Header Ads

ຜັກກະເດົາ ຊ່ວຍລ້າງສານພິດໃນເລືອດ ແລະ ປ້ອງກັນເບົາຫວານ




1. ລ້າງສານພິດໃນເລືອດ: ເອົາຜັກກະເດົາມາຕົ້ມແລ້ວດື່ມ ຊ່ວຍໃຫ້ເລືອດສະອາດ ເພາະມັກຊ່ວຍລ້າງສານພິດໃນເລືອດ ສົ່ງເສີມການເຮັດວຽກຂອງຕັບ, ກະຕຸ້ນພູມຄຸ້ມກັນ ຊ່ວຍຮັກສາລະດັບຂອງນໍ້າຕານໃນເລືອດ, ເຮັດໃຫ້ເລືອດໄຫຼວຽນສະດວກ

2. ປິ່ນປົວພະຍາດທາງຜິວໜັງ: ສານໃນຜັກກະເດົາ ມີສັບພະຄຸນຕ້ານເຊື້ອພະຍາດຕ່າງໆ ແລະຕ້ານການອັກເສບ ໂດຍສະເພາະແມ່ນ Gedunin ແລະnimbidol ທີ່ມີໃນໃບກະເດົາ ມີປະສິດທິພາບໃນການອອກລິດ, ຕ້ານເຊື້ອລາສູງ ຊ່ວຍທຳລາຍເຊື້ອລາຕ່າງໆທີ່ເກີດຂຶ້ນກັບເລັບມື, ເລັບຕີນ, ຂີ້ກາກ, ຂີ້ກ້ຽນ, ຂີ້ຫິດ ບາດແຜຈາກແບັກທີເລຍໄດ້ເປັນຢ່າງດີ

3. ປິ່ນປົວໄຂ້ມາເລເລຍ: ສານເຄມີກຸ່ມລິໂມນອຍ ໄດ້ແກ່ ສານເກດູນິ ແລະນິມໂບລິດີ ທີ່ຢູ່ໃນໃບກະເດົາ ແລະແກ່ນກະເດົາ ສາມາດຢັບຢັ້ງເຊື້ອຊິປາຣັມ ເຊິ່ງເປັນເຊື້ອໄຂ້ມາເລເລຍຊະນິດໜຶ່ງໄດ້ຢ່າງມີປະສິດທິພາບ ແລະສານນີ້ມີຄວາມເປັນພິດຕໍ່າ

4. ປິ່ນປົວພະຍາດຂໍ້ອັກເສບ: ກະເດົາຊ່່ວຍຫຼຸດອາການປວດ, ບວມໃນຂໍ້ ແລະມີການສະກັດເອົານໍ້າມັນມາທາ ບໍລິເວນທີ່ມີອາການເຈັບປວດກ້າມເນື້ອ, ເຈັບຂໍ້ ແລະອາການເຈັບຫຼັງຊ່ວງລຸ່ມ

5. ຊ່ວຍຍ່ອຍອາຫານ: ໃບກະເດົາສາມາດເອົາມາເຮັດເປັນເມນູໃຫ້ນໍ້າຍ່ອຍອອກມາໄດ້ ເປັນການກະຕຸ້ນໃຫ້ຮ່າງກາຍຜະລິດນໍ້າບີ ເຮັດໃຫ້ກະເພາະຍ່ອຍອາຫານໄດ້ດີຂຶ້ນ

6. ບຳລຸງຊ່ອງປາກ: ກະເດົາເປັນຜັກ ທີ່ມີສັບພະຄຸນບຳລຸງເຫືອກ ແລະແຂ້ວ ຈຶ່ງນິຍົມເອົາມາສະກັດເປັນສ່ວນປະສົມຢາສີແຂ້ວທົ່ວໄປ ຈຶ່ງຊ່ວຍປິ່ນປົວເລືອດອອກຕາມແຂ້ວ, ໂຣກເຫືອກ ຫຼຸດອາການຕິດເຊື້ອແບັກທີເລຍໃນຊ່ອງປາກໄດ້

7. ຫຼຸດຄວາມສ່ຽງການເກີດເນື້ອງອກ ແລະມະເຮັງໄດ້: ມີການວິໄຈພົບວ່າສານທີ່ພົບຢູ່ເປືອກ, ໃບ ແລະໝາກກະເດົາ ມີສັບພະຄຸນຊ່ວຍຫຼຸດຄວາມສ່ຽງການເກີດເນື້ອງອກ ແລະມະເຮັງໄດ້

8. ປິ່ນປົວການມີລັງແຄໄດ້: ລວມເຖິງອາການຄັນຕາມໜັງຫົວ ໂດຍການໃຊ້ນໍ້າຕົ້ມໃບກະເດົາລ້າງສະຜົມ ຈະຊ່ວຍໃຫ້ບໍ່ມີລັງແຄ ກຳຈັດແບັກທີເລຍເທິງໜັງຫົວ, ແກ້ອາການຄັນ, ໜັງຫົວແຫ້ງໄດ້

9. ປ້ອງກັນໂຣກເບົາຫວານ: ຜັກກະເດົາ ຊ່ວຍຢັບຢັ້ງການຜະລິດອິນຊູລິນໄດ້ ຊ່ວຍປ້ອງກັນເບົາຫວານ ແລະຊ່ວຍປັບຄວາມສົມດູນຄວາມຢາກອາຫານໄດ້


10. ຕ້ານມະເຮັງ: ຊ່ວຍຢັບຢັ້ງຄວາມເສື່ອມຂອງເຊວຕ່າງໆໃນຮ່າງກາຍ, ກະເດົາມີຄຸນສົມບັດເປັນສານແອນຕີ້ອອກຊິເດັນ ຊ່ວຍຟື້ນຟູ ແລະຄວາມເສື່ອມຕ່າງໆຂອງເຊວ ຈາກການຖືກທຳຮ້າຍຂອງສານຕ້ານອະນຸມູນອິດສະລະ ທີ່ຊ່ວຍພັດທະນາກາຍເປັນເຊວມະເຮັງ

Source : IRDTC-Luangprabang 
© ໂຕະນໍ້າຊາ | tonamcha.com
___________





Powered by Blogger.