Header Ads

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງການ ຈະມີຝົນຕົກ ຢູ່ບາງທ້ອງຖິ່ນໃນທົ່ວທຸກພາກຂອງປະເທດລາວໃນລະຫວ່າງວັນທີ 26-27 ກຸມພານີ້




ກົມອຸຕຸນິຍົມ ແລະ ອຸທົກກະສາດ ໄດ້ອອກບົດລາຍງານສະພາບອາກາດໄລຍະຄາດຄະເນ ເລກທີ 0276/ ກອຕທ ລົງວັນທີ 25 ກຸມພາ 2019.  ໃນໄລຍະວັນທີ 25 – 27 ກຸມພາ 2019 ຄວາມກົດດັນສູງຂອງອາກາດໜາວເຢັນທີ່ມີກຳລັງອ່ອນ ຈະປົກຄຸມຢູ່ທົ່ວຸກພາກຂອງປະເທດລາວ, ສົມທົບກັບກະແສລົມຕາເວັນຕົກພັດປົກຄຸມພັດປົກຄຸມພາກເໜຶອ ແລະ ຕາເວັນຕົກສ່ຽງໃຕ້ພັດປົກຄຸມພາກກາງ ແລະ ພາກໃຕ້, ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນໃນແຕ່ລະພາກພ້ອມມີລົມພັດແຮງເປັນບາງໂອກາດ. ຈາກນັ້ນວັນທີ 28 ກຸມພາ – 3 ມີນາ 2019 ຄວາມກົດດັນຕໍ່າຂອງອາກາດຮ້ອນຈະປົກຄຸມຢູ່ແຂວງພາກກາງ ແລະ ພາກໃຕ້ຂອງປະເທດລາວ, ພ້ອມມີກະແສລົມຕາເວັນຕົກພັດປົກຄຸມເປັນສ່ວນໃຫຍ່ ເຊິ່ງຈະເຮັດໃຫ້ອາກາດຮ້ອນຂື້ນໃນໄລຍະຕອນບ່າຍຢູ່ໃນແຕ່ລະພາກ, ສຳລັບແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນອາກາດຍັງຈະເຢັນ ຫາ ໜາວເຢັນພ້ອມມີໝອກບາງປົກຫຸ້ມໃນຕອນເຊົ້າ. ສໍາລັບລາຍະອຽດແມ່ນຕາມແຈ້ງການນີ້ເລີຍ  : 







ທີ່ມາ: ກົມອຸຕຸນິຍົມ ແລະ ອຸທົກກະສາດ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.