Header Ads

ກຽມ ອະ­ນຸ­ສອນສະ­ຖານທ່ານ ໜູຮັກ ພູມສະ­ຫວັນ ໃນເດືອນ ເມສາ 2019




ທ່ານ ໜູຮັກ ພູມສະ­ຫວັນ ແມ່ນໜຶ່ງໃນຜູ້­ນຳການປະ­ຕິ­ວັດລາວຮຸ່ນທຳອິດຂອງພັກ ຜູ້­ນຳທີ່ແສນເຄົາ­ລົບຮັກຂອງປວງຊົນລາວທັງຊາດ ຕະ­ຫຼອດຊີ­ວິດຂອງເພິ່ນ ໄດ້ທຸ່ມເທໝົດກຳ­ລັງ­ວັງ­ຊາ ສະ­ຕິປັນ­ຍາອຸ­ທິດໃຫ້ພາ­ລະ­ກິດຕໍ່­ສູ້ປົດປ່ອຍຊາດ ເພື່ອຄວາມເປັນເອ­ກະ­ລາດ ແລະ ອິດ­ສະ­ຫຼະ­ພາບຂອງຊາດ ອຸ­ທິດໃຫ້ພາ­ລະ­ກິດປົກປັກຮັກ­ສາ ແລະ ພັດ­ທະ­ນາປະ­ເທດຊາດ ເພື່ອຄວາມສົມ­ບູນພູນສຸກຂອງປະ­ຊາ­ຊົນລາວບັນ­ດາ­ເຜົ່າ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ຄຸນ­ງາມ­ຄວາມ­ດີ ແລະ ຜົນ­ງານອັນໃຫຍ່ຫຼວງ ທີ່ເພິ່ນໄດ້ສ້າງໄວ້­ໜ້າປະ­ຫວັດ­ສາດຂອງຊາດລາວວີ­ລະຊົນ ແມ່ນບໍ່ມີສິ່ງໃດຈະປຽບ­ປານ ກົມການ­ເມືອງສູນກາງພັກ ຄະ­ນະເລ­ຂາ­ທິ­ການສູນກາງພັກ ຈິ່ງໄດ້ອອກມະ­ຕິຕົກ­ລົງສະ­ບັບເລກທີ 143/ຄລສພ ລົງວັນທີ 14 ຕຸ­ລາ 2016 ວ່າດ້ວຍການອະ­ນຸຮັກ ຮັກ­ສາອະ­ນຸ­ສອນສະ­ຖານທ່ານ ໜູຮັກ ພູມສະ­ຫວັນ ທີ່ເປັນເຮືອນຂອງເພິ່ນ ເພື່ອໃຫ້ຄົນຮຸ່ນໃໝ່ ສືບທອດໄດ້ສຶກສາຄົ້ນ­ຄວ້າຮ່ຳ­ຮຽນ ເອົາແບບ­ຢ່າງອັນປະ­ເສີດເລີດລ້ຳ ແລະ ການດຳ­ລົງຊີ­ວິດທີ່ປອດໃສ ຂາວສະ­ອາດຂອງເພິ່ນເຂົ້າໄປໝູນໃຊ້ໃນວຽກງານ.



ວັນທີ 21 ກຸມ­ພາ 2019 ຢູ່ອະ­ນຸ­ສອນສະ­ຖານທ່ານ ໜູຮັກ ພູມສະ­ຫວັນ ບ້ານສະ­ພານທອງເໜືອ ເມືອງສີສັດ­ຕະນາກ ນະ­ຄອນ­ຫຼວງວຽງຈັນ ໄດ້ຈັດກອງປະ­ຊຸມສຳມະນາໂຕະ­ມົນ ຄັ້ງທີ I ສັນນະສູດຮູບພາບ ແລະ ວັດ­ຖຸພັນຂອງທ່ານ ໜູຮັກ ພູມສະ­ຫວັນ ໂດຍມີທ່ານ ທອງວັນ ທອງດີ ຫົວ­ໜ້າຄະ­ນະກຳ­ມະ­ການກວດ­ກາ ການຈັດວາງ­ສະ­ແດງອະ­ນຸ­ສອນສະ­ຖານ ໜູຮັກ ພູມສະ­ຫວັນ ພ້ອມດ້ວຍວິ­ທະ­ຍາ­ກອນ ຄອບ­ຄົວທ່ານ ໜູຮັກ ພູມສະ­ຫວັນ ແລະ ພາກ­ສ່ວນກ່ຽວ­ຂ້ອງເຂົ້າຮ່ວມ.

ເພື່ອເປັນຂໍ້ມູນດ້ານເນື້ອໃນທີ່ຊັດເຈນ ຈຶ່ງໄດ້ຈັດກອງປະ­ຊຸມດັ່ງ­ກ່າວຂຶ້ນ ເພື່ອໃຫ້ບັນ­ດາທ່ານທີ່ເຄີຍເຮັດວຽກຮັບໃຊ້ ເຄີຍດຳ­ລົງຊີ­ວິດຕິດແທດໃກ້­ຊິດກັບທ່ານ ໜູຮັກ ພູມສະ­ຫວັນ ໃນເຮືອນຫຼັງນີ້ ໄດ້ມີຄຳເຫັນຫວນຄືນຄວາມຊົງຈຳການຈັດວາງບັນ­ດາເຄື່ອງ­ໃຊ້ ຢູ່ໃນເຮືອນຫຼັງນີ້ ໃນໄລ­ຍະທີ່ທ່ານ ໜູຮັກ ພູມສະ­ຫວັນ ຍັງມີຊີ­ວິດຢູ່ ເພື່ອໃຫ້ຂໍ້ມູນອັນລະ­ອຽດໃຫ້ວິ­ຊາການຄົ້ນ­ຄວ້າໄດ້ຮັບຮູ້ເຊື່ອມຊຶມ ແລະ ນຳ­ໄປຈັດຕັ້ງປະ­ຕິ­ບັດໃຫ້ຖືກ­ຕ້ອງກັບເຫດ­ການຕົວຈິງ ປັດ­ຈຸ­ບັນ ການກະ­ກຽມຈັດວາງ­ສະ­ແດງອະ­ນຸ­ສອນສະ­ຖານທ່ານ ໜູຮັກ ພູມສະ­ຫວັນ ມີຄວາມຄືບໜ້າ 90% ແລະ ຄາດວ່າຈະໄຂເປັນທາງການວັນທີ 9 ເມ­ສາ 2019 ເຊິ່ງກົງກັບວັນຄ້າຍວັນເກີດຂອງທ່ານ ໜູຮັກ ພູມສະ­ຫວັນ ຄົບ­ຮອບ 105 ປີ ຈາກນັ້ນ ກໍຈະໄດ້ເປີດໃຫ້ປະ­ຊາ­ຊົນລາວເຂົ້າຊົມ ໂດຍບໍ່ເສຍຄ່າ ວັນອັງ­ຄານ-ວັນອາ­ທິດ ໃນໂມງລັດຖະການ. ພາບ-ຂ່າວ : ນສພ ວຽງຈັນໃຫ່ມ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.