Header Ads

ມູນນິທິສອງມືນາງ ຊ່ວຍເຫຼືອສັງຄົມໃນການຕໍ່າຫູກທໍໄໝ




ພິ­ທີ​ເປີດ​ມູນ​ນິ­ທິ​ສອງ​ມື­ນາງ ໄດ້​ຈັດ​ຂຶ້ນ​ເປັນ​ທາງ​ການ​ວັນ​ທີ 7 ກຸມ­ພາ 2019 ທີ່​ບ້ານ​ທາດ­ຫຼວງ ເມືອງ​ໄຊ​ເຊດ​ຖາ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ມີ​ບັນ­ດາ​ລັດ­ຖະ­ມົນ­ຕີ ຮອງ​ລັດ­ຖະ­ມົນ­ຕີ ພັນ​ລະ​ຍາ​ການ​ນຳ ທູ­ຕາ­ນຸ­ທູດ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.

ທ່ານ​ນາງ ແກ້ວ​ສາຍ­ໃຈ ໄຊ​ຍະ​ສອນ ປະ­ທານ​ມູນ​ນິ­ທິ​ສອງ​ມື­ນາງ​ກ່າວ​ວ່າ: ຂ້າ­ພະ­ເຈົ້າ​ໄດ້​ສ້າງ­ຕັ້ງ​ບໍ­ລິ­ສັດ​ສອງ​ມື­ນາງ ຫຼື ຮ້ານ​ສອງ​ມື­ນາງ​ຂຶ້ນ​ໃນ​ປີ 2013 ເຊິ່ງ​ດຳ­ເນີນ​ທຸ­ລະ​ກິດ​ດ້ານ​ຜ້າ­ໄໝ ພ້ອມ​ນັ້ນ ໄດ້​ເຫັນ​ຕົວ​ຈິງ​ວ່າ​ວຽກ​ງານ​ດັ່ງ­ກ່າວ ແມ່ນ​ວຽກ​ຂອງ​ແມ່­ຍິງ​ຢ່າງ​ແທ້​ຈິງ​ທີ່​ມີ​ຄວາມ​ລະ­ອຽດ​ອ່ອນ ແລະ ປາ­ນີດ ຈາກ​ນັ້ນ ຈຶ່ງ​ໄດ້​ມີ​ການ­ຈັດ­ຕັ້ງ​ກັນ​ລົງ​ໄປ​ສົ່ງ­ເສີມ ຊ່ວຍ­ເຫຼືອ ແລະ ສິດ­ສອນ​ແມ່­ຍິງ​ກ່ຽວ​ກັບ​ການ​ຕ່ຳ­ຫູກ​ທໍ​ໄໝ ແລະ ການ​ຊອກ​ຕະ­ຫຼາດ ໂດຍ​ໄດ້​ເລີ່ມ​ຢູ່​ເຂດ​ບ້ານ​ເຊ​ໂປນ​ເກົ່າ ເມືອງ​ເຊ​ໂປນ ແຂວງ​ສະ­ຫວັນ​ນະ​ເຂດ.

ການ​ຕ່ຳ­ຫູກ​ທໍ​ໄໝ​ໃນ​ປະ­ເທດ​ເຮົາ ແມ່ນ​ແມ່­ຍິງ​ລາວ​ເປັນ​ຜູ້​ຕ່ຳ​ສິ້ນ­ໄໝ ແຕ່​ໃນ​ຕົວ​ຈິງ​ພວກ​ເຮົາ​ຊ້ຳ​ຜັດ​ນຳ​ສິ້ນ­ໄໝ​ຈາກ​ຕ່າງ­ປະ­ເທດ ດັ່ງ­ນັ້ນ ຈຶ່ງ​ໄດ້​ສະ­ເໜີ​ຕໍ່​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ແລະ ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ມີ​ການ​ເຫັນ​ດີ ແລະ ຕົກ­ລົງ​ໃຫ້­ການ​ຮ່ວມ​ມື​ກັບ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ​ໃນ​ປີ 2017 ແລະ ມະ­ຫາ­ວິ­ທະ­ຍາ­ໄລ​ຊູ​ໂຈ ສປ ຈີນ ໄດ້​ຕົກ­ລົງ​ເຮັດ​ສູນ​ທົດ​ລອງ​ຢູ່​ຫຼັກ 18 ເມືອງ​ໄຊ​ທາ­ນີ ນະ­ຄອນ­ຫຼວງ​ວຽງ​ຈັນ ຕົກ​ມາ​ຮອດ​ທ້າຍ​ປີ 2018 ກໍ​ເຫັນ​ວ່າ­ການ​ດຳ­ເນີນ​ງານ​ຂອງ​ໂຄງ­ການ​ແມ່ນ​ໄປ​ໄດ້​ດີ ສາ­ມາດ​ຜະ­ລິດ​ສິ້ນ­ໄໝ​ຂອງ​ລາວ ແລະ ເຮັດ​ການ​ທົດ​ລອງ​ນຳ​ໃຊ້​ເຫັນ​ວ່າ​ໄດ້​ຮັບ​ຜົນ​ດີ​ພໍ​ສົມ­ຄວນ ສະ­ນັ້ນ ເພື່ອ​ເປັນ​ການ​ຂະ­ຫຍາຍ​ໃຫ້​ປະ­ຊາ­ຊົນ​ລາວ​ພວກ​ເຮົາ ໄດ້​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ຂ້າ­ພະ­ເຈົ້າ​ຈຶ່ງ​ໄດ້​ຕັດ­ສິນ​ໃຈ​ສ້າງ­ຕັ້ງ​ມູນ​ນິ­ທິ​ສອງ​ມື­ນາງ​ຂຶ້ນ ເພື່ອ​ຊ່ວຍ­ເຫຼືອ​ສັງ­ຄົມ​ໃນ​ການ​ຕ່ຳ­ຫູກ​ທໍ​ໄໝ ປູກ​ມອນ ລ້ຽງ​ມ້ອນ ແລະ ເພື່ອ​ໃຫ້​ເຂົາ­ເຈົ້າ​ສາ­ມາດ​ນຳ​ໃຊ້​ພູມ​ປັນ­ຍາ​ຕົນ​ເອງ​ໄດ້​ຢ່າງ​ມີ​ປະ​ສິດ­ທິ​ຜົນ ແລະ ມີ​ລາຍ​ຮັບ​ຫຼັກ​ໃຫ້​ແກ່​ຄອບ­ຄົວ.

ໃນ​ພິ­ທີ​ດັ່ງ­ກ່າວ ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ໄດ້​ມອບ​ເງິນ​ສົມ­ທົບ​ມູນ​ນິ­ທິ​ສອງ​ມື­ນາງ ຈຳ­ນວນ 30 ລ້ານ​ກີບ ໂດຍ​ຕາງ­ໜ້າ​ມອບ​ຂອງ​ທ່ານ ບໍ່​ວຽງ​ຄຳ ວົງ​ດາ­ລາ ລັດ­ຖະ­ມົນ­ຕີ​ກະ­ຊວງ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລ​ຊີ ໃຫ້​ກຽດ​ຮັບ​ຂອງ​ທ່ານ​ນາງ ແກ້ວ​ສາຍ­ໃຈ ໄຊ​ຍະ​ສອນ. ພາບ-ຂ່າວ: ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.