Header Ads

ການກໍ່ສ້າງເສັ້ນທາງຊັກຊ້າ ຍັງເປັນບັນຫາທີ່ປະຊາຊົນ ສະເໜີໃຫ້ພາກສ່ວນກ່ຽວຂ້ອງເລັ່ງແກ້ໄຂ



ການ​ພົບ​ປະ​ກັບ​ປະ­ຊາ­ຊົນ​ຂອງ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ມາ­ຊິກ​ສະ­ພາ​ປະ­ຊາ­ຊົນ ນະ­ຄອນ­ຫຼວງ​ວຽງ​ຈັນ (ສສຊ ສສ ນວ) ນຳ​ໂດຍ​ທ່ານ ພັນ​ເອກ ບົວ​ເງິນ ຫົງ​ໄຂ​ຄຳ ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ປະ­ຈຳ​ເຂດ​ເລືອກ​ຕັ້ງ​ທີ 1 ສສ ນວ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ​ທະ­ຫານ ນວ ທ່ານ ສຸກ​ສະ­ຫວັນ ບຸດ​ຕະ​ວົງ ສສ ນວ ແລະ ທ່ານ ທອງ​ສະ­ຫວັນ ມີ​ບຸນ ສສ ນວ ໃນ​ວັນ​ທີ 22 ກຸມ­ພາ 2019 ທີ່​ວັດ​ບ້ານ​ໜອງ​ໄຮ ເມືອງ​ຫາດ​ຊາຍ​ຟອງ ແລະ ສະ​ຖາ​ບັນ​ການ​ເງິນ​ດົງ​ຄຳ​ຊ້າງ ເຊິ່ງ​ປະ­ຊາ­ຊົນ ແລະ ຄູ-ອາ­ຈານ ຕະ­ຫຼອດ​ຮອດ​ນັກ​ສຶກ​ສາ ໄດ້​ສະ­ເໜີ​ຫຼາຍ​ບັນ­ຫາ​ເພື່ອ​ໃຫ້ ສສຊ ແລະ ສສ ນວ ຮັບ​ຊາບ ແລະ ນຳ­ໄປ​ພິ­ຈາ­ລະ­ນາ​ແກ້​ໄຂ​ກັບ​ພາກ­ສ່ວນ​ກ່ຽວ­ຂ້ອງ ໃນ​ນັ້ນ ບັນ­ຫາ​ການ​ກໍ່­ສ້າງ​ເສັ້ນ­ທາງ​ຊັກ​ຊ້າ ຍັງ​ເປັນ​ບັນ­ຫາ​ຕົ້ນໆ​ທີ່​ຖືກ​ສະ­ເໜີ​ໃຫ້​ແກ້​ໄຂ​ຮີບ​ດ່ວນ.



ນອກ­ຈາກ​ການ​ເຜີຍ­ແຜ່​ຜົນ­ສຳ­ເລັດ​ກອງ​ປະ­ຊຸມ​ສະ​ໄມ​ສາ­ມັນ​ເທື່ອ​ທີ 6 ຂອງ​ສະ­ພາ​ແຫ່ງ​ຊາດ ຊຸດ​ທີ VIII ແລະ ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ 1 ແລ້ວ ຜູ້​ເຂົ້າ​ຮ່ວມ​ຍັງ​ໄດ້​ຮັບ​ຟັງ​ສະ­ພາບ​ລວມ ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ​ຂອງ​ບ້ານ ພ້ອມ​ກັບ​ຮັບ​ຟັງ​ຄຳ​ສະ­ເໜີ​ບັນ­ຫາ​ຕ່າງໆ ເພື່ອ​ໃຫ້​ຂັ້ນ​ເທິງ​ຊອກ​ຫາ​ວິ­ທີ​ແກ້​ໄຂ ເປັນ­ຕົ້ນ ບັນ­ຫາ​ຄົນ​ຕ່າງ​ດ້າວ​ທີ່​ມາ​ອາ­ໄສ​ຢູ່​ບ້ານ​ໜອງ​ໄຮ​ບໍ່​ຖືກ­ຕ້ອງ ປະ­ກອບ​ອາ­ຊີບ (ນາງ​ສາວ​ບໍ­ລິ­ການ) ຜິດ​ລະ­ບຽບ​ກົດ­ໝາຍ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ເລັ່ງ​ກວດ­ກາ​ແກ້​ໄຂ ຄຽງ​ຄູ່​ກັບ​ການ​ປະ­ຕິ­ບັດ​ລະ­ບຽບ​ກົດ­ໝາຍ​ຢ່າງ​ເຂັ້ມ​ງວດ ບັນ­ຫາ​ນັກ­ຮຽນ​ນັກ​ສຶກ​ສາ​ຈົບ​ໃໝ່​ບໍ່​ມີ​ວຽກ​ເຮັດ ສະ­ເໜີ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ກໍ່​ຄື ລັດ­ຖະ­ບານ​ຊອກ​ຫາ​ວິ­ທີ​ທາງ​ແກ້​ໄຂ​ໃຫ້​ເປັນ​ຮູບ​ປະ​ທຳ​ຍິ່ງ​ຂຶ້ນ ບັນ­ຫາ​ຄ່າ​ນໍ້າ ຄ່າ​ໄຟ­ຟ້າ ຕະ­ຫຼອດ​ເຖິງ​ຄ່າ​ບໍ­ລິ­ການ​ປ່ຽນ​ກົງ​ເຕີ​ທີ່​ເຫັນ​ວ່າ​ມີ​ລາ­ຄາ​ແພງ ແຕ່​ເງິນ­ເດືອນ​ໜ້ອຍ​ບໍ່​ພໍ​ຈ່າຍ ການ​ແກ້​ໄຂ​ບັນ­ຫາ​ສະ­ໜາມ​ກັອບ​ທີ່​ຕັ້ງ​ຕິດ​ກັບ​ສະ­ຖານ­ທີ່​ອາ­ໄສ​ຂອງ​ປະ­ຊາ­ຊົນ ໂດຍ​ສະ­ເພາະ ບັນ­ຫາ​ລູກ​ກ໊ອຟ​ຕົກ​ມາ​ໃສ່​ສະ­ຖານ­ທີ່​ບຸກ­ຄົນ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ຕາມ​ຖະ­ໜົນ ຢາກ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ສົມ­ທົບ​ກັບ​ອຳ­ນາດ​ການ​ປົກ­ຄອງ​ບ້ານ ພ້ອມ​ກັນ​ແກ້​ໄຂ​ຮ່ວມ​ກັນ ປຸກ­ລະ­ດົມ​ສ້າງ​ຈິດ​ສຳ­ນຶກ​ໃຫ້​ຜູ້​ຂັບ​ຂີ່ ໂດຍ​ສະ­ເພາະ ບັນ­ຫາ​ດື່ມ​ສິ່ງ​ມຶນ­ເມົາ​ແລ້ວ​ຂັບ​ຂີ່ ເຊິ່ງ​ເຮັດ​ໃຫ້​ເກີດ​ອຸ­ບັດ­ເຫດ​ຫຼາຍ​ທີ່​ສຸດ ບັນ­ຫາ​ການ​ແກ້​ໄຂ​ຮ່ອງ​ລະ­ບາຍ​ນໍ້າຂ້າງ​ທາງ ທີ່​ເຫັນ​ວ່າ​ຝົນ­ຕົກ​ແຮງ​ແມ່ນ​ເກີດ​ສະ­ພາບ​ນ້ຳ​ຖ້ວມ​ທັນ­ທີ ແລະ ທີ່​ປະ­ຊາ­ຊົນ​ຮຽກ­ຮ້ອງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ພ້ອມ​ກັນ​ແກ້​ໄຂ​ເລັ່ງ​ດ່ວນ ແລະ ຫຼາຍ​ທີ່​ສຸດ ແມ່ນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ແຕ່ 4 ແຍກ​ໄຟ​ແດງ​ໜອງ​ໄຮ-ບ້ານ​ສົມ​ສະ­ໜຸກ ໂດຍ​ປະ­ຊາ­ຊົນ​ສະ­ເໜີ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ ຕິດ­ຕາມ​ຢ່າງ​ໃກ້­ຊິດ ເພື່ອ​ເຮັດ​ໃຫ້​ໂຄງ­ການ​ມີ​ຄຸນ​ນະ​ພາບ ແລະ ສຳ­ເລັດ​ຕາມ​ແຜນ­ການ​ວາງ​ໄວ້ .  ພາບ-ຂ່າວ: ນສພ ວຽງຈັນໃຫ່ມ


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.