະ ຜູ້ໃໝ່ແລ້ວ ພິທີໄດ້ສືບຕໍ່ດຳເນີນການປະກາດຕຳແໜ່ງບໍລິຫານຂັ້ນຮອງຫົວໜ້າກົມ ແລະ ຂັ້ນພະແນກ ຂອງກະຊວງການຕ່າງປະເທດ ຄື: ຮອງຫົວໜ້າກົມອາຊຽນ 1 ທ່ານ, ຮອງຫົວໜ້າກົມກົງສຸນ 1 ທ່ານ, ຮອງຫົວໜ້າກົມເສດຖະກິດ 2 ທ່ານ, ຮອງຫົວໜ້າຫ້ອງການບໍລິການສະຖານທູດ 2 ທ່ານ, ຫົວໜ້າພະແນກກົມເສດຖະກິດ 1 ທ່ານ ແລະ ຮອງຫົວໜ້າພະແນກ ກົມພິທີການທູດ 1 ທ່ານ.


ໃນພິທີມອບ-ຮັບໜ້າທີ່ໃໝ່ ແລະ ປະກາດຕຳແໜ່ງບໍລິຫານໃນຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະຊວງ, ລັດຖະມົນຕີກະຊວງການຕ່າງປະເທດ ກໍ່ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ຄຳໂອວາດ ແກ່ຜູ້ໄດ້ຮັບການແຕ່ງຕັ້ງໃໝ່ ໃຫ້ມີຄວາມໝັກແໜ້ນ ແລະ ຍົກສຸງຄວາມເປັນແບບຢ່າງນຳໜ້າທາງ ດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການນຳພາ, ຄວາມເສຍສະຫຼະເພື່ອສ່ວນລວມ, ຄວາມສາມັກຄີ ແລະ ເປັນເອກະພາບ, ເດັດດ່ຽວສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ແລະ ເຊີດຊູຄວາມເປັນ ແບບຢ່າງ ໃນການຊີ້ນຳ-ນຳພາ ແລະ ປະຕິບັດໜ້າທີ່ວຽກງານ ໃນຂະແໜງການຕ່າງປະເທດຢ່າງມີປະສິດທິພາບ. ພາບ-ຂ່າວ: ກະຊວງການຕ່າງປະເທດ 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.