Header Ads

ທ່ານນາຍົກ ເນັ້ນໃຫ້ຂະແໜງການພາຍໃນ ເອົາໃຈໃສ່ 9 ບັນຫາສໍາຄັນ



ໃນວັນທີ 13 ກຸມພາ 2019 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມໂອ້ລົມ ຕໍ່ກອງປະຊຸມສະຫຼຸບການການ ຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ແລະ ສະຫຼຸບການຈັດຕັ້ງປະຕິບັດວຽກງານ 3 ສ້າງ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານລັດຖະມົນຕີ, ບັນດາທ່ານຮອງເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍ ບັນດາພະແນກການພາຍໃນ ທົ່ວປະເທດ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.



ໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສໍາເລັດທີ່ພົ້ນເດັ່ນຂອງຂະແໜງພາຍໃນ ທີ່ສາມາດຍາດມາໄດ້ ໃນໄລຍະທີ່ຜ່ານມາ ໂດຍສະເພາະ ວຽກງານຄຸ້ມຄອງມະຫາພາກກ່ຽວກັບການບໍລິຫານລັດ, ການປົກຄອງ, ການຄຸ້ມຄອງລັດຖະກອນ, ການຄຸ້ມຄອງອົງການຈັດຕັ້ງທາງສັງຄົມ, ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ວຽກງານສໍາຫຼວດ-ວັດແທກ ແລະ ແຜນທີ່, ວຽກງານຄຸ້ມຄອງເອກະສານ, ວຽກງານຊົນເຜົ່າ-ສາສະໜາ, ວຽກງານຄຸ້ມຄອງພົນລະເມືອງ, ວຽກງານແຂ່ງຂັນ ແລະ ຍ້ອງຍໍ ເປັນຕົ້ນ. ຄຽງຄູ່ກັບບັນດາຜົນສໍາເລັດດັ່ງກ່າວ, ກໍ່ຍັງມີດ້ານອ່ອນຂໍ້ຄົງຄ້າງ ທີ່ຂະແໜງພາຍໃນຕ້ອງໄດ້ສືບຕໍ່ແກ້ໄຂ ໃນນີ້, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຂະແໜງການພາຍໃນທົ່ວປະເທດ ສືບຕໍ່ເອົາໃຈໃສ່ ເປັນຕົ້ນ 

1.  ວຽກງານຈັດຕັ້ງບໍລິຫານລັດຕ້ອງຢຶດໝັ້ນຕາມທິດກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ມີປະສິດທິຜົນຮັບໃຊ້ປະຊາຊົນຢ່າງແທ້ຈິງ; 

2.  ຂົງເຂດວຽກງານລັດຖະກອນ ນັບແຕ່ນີ້ໄປຈົນຮອດປີ 2020 ລັດຈະສຸມໃສ່ຫລຸດຈຳນວນລັດຖະກອນລົງ ແລະ ເດັດຂາດບໍ່ເພີ່ມຈຳນວນລັດຖະກອນ ແຕ່ຕ້ອງເນັ້ນເລື່ອງຄຸນນະພາບຂອງພະນັກງານ-ລັດຖະກອນໃຫ້ເທົ່າທຽມກັບປະເທດອື່ນ, ການຮັບ ແລະ ບັນຈຸລັດຖະກອນໃຫ້ໄດ້ຜູ້ມີຄວາມຮູ້ຄວາມສາມາດແຕ່ຫົວທີ່, ບໍ່ໃຫ້ມີຄຳວ່າ: ພະນັກ ງານເຫຼືອບໍ່ພໍ; 

3.  ວຽກງານປົກຄອງທ້ອງຖິ່ນຕ້ອງຖືເອົາປະຊາຊົນເປັນກົກ, ບ້ານຕ້ອງເປັນຫົວໜ່ວຍພັດທະນາແທ້ ແລະ ການບໍລິຫານລັດຢູ່ທ້ອງຖິ່ນແມ່ນໃຫ້ສອດຄ່ອງ ແລະ ຕິດພັນກັບວຽກງານສາມສ້າງ ເພື່ອໃຫ້ທ້ອງຖິ່ນໄດ້ເປັນເຈົ້າການຄົ້ນຄວ້າ ແລະ ຕັດສິນໃຈກ່ຽວກັບແຜນບູລິມະສິດ ເພື່ອພັດທະນາທ້ອງຖິ່ນຂອງຕົນ; 

4.  ວຽກງານ 3 ສ້າງແມ່ນບໍ່ໃຫ້ເປັນການທົດລອງອີກ ເຊິ່ງບ້ານທີ່ເຮັດມາແລ້ວຕ້ອງຖອດຖອນບົດຮຽນໃຫ້ບ້ານອື່ນໆ ໂດຍສະເພາະມີການຈັດຕັ້ງປະຕິບັດຕາມມາດຕະ ຖານແນວໃດ ແລະ ມີຜົນສຳເລັດດ້ານໃດແດ່ແມ່ນໃຫ້ສືບຕໍ່ຜັນຂະຫຍາຍ ແລະ ປັບປຸງໃຫ້ດີຂຶ້ນເລື້ອຍໆ, ພິເສດແມ່ນຕ້ອງໄດ້ຫັນແບບແຜນທຳມາຫາກິນຂອງປະຊາຊົນ ໃຫ້ມີຮູບແບບໃໝ່ທີ່ມີການບຸກທະລຸ; 

5. ວຽກງນຄຸ້ມຄອງພົນລະ ເມືອງຕ້ອງໄດ້ກຳ ແລະ ຂຶ້ນບັນຊີຈຳນວນພົນລະເມືອງຢ່າງມີວິທະຍາສາດ ເພື່ອຄວາມສະດວກ ແລະ ຊັດເຈນໃຫ້ແກ່ການຄຸ້ມຄອງປະຊາຊົນ ເພື່ອຮູ້ວ່າເຂົາເຈົ້າແມ່ນໃຜ, ຢູ່ໃສ, ມີອາຊີບຫຍັງ ແລະ ອື່ນໆ; 

6. ວຽກງານຊົນເຜົ່າ ແລະ ສາສະໜາ ເຖິງວ່າພວກເຮົາມີນະໂຍບາຍທີ່ດີແລ້ວ ແຕ່ກໍ່ຈະຕ້ອງໄດ້ເພີ່ມທະວີກະຕຸກຊຸກຍູ້ໃຫ້ທຸກຊົນເຜົ່າໄດ້ເຂົ້າເຖິງການສຶກສາ, ສາທາລະນະສຸກ ແລະ ການຜະລິດກະສິກຳທີ່ໝັ້ນຄົງ ແລະ ເພີ່ມທະວີເອົາໃຈໃສ່ສຶກສາອົບຮົມໃຫ້ເຂົາເຈົ້າມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນດີຂຶ້ນ; 

7. ວຽກງານຄຸ້ມຄອງອົງການຈັດຕັ້ງສັງຄົມ, ຕ້ອງເອົາໃຈໃສ່ປະຕິ ບັດຖືກຕ້ອງຕາມລະບຽບກົດໝາຍຢ່າງເຄັ່ງຄັດ ເພື່ອການຄຸ້ມຄອງອົງການດັ່ງກ່າວມີປະສິດທິຜົນ ແລະ ສາມາດນຳໃຊ້ກຳລັງແຮງເຂົາເຈົ້າ. ດັ່ງນັ້ນ ພວກເຮົາຕ້ອງມີວິທີການ ແລະ ກົນໄກທີ່ເໝາະສົມໃນການຕິດຕາມກວດກາຢ່າງເປັນປົກ ກະຕິ, ມີການປະສານງານກັບບັນດາກະຊວງ ແລະ ອົງການກ່ຽວຂ້ອງຕ່າງໆດີຂຶ້ນ ທັງຢູ່ສູນກາງ ແລະ ທ້ອງຖິ່ນ; 

8. ຂົງ ເຂດເຕັກນິກດ້ານການບໍລິຫານ-ປົກຄອງ, ບັນຫາສຳຄັນໃນທີ່ນີ້ແມ່ນການປັບປຸງລະບົບບໍລິຫານລັດໃຫ້ດີ, ມີຄຸນນະ​ພາບ ເພື່ອເອື້ອອຳນວຍໃຫ້ແກ່ປະຊາຊົນໄດ້ເຂົ້າເຖິງການບໍລິຫານລັດດີຂຶ້ນ 

ແລະ 9. ວຽກງານຮ່ວມມືສາກົນ ແມ່ນໃຫ້ສືບຕໍ່ຂະຫຍາຍມູນເຊື້ອອັນດີງາມ ໃນການພົວພັນຮ່ວມມືຢູ່ໃນອົງຄະນະຍາດສາກົນ ເພື່ອປະຕິບັດນະໂຍບາຍເພີ່ມມິດ-ຫຼຸດຜ່ອນສັດຕູ ແລະ ລະດົມກຳລັງແຮງຂອງສາກົນເຂົ້າໃນການພັດທະນາປະເທດຊາດ.


ແຫຼ່ງຂ່າວ: ຫ້ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ 
© ໂຕະນໍ້າຊາ | tonamcha.com
___________

Powered by Blogger.