Header Ads

ສ່ວຍສາອາກອນ ອັດຕະປື ວາງຄາດໝາຍຈັດເກັບລາຍຮັບໃຫ້ໄດ້ກວ່າ 73 ຕື້ກີບ



ນສພ ເສດຖະກິດ-ການຄ້າ ລາຍງານວ່າ : ສ່ວຍສາອາກອນ ແຂວງ ອັດຕະປື ຕັ້ງເປົ້າຈັດເກັບລາຍຮັບປີ 2019 ໃຫ້ໄດ້ ກວ່າ 73 ຕື້ກີບ ໂດຍຈະຫັນການຈັດເກັບລາຍຮັບເຂົ້າສູ່ລະບົບທັນສະໄໝຂຶ້ນ ລວມທັງປະຕິບັດລະບຽບວິໄນການເງິນໃຫ້ມີຄວາມເຂັ້ມງວດ, ມີຄວາມຮັບຜິດຊອບໃຫ້ດີກວ່າເກົ່າ ແລະ ຈະປັບປຸງການປະສານງານກັບພາກສ່ວນຕ່າງໆຕື່ມອີກ.

ທ່ານ ບຸນທະມາລີ ໝັ້ນອານົງ ຫົວໜ້າພະແນກການເງິນແຂວງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບປະຈຳປີຂອງວຽກງານສ່ວຍສາອາກອນວ່າງບໍ່ດົນມານີ້ ວ່າ: ສ່ວຍສາອາກອນແຂວງອັດຕະປື ໄດ້ວາງຄາດໝາຍການຈັດເກັບລາຍຮັບ ສະເພາະໃນສົກປີ 2019 ດ້ວຍລະບົບທີ່ທັນສະໄໝໄວ້ແລ້ວ ແມ່ນຈະພ້ອມກັນສູ້ຊົນປະຕິບັດໃຫ້ໄດ້ 73,26 ຕື້ກີບ ເທົ່າກັບ 87,64% ຂອງແຜນການປີ 2018 ແລະ ເທົ່າກັບ 120,68% ຂອງຂໍ້ມູນເດີນສຳຫຼວດປີ 2018. ໃນນີ້, ມີການຈັດເກັບອາກອນປົກກະຕິໃຫ້ໄດ້ 61,88 ຕື້ກີບ, ຈັດເກັບຄ່າທຳນຽມໃຫ້ໄດ້ 3,86 ຕື້ກີບ, ຈັດເກັບຄ່າບໍລິການໃຫ້ໄດ້ 5,46 ຕື້ກີບ, ການຈັດເກັບຄ່າທີ່ດິນໃຫ້ໄດ້ 2,05 ຕື້ກີບ ( ພາສີທີ່ດິນໃຫ້ໄດ້ 1,87 ຕື້ກີບ, ອາກອນລາຍໄດ້ຂາຍສິດໃຫ້ໄດ້ 50 ລ້ານກີບ ແລະ ຄ່າທຳນຽມຈົດທະບຽນໃຫ້ໄດ້ 130 ລ້ານກີບ ). ນອກຈາກນີ້, ຍັງໄດ້ແບ່ງການຄຸ້ມຄອງ ຄື: ແຂວງຄຸ້ມຄອງປະຕິບັດໃຫ້ໄດ້ 65,15 ຕື້ກີບ ເທົ່າກັບ 88,92% ຂອງແຜນການປີ, ເມືອງຄຸ້ມຄອງ 8,11 ຕື້ກີບ ເທົ່າກັບ 11,08% ຂອງແຜນການປີ.

ເພື່ອພ້ອມກັນຈັດຕັ້ງປະຕິບັດໃຫ້ບັນລຸຕົວເລກມອບໝາຍໃນສົກປີ 2019 ນັ້ນ ສິ່ງສຳຄັນພ້ອມກັບສືບຕໍ່ວຽກງານສຶກສາອົບຮົມຄຸນທາດການເມືອງ ເພື່ອໃຫ້ພະນັກງານສ່ວຍສາອາກອນເພີ່ມຄວາມຮັບຜິດຊອບສູງຂຶ້ນ, ມີຈັນຍາບັນຈັນຍາທຳ, ເອົາໃຈໃສ່ເລື່ອງແບບແຜນວິທີເຮັດວຽກເປັນຫຼັກ, ເປັນຕົວວັດແທກ, ກ້າຄິດກ້າຮັບຜິດຊອບຕໍ່ຕົນເອງໃນທາງທີ່ຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ, ຮີບຮ້ອນແກ້ໄຂບັນຫາຂໍ້ຄົງຄ້າງໃນໄລຍະຜ່ານມາ ແລະ ສຸມໃສ່ແຕ່ຫົວທີ ໃນການຄຸ້ມຄອງຈັດເກັບລາຍຮັບຕາມຖານຂໍ້ມູນທີ່ມີແລ້ວໃຫ້ຖືກຕ້ອງຄົບຖ້ວນ ແລະ ທັນເວລາ, ເພີ່ມທະວີໃນການຊີ້ນຳ – ນຳພາ ແລະ ບູລະນະກົນໄກ, ແບບແຜນວິທີເຮັດວຽກນຳໃຊ້ເຄື່ອງມີທີ່ທັນສະໄໝໃຫ້ມີປະສິດທິຜົນ, ພ້ອມກັນປະຕິບັດລະບຽບວິໄນການເງິນໃຫ້ມີຄວາມເຂັ້ມງວດ, ມີ ຄວາມຮັບຜິດຊອບໃຫ້ດີກວ່າເກົ່າ, ປັບປຸງການປະສານງານກັບພາກສ່ວນຕ່າງໆທັງສາຍຕັ້ງ ແລະ ອຳນາດການປົກຄອງທ້ອງຖິ່ນຂັ້ນແຂວງ ແລະ ເມືອງ ໃຫ້ສອດຄ່ອງກົມກຽວຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ.

ໂດຍ: ມາລາທິບ (ນສພ ເສດຖະກິດ-ການຄ້າ):
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.