Header Ads

ຍານສຳຫຼວດຂອງຍີປຸ່ນ ຮາຢາບຸສະ-2 ສາມາດລົງຈອດເທີງດາວເຄາະນ້ອຍສຳເລັດ




ອົງການອາວະກາດຍີ່ປຸ່ນ ຫຼື ຈາຊາ ໄດ້ອອກຖະແຫຼງການເມື່ອວັນສຸກ (22 ກຸມພາ 2019)ທີ່ນະຄອນໂຕກຽວ ປະເທດຍີ່ປຸ່ນ ວ່າ : ຍານສຳຫຼວດ “ຮາຢາບຸສະ-2” ປະສົບຄວາມສຳເລັດໃນການລົງຈອດເທີງພື້ນຜິວຂອງດາວເຄາະນ້ອຍ “ຣິວງຸ” ເທີງຕຳແຫນ່ງທີ່ກຳນົດໄວ້ ເມື່ອເວລາປະມານ 08:00 ໂມງ (ຕາມເວລາທ້ອງຖິ່ນ)  ໂດຍຮາຢາບຸສະ-2 ໄດ້ທີ່ປ່ອຍໃນເດືອນທັນວາ 2004 .  ຈາກຂໍ້ມູນລະບຸວ່າ ຍານຮາຢາບຸສະ-2 ຍັງສາມາດປະຕິບັດການປ່ອຍຫຸ່ນຍົນຂະຫນາດນ້ອຍ 2 ລຳລົງຈອດເທີງພື້ນຂອງດວງດາວເພື່ອທໍາການສຳຫຼວດໃນພື້ນຜິວເບື້ອງຕົ້ນ. 


ສໍາລັບຍານຫຸ່ນຍົນທັງ 2 ລຳທີ່ອົງການອາວະກາດຍີ່ປຸ່ນ ມີຮູບຊົງຄ້າຍກ່ອງຄຸກກີ້ ແລະ ມີລະຫັດວ່າ “ໂຣເວີ 1A ແລະ ໂຣເວີ 1B”  ຖືວ່າແມ່ນຍານຫຸ່ນຍົນລຳທຳອິດຂອງຢີ່ປຸ່ນທີ່ສາມາດລົງຈອດເທີງພື້ນຜິວຂອງດາວເຄາະນ້ອຍໄດ້ ແລະ ເປັນຄວາມກ້າວໜ້າທີ່ດ້ານວົງການອາວະກາດຍີ່ປຸ່ນອີກດ້ວຍ ເພາະຜ່ານ ອົງການອາວະກາດຍີ່ປຸ່ນ ເຄີຍພະຍາຍາມສົ່ງຍານສຳຫຼວດລົງຈອດດາວເຄາະນ້ອຍມາແລ້ວ ຄັ້ງຫນື່ງ ໃນປີ 1995 ແຕ່ບໍ່ປະສົບຜົນສໍາເລັດຢ່າງທີ່ຄາດ.



ອົງການອາວະກາດຍີ່ປຸ່ນ ຍັງເປີດເຜີຍຕື່ມວ່າໃນປີ 2020 ຍານຮາຢາບຸສະ-2  ຈະສາມາດນຳໂຕຍ່າງດິນ ແລະ ຫີນຈາກດາວເຄາະນ້ອຍ ເພາະພາລະກິດຫຼັກຂອງ ຍານຮາຢາບຸສະ-2 ແມ່ນການຂຸດເຈາະ ແລະ ສໍາຫຼວດ ພື້ນຜິວຂອງດາວຣິວງຸ ທີ່ມີລັດສະໝີ້ປະມານ 1 ກິໂລແມັດ ແລະ ມີຮູບຊົງຄ້າຍໝາກຂ່າງ .​ 


© ໂຕະນໍ້າຊາ | tonamcha.com
___________



Powered by Blogger.