Header Ads

ປະ​ທານ​ສະ​ພາ​ເນັ້ນໄອຍະການປະຊາຊົນ ເພີ່ມການກວດກາເຈົ້າໜ້າທີ່ສວຍໃຊ້ສິດ-ໜ້າທີ່ໃນທາງທີ່ບໍ່ຖືກຕ້ອງ


ກອງປະຊຸມວຽກງານໄອຍະການປະຊາຊົນທົ່ວປະເທດປະຈໍາປີ 2018 ໄດ້ໄຂຂຶ້ນໃນວັນທີ 4 ກຸມພາ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນໂດຍການເປັນປະທານຂອງທ່ານ ຄໍາສານ ສຸວົງ ຫົວໜ້າ ອົງການໄອຍະການປະຊາຊົນສູງສຸດ ເຊິ່ງເປັນກຽດເຂົ້າຮ່ວມຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກອົງການໄອຍະການແຂວງທົ່ວປະເທດເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ບັນດາຜູ້ແທນເຂົ້າຮ່ວມໄດ້ຮັບຟັງການຜ່ານຮ່າງບົດສະຫຼຸບການເຄື່ອນໄຫວວຽກງານໄອຍະການໄລຍະ 3 ປີຂອງແຜນການ 5 ປີ (2016-2020), ການຈັດຕັ້ງວຽກງານປະຈຳປີ 2018 ແລະ ທິດທາງແຜນການຮອດປີ 2020, ວຽກງານຈຸດສຸມປີ 2019 ເຊິ່ງສະເໜີໂດຍ ທ່ານ ໄຊຊະນະ ໂຄດພູທອນ ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ຈາກນັ້ນບັນດາຜູ້ແທນເຂົ້າຮ່ວມໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວໃຫ້ສົມບູນ.

ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດໄດ້ໂອ້ລົມຕໍ່ກອງປະຊຸມເຊິ່ງບາງຕອນເນັ້ນວ່າ: ສະເໜີໃຫ້ອົງການໄອຍະການປະຊາຊົນແຕ່ລະຂັ້ນສືບຕໍ່ປັບປຸງກົນໄກການຕິດຕາມກວດກາການປະຕິບັດກົດໝາຍຂອງເຈົ້າໜ້າທີ່ສືບສວນ-ສອບສວນໃນການນຳໃຊ້ 7 ມາດຕະການສະກັດກັ້ນໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມມາດຕາ 136 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາສະບັບປັບປຸງໃໝ່, ສືບຕໍ່ປັບປຸງກົນໄກ ແລະ ການເພີ່ມທະວີການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ, ເຮັດໃຫ້ຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດແລ້ວໄດ້ນຳໄປປະຕິບັດຢ່າງຖືກຕ້ອງຕາມກົດໝາຍ. ສະເໜີໃຫ້ອົງການໄອຍະການປະຊາຊົນເພີ່ມທະວີການຕິດຕາມກວດກາ ສວຍໃຊ້ສິດ ແລະ ໜ້າທີ່ຕຳແໜ່ງຂອງເຈົ້າໜ້າທີ່ພະນັກງານ ທີ່ມັນແຕະຕ້ອງເຖິງສິດ ແລະ ຜົນປະໂຫຍດອັນຊອບທຳຂອງປະຊາຊົນເຊັ່ນ: ການກັກຕົວບໍ່ຖືກຕ້ອງ, ການບີບຄັ້ນເອົາຄຳໃຫ້ການ ຫຼື ຄຳສາລະພາບດ້ວຍການທຸບຕີທໍລະມານ ຫຼື ການກະທຳອື່ນໆ ຂອງພະນັກງານທີ່ເປັນການລະເມີດສິດອັນຊອບທໍາດ້ວຍກົດໝາຍຂອງປະຊາຊົນເຊັ່ນ: ສວຍໃຊ້ໜ້າທີ່ຕຳແໜ່ງຂອງຕົນເພື່ອບັງຄັບນາບຂູ່ເອົາທີ່ດິນຂອງປະຊາຊົນ ເພື່ອຜົນປະໂຫຍດສ່ວນຕົວຂອງຕົນ ແຕ່ສ້າງຄວາມເສື່ອມເສຍໃຫ້ແກ່ອົງການຈັດຕັ້ງຂອງພວກເຮົາ.

ເພາະບັນຫາດັ່ງກ່າວແມ່ນມີຜົນກະທົບໂດຍກົງຕໍ່ຄວາມເຊື່ອໝັ້ນ ແລະ ສັດທາຕໍ່ລະບອບຂອງພວກເຮົາ. ສະນັ້ນ, ຢາກໃຫ້ພວກສະຫາຍເພີ່ມຄວາມເອົາໃຈໃສ່ຕິດຕາມກວດກາບັນຫາດັ່ງກ່າວ ແລະ ເມື່ອກວດເຫັນແລ້ວກໍຕ້ອງກ້າສັ່ງຟ້ອງຜູ້ກະທຳຜິດເຫຼົ່ານັ້ນຕາມຂະບວນການຍຸຕິທຳ. ສະເໜີໃຫ້ພວກສະຫາຍ ຄົ້ນຄວ້າໃຫ້ລະອຽດຈະແຈ້ງແທ້ໆ ຕໍ່ກັບບັນຫາລະເມີດສັນຍາກູ້ຢືມ ທີ່ມີຫຼັກຊັບຄໍ້າປະກັນ ແຕ່ມາດຳເນີນເປັນຄະດີອາຍາ ໃນຂໍ້ຫາສໍ້ໂກງຊັບຂອງພົນລະເມືອງ. ສະເໜີໃຫ້ອົງການໄອຍະການປະຊາຊົນສູງສຸດ ສືບຕໍ່ປະສານສົມທົບກັບກະຊວງຍຸຕິທຳ ເພື່ອຈັດພິມປະມວນກົດໝາຍອາຍາ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ລວມທັງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນສູງສຸດທີ່ຫາກໍປັບປຸງໃໝ່. ສະເໜີໃຫ້ຕິດຕາມກວດກາການປະຕິບັດກົດໝາຍ ແລະ ການສັ່ງຟ້ອງຜູ້ກະທໍາຜິດຂຶ້ນສານໃຫ້ມີຄຸນນະພາບສູງຂຶ້ນ, ຜ່ານມາພວກສະຫາຍ ກໍເຮັດໄດ້ດີແລ້ວ ແຕ່ຂ້າພະເຈົ້າຢາກໃຫ້ພວກສະຫາຍປັບປຸງຍົກລະດັບຂຶ້ນອີກ ໝາຍຄວາມວ່າທຸກເອກະສານສັ່ງຟ້ອງຂອງອົງການໄອຍະການປະຊາຊົນແມ່ນຕ້ອງຮັບປະກັນໃຫ້ມີຄວາມຖືກຕ້ອງ ແລະ ຍຸຕິທຳ. ສືບຕໍ່ປັບປຸງແບບແຜນ ແລະ ວິທີການນຳພາວຽກງານອົງການໄອຍະການປະຊາຊົນ ແລະ ວຽກງານອື່ນໆ ທີ່ກ່ຽວພັນເຖິງວຽກງານໄອຍະການໃຫ້ໄດ້ຮັບການປັບປຸງດີຂຶ້ນ.


ຂໍ້ມູນ : ໜັງສືພິມປະຊາຊົນ
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.