Header Ads

ຫ້ອງວ່າການປະທານປະເທດ ເຜີຍແຜ່ເຊື່ອມຊຶມ ວັນຕ້ານການສໍ້ລາດບັງຫລວງສາກົນ



ຫ້ອງວ່າການປະທານປະເທດ ໄດ້ຈັດການເຜີຍແຜ່ເຊື່ອມຊຶມ ວັນຕ້ານການສໍ້ລາດບັງ ຫລວງສາກົນ ຄົບຮອບ 15 ປີ ແລະ ຄຳແນະນຳການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດ ກາລັດ (ສະບັບປັບປຸງ) ຂຶ້ນໃນວັນທີ 8 ກຸມພາ 2019 ໃຫ້ກຽດເຜີຍແຜ່ໂດຍສະຫາຍ ເພັດສະໝອນ ພັນທະວົງ ຮອງເລຂາຄະນະພັກ, ປະທານກວດກາພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການປະທານປະເທດ.



ໂອກາດດັ່ງກ່າວ, ສະຫາຍ ເພັດສະໝອນ ພັນທະວົງ ໄດ້ໃຫ້ຮູ້ວ່າ: ການສໍ້ລາດບັງຫລວງແມ່ນປະກົດການຫຍໍ້ທໍ້ໜຶ່ງ ໃນກົງຈັກການຈັດຕັ້ງ, ເປັນໄພອັນຕະລາຍຮ້າຍແຮງສົ່ງຜົນກະທົບ ແລະ ກົດໜ່ວງຖ່ວງດຶງ ການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດໃນໂລກ ບໍ່ວ່າຈະເປັນປະເທດນ້ອຍ ຫລື ໃຫຍ່, ທຸກຍາກ ຫລື ຮັ່ງມີກໍ່ລ້ວນແຕ່ມີຜົນກະທົບເຊັ່ນດຽວກັນ. ການສໍ້ລາດບັງຫລວງ ພວມເປັນໄພຂົ່ມຂູ່ ເຖິງຄວາມມີສະຖຽນລະພາບ ຂອງການຈັດຕັ້ງທັງພາກລັດ ແລະ ເອກະຊົນ, ສ້າງໃຫ້ເກີດຄວາມບໍ່ສະຫງົບ, ຄວາມບໍ່ຍຸຕິທຳໃນສັງຄົມ, ເປັນການບັ່ນທອນກຳລັງແຮງ ກໍຄື ຄວາມເຊື່ອໝັ້ນ ແລະ ຄ່ານິຍົມຂອງສັງຄົມຕໍ່ສະຖາບັນການປົກຄອງ ແລະ ການຈັດຕັ້ງຕ່າງໆ ທັງພາກລັດ ແລະ ເອກະຊົນ. ການສໍ້ລາດບັງຫລວງເປັນການຕັດຮອນເອົາລາຍໄດ້ຂອງຊາດ, ຂອງລວມໝູ່ ກໍຄື ຂອງພົນລະເມືອງ ດ້ວຍຫລາຍຮູບຫລາຍວິທີ, ເຊິ່ງໄດ້ສ້າງຄວາມເສຍຫາຍໃຫ້ແກ່ຊັບສິນ ເງິນຄຳຂອງລັດ, ລວມໝູ່ ແລະ ຂອງປະຊາຊົນເປັນຈຳນວນມະຫາສານ.

ການສໍ້ລາດບັງຫລວງ ເປັນການສະແດງອອກຢ່າງເປີດແປນ ຂອງການຂາດຄຸນນະທຳ, ຂາດຈັນຍາບັນຂອງຜູ້ດຳເນີນງານໃນສັງຄົມ ກໍໃຫ້ເກີດມີກຸ່ມກ້ອນຮ່ວມຜົນປະໂຫຍດຂອງເສດຖະກິດ, ການເມືອງ ແລະ ນຳໄປສູ່ຄວາມບໍ່ເປັນເອກະພາບ ເກີດມີຄວາມແຕກແຍກ ແລະ ອື່ນໆ. ເຖິງຢ່າງໃດກໍຕາມ ສປປ ລາວ ພວມປະເຊີນໜ້າກັບໄພອັນຕະລາຍຫລາຍຢ່າງ ໃນນັ້ນການສໍ້ລາດບັງຫລວງ ກໍແມ່ນໜຶ່ງໃນໄພອັນຕະລາຍທີ່ເກີດຂຶ້ນດ້ວຍຫລາຍຮູບແບບ, ຫລາຍລະດັບ ແລະ ມີລັກສະນະແຜ່ລາມ, ເຊິ່ງການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ແມ່ນຄວາມຈຳເປັນພາວະວິໄສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງພັກ, ຂອງອຳນາດລັດ ແລະ ພະນັກງານການນຳທຸກຂັ້ນ. ໂດຍເຫັນໄດ້ຄວາມສຳຄັນດັ່ງກ່າວ, ສູນກາງພັກ, ລັດຖະບານ ສປປ ລາວ ໄດ້ຖືເອົາການສະກັດກັ້ນການສໍ້ລາດບັງຫລວງ ເປັນບັນຫາຕົ້ນຕໍ ແລະ ເປັນບັນຫາພື້ນ ຖານຍາວນານ, ໄດ້ສ້າງຕັ້ງອົງການກວດກາພັກ, ລັດ ໃນຕົ້ນປີ 1982 ມີພາລະບົດບາດເປັນເສນາທິການ ໃຫ້ແກ່ສູນກາງພັກ ແລະ ລັດຖະບານ ໃນການຮ່ວມມືກັບອົງການທີ່ກ່ຽວຂ້ອງຄົ້ນຄວ້າ ສ້າງ-ປັບ ປຸງບັນດານິຕິກຳ ກ່ຽວກັບວຽກງານກວດກາ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໂດຍໄດ້ອອກມະຕິ, ຄຳສັ່ງ, ຂໍ້ກຳນົດ, ລະບຽບການຂອງພັກ ແລະ ກົດໝາຍຂອງລັດ.


ໃນໂອກາດດຽວກັນ, ສະຫາຍ ເພັດສະໝອນ ພັນທະວົງ ກໍໄດ້ເຜີຍແຜ່ຄຳແນະນຳການຈັດຕັ້ງ ປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ (ສະບັບປັບປຸງ) ໂດຍໄດ້ຍົກໃຫ້ເຫັນຈຸດປະສົງລະດັບຄາດໝາຍ, ແນະນຳເພີ່ມເຕີ່ມບາງເນື້ອໃນຂອງບາງມາດຕາ ທີ່ໄດ້ສ້າງໃໝ່ ແລະ ປັບປຸງ ແນ່ໃສ່ເຮັດໃຫ້ຄະນະນຳກະຊວງ-ອົງການ, ອົງການປົກຄອງທ້ອງຖິ່ນ ແລະ ອົງການກວດກາລັດແຕ່ລະຂັ້ນ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດ ແລະ ພົນລະເມືອງ ມີຄວາມເຂົ້າໃຈ ເປັນເອກະພາບ ແລະ ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດຕົວຈິງ.  ພາບ -ຂ່າວ: ຂປລ

© ໂຕະນໍ້າຊາ | tonamcha.com
___________

Powered by Blogger.