Header Ads

ປະຫວັດບຸນເດືອນ 3 ອອກໃໝ່ 3 ຄໍ່າ ໜຶ່ງໃນປະເພນີລາວທີ່ສືບທອດກັນມາແຕ່ບັນພະບູລຸດ



ບຸນເດືອນ 3 ອອກໃໝ່ 3  ຄໍ່າ ເປັນປະເພນີໜຶ່ງຂອງລາວເຮົາທີ່ໄດ້ສືບທອດກັນມາແຕ່ບັນພະບູລຸດ ເຊິ່ງປະຊາຊົນລາວ ແລະ ພີ້ນ້ອງພາກອີສານຂອງໄທ ຈະໄດ້ພາກັນຈັດຂຶ້ນໃນວັນຂຶ້ນ 3  ຄໍ່າຂອງເດືອນ 3 (ເດືອນລາວ) ຂອງທຸກໆປີ. ຊື່ເອີ້ນຂອງບຸນນີ້ແມ່ນຈະເອີ້ນແຕກຕ່າງກັນໄປຕາມແຕ່ລະທ້ອງຖິ່ນຂອງໃຜລາວເຊັ່ນ: ບຸນເບີກຟ້າ, ບຸນຄູນຂວັນເຂົ້າ, ບຸນສູ່ຂວັນເຂົ້າ, ບຸນກຸດລາວ ຫຼື ວັນຂຶ້ນປີໃໝ່ຂອງລາວເຮົາ ຫຼື ຊື່ທີ່ຊາວລາວເຮົານິຍົມເອີ້ນກັນວ່າ: “ ບຸນເດືອນ 3 ອອກໃໝ່ 3 ຄໍ່າ ”.  ເດືອນ 3 ເປັນເດືອນທີ່ມີຄວາມພິເສດຂອງຊາວລາວເຮົາ ເຊິ່ງຖືເປັນເດືອນແຫ່ງຄວາມອຸດົມສົມບູນທີ່ສຸດຂອງປີ ເພາະມີການເກັບກ່ຽວເຂົ້າຂຶ້ນເລົ້າຂຶ້ນເຍຍສຳເລັດຮຽບຮ້ອຍ.


ຄວາມເຊື່ອກ່ຽວກັບບຸນເດືອນ 3 ອອກໃໝ່ 3 ຄໍ່າ: ຊາວລາວເຮົາມີຄວາມເຊື່ອວ່າ ຈະມີປະກົດການມະຫັດສະຈັນເກີດຂຶ້ນ 3 ປະການຄື: “ ກົບບໍ່ມີປາກ ນາກບໍ່ມີຮູຂີ້ ແລະ ໝາກຂາມປ້ອມຈະມີລົດຊາດຫວານ ” 

  • ກົບບໍ່ມີປາກ ຄື ຈະມີແຜ່ນເຍື້ອຂຶ້ນປິດຮູກົບ ວັນນັ້ນກົບຈະຈຳສິນ ບໍ່ສາມາດຈັບສັດອື່ນກິນເປັນອາຫານໄດ້.
  • ນາກບໍ່ມີຮູຂີ້ ຄື ຈະມີແຜ່ນເຍື້ອເກີດຂຶ້ນປິດຮູຂີ້ຂອງນາກ ເຊິ່ງຈະບໍ່ສາມາດຂັບຖ່າຍໃນວັນນັ້ນໄດ້ ເພາະບໍ່ໄດ້ກິນອາຫານ.
  • ໝາກຂາມປ້ອມຈະມີລົດຊາດຫວານ ຄື ປົກກະຕິໝາກຂາມປ້ອມຈະມີລົດຊາດສົ້ມປົນຝາດ (ຫວານເລັກນ້ອຍ) ແຕ່ໃນວັນ 3 ຄໍ່າເດືອນ 3 ຈະມີລົດຊາດຫວານ.


ນອກຈາກນີ້, ຍັງຖືວ່າວັນຂຶ້ນ 3  ຄໍ່າເດືອນ 3 ເປັນວັນທີ່ທ້ອງຟ້າໄຂ (ເປີດ) ປະຕູນໍ້າຝົນ ໃນເດືອນ 3 ເປັນເດືອນທີ່ມີ “ ຟ້າຮ້ອງ ” ເປັນຄັ້ງທຳອິດຂອງປີ ຍິ່ງຖ້າວັນນັ້ນມີຟ້າຮ້ອງ ຫຼື ຝົນຕົກ ກໍສະແດງວ່າປີນັ້ນຈະເຮັດນາໄດ້ຜົນຜະລິດດີຫຼາຍ.


ທີ່ມາ: ມສ ຂົວໂດນ
© ໂຕະນໍ້າຊາ | tonamcha.com
___________


Powered by Blogger.