Header Ads

ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນຈົ່ງພ້ອມກັນເອົາໃຈໃສ່ຕິດຕາມ ແລະ ສຸມສະຕິປັນຍາເຂົ້າໃນການບໍລິການທີ່ດີ ພ້ອມກັນປະຕິບັດນະໂຍບາຍ 5 ດີ 1 ພໍໃຈ


ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດ ຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫລາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນໍ້າໜັກຕໍ່າກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີ ວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3.

ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫລຸບການຈັດຕັ້ງປະຕິບັດວຽກງານ ສາທາ ລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫລວງວຽງຈັນ.
ທ່ານ ດຣ.ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ກ່າວວ່າ: ລັດຖະບານໄດ້ໃຫ້ຄວາມສຳຄັນ ແລະ ຖືເອົາວຽກງານສາທາລະນະສຸກ ເປັນວຽກງານບູລິມະສິດໜຶ່ງໃນແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດຂອງລັດຖະບານ ແລະ ໄດ້ຮັບຮອງ, ອະນຸມັດ 10 ຕົວຊີ້ວັດ ໃຫ້ຂະ ແໜງສາທາລະນະສຸກ ສູ້ຊົນຈັດຕັ້ງປະຕິບັດໃຫ້ສາມາບັນລຸໄດ້ໃນປີ 2020, ພ້ອມທັງຖືເອົາວຽກງານກັນພະຍາດ ແລະ ສົ່ງເສີມສຸຂະພາບເປັນວຽກງານສຳຄັນ ແລະ ຖືເອົາການບໍລິການປິ່ນປົວທີ່ມີຄຸນນະພາບ, ທົ່ວເຖິງ ແລະ ເປັນທຳ, ຄຽງຄູ່ກັບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ປະຊາຊົນລາວບັນດາເຜົ່າ ຕ້ອງການຮັບການບໍລິການດ້ານສາທາລະນະສຸກ ທີ່ມີຄຸນນະພາບໄດ້ຢ່າງທົ່ວເຖິງ ແລະ ຍຸຕິທຳນັບມື້ສູງຂຶ້ນ.

ໃນປີ 2018 ຂະແໜງສາທາລະນະສຸກ ໄດ້ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຜນພັດທະ ນາສາທາລະນະສຸກ ຕາມ 8 ແຜນງານ, ເຊິ່ງຂະແໜງສາທາລະນະສຸກໄດ້ມີ 4 ກຸ່ມວຽກງານໃຫຍ່ວິຊາການ ເຊັ່ນ: ວຽກງານອະນາໄມ ແລະ ສົ່ງເສີມສຸຂະພາບ, ວຽກງານຄວບຄຸມພະຍາຕິດຕໍ່, ວຽກງານປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ວຽກງານອາຫານ ແລະ ຢາ ແລະ ມີ 4 ກຸ່ມວຽກງານໃຫຍ່ ທີ່ເປັນກຸ່ມຊຸກຍູ້ສົ່ງເສີມ ເຊັ່ນ: ວຽກງານແຜນການ ແລະ ການຮ່ວມມື, ວຽກງານການເງິນ, ວຽກງານຈັດຕັ້ງ-ພະນັກງານ, ວຽກງານສຶກສາ ສາທາລະນະສຸກ, ພ້ອມມີ 42 ແຜນງານຍ່ອຍ ແລະ 97 ໂຄງການ ຕາມກອບຍຸດທະສາດ ປະຕິຮູບສາທາລະນະສຸກ ໄລຍະທີ 2 ທີ່ສຸມໃສ່ປະຕິຮູບວຽງານສາ ທາລະນະສຸກໃນ 5 ດ້ານ ເປັນຕົ້ນ ດ້ານຊັບພະຍາກອນມະນຸດ, ການບໍລິຫານຄຸ້ມຄອງ, ການເງິນສາ ທາລະນະສຸກ, ການບໍລິການສາທາລະນະສຸກ ແລະ ດ້ານຂໍ້ມູນຂ່າວສານສາທາລະນະສຸກ.


ທ່ານ ດຣ.ບຸນກອງ ສີຫາວົງ ກ່າວຕື່ມວ່າ: ເພື່ອໃຫ້ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ ແລະ ຮັບປະກັນໃຫ້ປະຊາຊົນບັນດາເຜົ່າ ໄດ້ເຂົ້າເຖິງການບໍລິການ ທີ່ມີຄຸນນະພາບທີ່ດີ, ມີຮ່າງກາຍທີ່ແຂງແຮງ, ມີຈິດໃຈດີ, ມີອາຍຸຍືນຍາວຢ່າງມີຄຸນນະພາບ. ຂ້າພະເຈົ້າ ຂໍສະເໜີມາຍັງທຸກພາກສ່ວນ ໂດຍສະເພາະ ຂະແໜງການສາທາລະນະສຸກ ຈົ່ງພ້ອມກັນເອົາໃຈໃສ່ຕິດຕາມ ແລະ ສຸມສະຕິປັນຍາເຂົ້າໃນການບໍລິການທີ່ດີ ພ້ອມກັນປະຕິບັດນະໂຍບາຍ 5 ດີ 1 ພໍໃຈ ຄື: ຕ້ອນຮັບດີດ້ວຍອັດທະຍາ ໄສດີ, ມີຄວາມສະດວກດີວ່ອງໄວ, ມີຄວາມສະອາດງາມຕາ-ສິ່ງແວດລ້ອມທີ່ດີ, ການບົ່ງມະຕິຊັດເຈນດີ ແລະ ການປິ່ນປົວດີມີຈັນຍາບັນ. ພໍໃຈຄົນເຈັບ ແລະ ຍາດຕິພີ່ນ້ອງຂອງຄົນເຈັບ ມີຄວາມພໍໃຈລາຄາຍຸຕິທຳ. ພາບ-ຂ່າວ: ຂປລ 

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.