Header Ads

ເຈົ້າຍິງອຸບົນຣັດຕະນະ ມະຫິດົນ ລົງສະໝັກເລືອກຕັ້ງຊິງຕໍາແໜ່ງ ນາຍົກໃນນາມພັກ ໄທຮັກສາຊາດ



ສຳນັກຂ່າວຕ່າງປະເທດລາຍງານ 8 ກຸມພາ 2019 ວ່າ: ປະເທດໄທຈະການເລືອກຕັ້ງທົ່ວໄປໃນວັນທີ 24 ມີນານີ້ ພາຍຫຼັງທີ່ມີການປະກາດວັນເລືອກຕັ້ງອອກມາຫຼາຍ ພັກກໍເລີ່ມມີການຫາສຽງ,ປະກາດສະໝັກສະມາຊິກພັກ ແລະ ເຫຼືອແຕ່ລາຍຊື່ຜູ້ທ້າຊິງຕໍາແໜ່ງ ນາຍົກລັດຖະມົນຕີ  ທີຍັງບໍ່ທັນປະກາດ  ແລະ ສ່ວນບາງພັກກໍປະກາດຈຸດຢືນ ພ້ອມລາຍຊື່ຜູ້ທ້າຊິງຕໍາແໜ່ງ ນາຍົກລັດຖະມົນຕີເປັນທີ່ຮຽບນ້ອຍ.  ສໍາລັບການເລືອກຕັ້ງຄັ້ງນີ້ ແຕ່ລະພັກມີການແຂ່ງຂັນກັນຢ່າງຄືກຄັກ ແຕ່ໜື່ງໃນພັກທີ່ສື່ມວນຊົນໃຫ້ການຕິດຕາມ ແລະ ສົນໃຈ ຄືພັກພັກໄທຮັກສາຊາດ ທີ່ຈະປະກາດຕົວຜູ້ຊິງຕໍາແໜ່ງ ນາຍົກລັດຖະມົນຕີໃນການເລື່ອກຕັ້ງຄັ້ງນີ້.  



ຂ່າວຫຼ້າສຸດຄະນະກຳມະການບໍລິຫານພັກໄທຣັກສາຊາດ ນຳໂດຍທ່ານ ປຣີຊາພົນ ພົງພານິສ ໄດ້ເຂົ້າຍື່ນລາຍຊື່ນາຍົກໃນບັນຊີລາຍຊື່ ຕໍ່ຄະນະກຳມະການເລືອກຕັ້ງແຫ່ງຊາດໄທ ໃນເຊົ້າມື້ນີ້ (8 ກຸມພາ 2019) ໂດຍແມ່ນເຈົ້າຍິງອຸບົນຣັດຕະນະ ມະຫິດົນ ເປັນຕົວແທນພັກ ແລະ ເປັນບັນຊີລາຍຊື່ຜູ້ດຽວໃນພັກໄທຣັກສາຊາດ ວ່າທີຜູ້ສະໜັກຊິງຕໍາແໜ່ງ ນາຍົກລັດຖະມົນຕີ.




ສໍາລັບ ເຈົ້າຍິງອຸບົນຣັດຕະນະ ມະຫິດົນ ເປັນພະລາຊະທິດາອົງໃຫຍ່ ໃນພະບາດສົມເດັດພູມິພົນອະດຸນຍະເດດ ເຈົ້າມະຫາຊີວິດໄທ ລາຊະການທີ 9 ກັບ ສົມເດັດພະລາຊິນີສິຣິກິດ, ເຊິ່ງເມື່ອປີ 1972 ເຈົ້າຍິງອຸບົນຣັດຕະນະ ໄດ້ລາອອກຈາກຖານັນດອນສັກແຫ່ງລາຊະວົງໄທ ເພື່ອສົມລົດກັບສາມັນຊົນຊາວອາເມຣິກາ, ຕໍ່ມາປີ 1998 ເຈົ້າຍິງອຸບົນຣັດຕະນະ ໄດ້ຢ່າຮ້າງກັບຄູ່ສົມລົດ ແລະ ໃນປີ 2001 ໄດ້ກັບມາຍັງປະເທດໄທເປັນການຖາວອນ ເຊິ່ງນັບແຕ່ນັ້ນມາກໍ່ໄດ້ປະຕິບັດໜ້າທີ່ໃນຖານະຕົວແທນລາຊະວົງໄທປະຕິບັດໜ້າທີ່ຕ່າງໆ ທັງພາຍໃນປະເທດ ແລະ ຕ່າງປະເທດ.​


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.