Header Ads

ນະຄອນຫລວງວຽງຈັນມີພາຫະນະຂຶ້ນທະບຽນຖືກຕ້ອງ ກ່ວາ 9 ແສນຄັນ




ໃນປີ 2018 ຜ່ານມາ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ສາມາດຂຶ້ນທະບຽນພາຫະນະໄດ້ທັງໝົດ 55.047 ຄັນ, ຊຶ່ງເຮັດໃຫ້ລວມຍອດການຂຶ້ນທະບຽນພາຫະນະທັງໝົດເພີ່ມຂຶ້ນເປັນ 903.734 ຄັນ, ໃນນີ້ ມີລົດໃຫຍ່ 3 ແສນ ກ່ວາຄັນ, ເຫລືອນັ້ນແມ່ນລົດຈັກ. ການຂຶ້ນທະບຽນພາຫະນະນີ້ ແມ່ນບໍ່ໄດ້ລວມເອົາພາຫະນະທີ່ນອນຢູ່ໃນຄວາມຮັບຜິດຊອບຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. 

ສ່ວນວຽກງານຄຸ້ມຄອງການຂັບຂີ່ ນັ້ນ ແມ່ນໄດ້ຈັດການສອບເສັງເອົາໃບຂັບຂີ່ໄດ້ 13.972 ຄົນ, ຕໍ່ອາຍຸ-ປ່ຽນໃບຂັບຂີ່ໄດ້ 97.180 ໃບ, ຊຶ່ງເຮັດໃຫ້ລວມຍອດການອອກໃບຂັບຂີ່ພາຫະນະທັງໝົດເພີ່ມຂຶ້ນເປັນ 327.256 ໃບ.

ທ່ານ ນວນໄຊ ພະໄຊສົມບັດ, ຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ໃຫ້ສໍາພາດວ່າ: ປັດຈຸບັນ ການຂຶ້ນທະບຽນພາຫະນະຢູ່ນະຄອນຫລວງວຽງຈັນ ມີຄວາມສະດວກສະບາຍຫລາຍເມື່ອສົມທຽບໃສ່ເມື່ອກ່ອນ, ຍ້ອນມີການປັບປຸງຫລາຍຢ່າງຄືນໃໝ່ ເປັນຕົ້ນ: ປັບສະຖານທີ່ຮອງຮັບຄົນທີ່ມາໃຊ້ການບໍລິການ, ຫັນມານໍາໃຊ້ການບໍລິການຜ່ານປະຕູດຽວ, ປັບປຸງວິທີການເຮັດວຽກຂອງບຸກຄະລາກອນ, ນໍາໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ແລະ ອື່ນໆ, ຊຶ່ງເຮັດໃຫ້ສາມາດອອກໃບທະບຽນພາຫະນະໄດ້ພາຍໃນ 1 ມື້. 

ສ່ວນການສອບເສັງໃບຂັບຂີ່ທັງໃນພາກທິດສະດີ ແລະ ຕົວຈິງນັ້ນ, ແມ່ນລະບົບຄອມພິວເຕີ ເປັນຜູ້ຕັດສິນວ່າຜູ້ສອບເສັງ ຈະໄດ້ຄະແນນຜ່ານ ຫຼື ບໍ່ຜ່ານ; ພວກເຮົາບໍ່ສາມາດດັດແປງຜົນການສອບເສັງທີ່ລະບົບກຳນົດອອກໄດ້, ຖ້າຫາກຜູ້ໃດສອບເສັງມີຄະແນນຜ່ານຕາມມາດຖານທີ່ກຳນົດໄວ້ ກໍ່ຈະອອກໃບຂັບຂີ່ໃຫ້ພ້ອມເລີຍ, ເຮັດໃຫ້ມີຄວາມໂປ່ງໄສ ແລະ ບໍ່ສາມາດຊື້ຈ້າງໄດ້.


ທ່ານຫົວໜ້າກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ໃຫ້ຮູ້ຕື່ມວ່າ: ພາຍຫລັງທີ່ມີການປັບປຸງຮູບແບບວິທີການເຮັດວຽກຕ່າງໆ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝຂຶ້ນກ່ວາເກົ່າມາໄດ້ຫລາຍປີ ໄດ້ເຮັດໃຫ້ປັດຈຸບັນ, ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫລວງວຽງຈັນ ສາມາດຕີຖອຍໄດ້ບັນດາຫາງສຽງທີ່ເກີດຂຶ້ນໃນສັງຄົມກ່ຽວກັບການຂຶ້ນທະບຽນ ແລະ ການສອບເສັງໃບຂັບຂີ່ພາຫະນະ ເພາະບໍ່ມີການຈົ່ມວ່າ ຫລື ການຕໍານິສົ່ງຂ່າວກ່ຽວກັບການບໍລິການຂຶ້ນທະບຽນ ແລະ ການສອບເສັງໃບຂັບຂີ່ຊັກຊ້າເກີດຂຶ້ນຄືເມື່ອກ່ອນ. ສ່ວນທິດທາງແຜນການໃນຕໍ່ໜ້າ ຈະຂະຫຍາຍຈຸດບໍລິການຂຶ້ນທະບຽນ, ການກວດກາເຕັກນິກ ແລະ ສອບເສັງໃບຂັບຂີ່ຕາມທິດສາມສ້າງລົງສູ່ຮາກ ຖານຢູ່ເມືອງທີ່ມີເງື່ອນໄຂ ໃຫ້ໄດ້ 2 ບ່ອນ ຄື: ຈຸດບ້ານ ໂຄກສີວິໄລ ເມືອງ ໄຊທານີ, ແລະ ຈຸດບ້ານ ດົງໂພສີ, ເມືອງ ຫາດຊາຍຟອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ສັງຄົມໃນການກວດກາ ເຕັກນິກ, ຂຶ້ນທະບຽນພາຫານະ ແລະ ສອບເສັງໃບຂັບຂີ່ໃຫ້ໄດ້ຢ່າງທົ່ວເຖີງ. ນອກຈາກນີ້, ຍັງຈະສືບຕໍ່ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນການຄຸ້ມຄອງການເກັບລາຍຮັບ, ລະບົບກົນໄກປະຕູດຽວ ແລະ ການຈ່າຍເງິນຜ່ານລະບົບທະນາຄານ ເພື່ອປ້ອງກັນບໍ່ໃຫ້ເງິນຕົກເຮ່ຍເສຍຫາຍ ຫລື ຮົ້ວໄຫລ. ຂ່າວ: ບຸນຕຽງ ຈັນທະວົງ (ວສລ)

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.