Header Ads

ສານປະຊາຊົນສູງສຸດ ຈະສືບຕໍ່ເອົາໃຈໃສ່ ແກ້ໄຂຄະດີໃຫ້ວ່ອງໄວ ມີຈັນຍາບັນ-ຈັນຍາທຳ ຮັບໃຊ້ປະຊາຊົນຢ່າງແທ້ຈິງ



ໃນນລະຫວ່າງວັນທີ 14-15 ກຸມພາ 2019 ນີ້ ທີ່ນະຄອນຫລວງວຽງຈັນ ໄດ້ມີກອງປະຊຸມສະຫລຸບການເຄື່ອນໄຫວວຽກງານ ປີ 2018 ຂອງສານປະຊາຊົນ ເພື່ອຍົກສູງປະສິດທິພາບ ໃນການຄຸ້ມຄອງບໍລິຫານສານ, ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ, ພ້ອມທັງວາງຄາດໝາຍສູ້ຊົນ ໃນການເອົາໃຈໃສ່ພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວບັນລຸ 85% ຕໍ່ປີ, ຮັບປະກັນການຕັດສິນຄະດີ ມີຄຸນນະພາບ, ອັດຕາມການຂໍອຸທອນ ຢູ່ໃນລະດັບ 15% ແລະ ການຂໍລົບລ້າງໃຫ້ຫລຸດເມື່ອທຽບໃສ່ປີຜ່ານມາ.



ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ໃຫ້ຮູ້ວ່າ: ເພື່ອບັນລຸຄາດໝາຍດັ່ງກ່າວ ສານປະຊາຊົນສູງສຸດ ຈະສຸມໃສ່ຊຸກຍູ້ໃຫ້ສານແຕ່ລະຂັ້ນ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ ຜູ້ພິພາກສາ ແລະ ພະນັກງານຂອງສານ ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ-ຈັນຍາທຳ, ນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນ, ມີສະຕິເຄົາລົບປະຕິບັດກົດໝາຍຢ່າງເຂັ້ມງວດ ຕິດພັນກັບ ການຕິດຕາມກວດກາ-ປະເມີນ ຜູ້ພິພາກສາ ດີ-ເກັ່ງ ໃຫ້ໄດ້ຕາມມາດຕະຖານ-ເງື່ອນໄຂທີ່ວາງໄວ້. ຄຽງຄູ່ກັບ ການສຸມໃສ່ຍົກສູງປະສິດທິພາບການດຳເນີນຄະດີຢູ່ສານຂັ້ນຕົ້ນ ແລະ ຂັ້ນອຸທອນ ໃນບາງດ້ານ ເຊັ່ນ: ຈັດຕັ້ງປະຕິບັດການຕັດສິນດ້ວຍ ຜູ້ພິພາກສາຜູ້ດຽວ ຢູ່ສານປະຊາຊົນຂັ້ນຕົ້ນ ໃຫ້ໄດ້ຮັບຜົນດີ, ແກ້ໄຂບັນຫາຜູ້ພິພາກສາບໍ່ພຽງພໍ ແລະ ການຕັດສິນຄະດີຊັກຊ້າ ພ້ອມທັງສ້າງຄວາມເຊື່ອໝັ້ນ, ເຊື່ອຖືຂອງປະຊາຊົນຕໍ່ການດຳເນີນຄະດີຢູ່ສານຂັ້ນຕົ້ນ, ມີກົນໄກສົ່ງເສີມໃຫ້ຄູ່ຄວາມ, ປະຊາຊົນ, ຂະແໜງການກ່ຽວຂ້ອງກັບການດຳເນີນຄະດີ ມີສ່ວນຮ່ວມໃນການປະກອບ, ສະໜອງຂໍ້ມູນຫລັກຖານໃຫ້ແກ່ສານ ແລະ ຄູ່ຄວາມ, ປະຊາຊົນ ຕິດຕາມກວດກາການດຳເນີນຄະດີຂອງ ຜູ້ພິພາກສາຢ່າງເຂັ້ມງວດ.

ທ່ານ ຄໍາພາ ແສງດາຣາ ຍັງໃຫ້ຮູ້ຕື່ມວ່າ: ໃນປີ 2018 ຜ່ານມາ, ການພິຈາລະນາແກ້ໄຂຄະດີຂອງສານ ແຕ່ລະຂັ້ນ ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ ເຊິ່ງໃນນີ້ ມີ: ການຕັດສິນຄະຂອງສານຂັ້ນຕົ້ນໄດ້ 90,41% ( ແຜນການກຳນົດໄວ້ 85% ລື່ນ 5,41%), ຄູ່ຄວາມບໍ່ພໍໃຈຂໍອຸທອນ ກວມເອົາ 14,31% ( ແຜນການນຳນົດໄວ້ 15% ລື່ນ 0,69% ); ສານຂັ້ນອຸທອນພິພາກສາຄະດີ ໄດ້ 86,86% ( ແຜນການກຳນົດໄວ້ 85% ລື່ນ 1,86% ), ຄູ່ຄວາມບໍ່ພໍໃຈຂໍລົບລ້າງ 42,73% (ຫລຸດລົງຖ້າທຽບໃສ່ປີ ຜ່ານມາ ແມ່ນ 52,20% ); ສານປະຊາຊົນສູງສຸດ ພິພາກສາຄະດີໄດ້ 88,09% (ແຜນການກຳນົດໄວ້ 85% ລື່ນ 3,09% ), ຄະດີຂັ້ນຮື້ຟື້ນ 68 ເລື່ອງ ກວມເອົາ 0,3% ຂອງຄະດີທີ່ສານຕັດສິນໃຊ້ໄດ້ເດັດຂາດ 18.917 ເລື່ອງ (ຫລຸດລົງ ຖ້າທຽບໃສ່ແຜນການກຳນົດໄວ້ 0,5% ); ນອກນັ້ນ, ກໍໄດ້ຄົ້ນຄວ້າອອກຄໍາຊີ້ຂາດກ່ຽວກັບ ໂທດປະຫານຊີວິດ 50 ເລື່ອງ ແລະ ຄຳຊີ້ຂາດກ່ຽວກັບ ສິດອຳນາດສານ 6 ເລື່ອງ. ພາບ-ຂ່າວ: ຂປລ.



© ໂຕະນໍ້າຊາ | tonamcha.com
___________

Powered by Blogger.