Header Ads

ລາວ-ໄທ ສືບຕໍ່ຄວາມຮ່ວມມືດ້ານແຮງງານໃນຫລາຍດ້ານ



ເພື່ອພ້ອມກັນຈັດຕັ້ງ ແລະ ຜັນຂະຫຍາຍບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານແຮງງານລະຫວ່າງລັດຖະບານລາວ ແລະ ໄທ ໃຫ້ປາກົດຜົນເປັນຈິງ ໃນລະຫວ່າງ ວັນທີ 20-22 ກຸມພາ 2019 ນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີແຮງງານ ຢູ່ທີ່ກຸງເທບມະຫານະຄອນ ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການ ກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ.



ກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ການຈັດຕັ້ງຜັນຂະຫຍາຍຖະແຫລງການຮ່ວມກອງ ປະຊຸມສອງນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນທ້າຍປີ 2018 ທີ່ນະຄອນຫລວງວຽງຈັນ ກໍຄືການທົບທວນການຮ່ວມມືໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານລາວ-ໄທ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດຮ່ວມກັນ, ເຊິ່ງໃນໄລຍະສອງປີຜ່ານສອງກະຊວງໄດ້ເອົາໃຈໃສ່ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກຫລັກທີ່ກຳນົດໄວ້ໃນບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ກໍ່ໄດ້ມີຜົນສຳເລັດຫລາຍດ້ານ ເປັນຕົ້ນ, ລັດຖະບານໄທ ກໍຄືກະຊວງແຮງງານ ແຫ່ງຣາຊະອານາຈັກໄທ ໄດ້ໃຫ້ການສະໜັບສະໜູນ ໃນການພັດທະນາສີມືແຮງງານໃຫ້ບຸກຄະລາກອນ ຂອງ ສປປ ລາວ ໃນສາຂາວິຊາຊ່າງຫລາຍພໍສົມຄວນ; ສອງຝ່າຍໄດ້ເອົາໃຈໃສ່ປະສານສົມທົບໃນການຄຸ້ມຄອງແຮງງານລາວທີ່ມາອອກແຮງງານຢູ່ປະເທດໄທຖືກຕ້ອງຕາມກົດໝາຍ; ໄດ້ຕັ້ງໜ້າຈັດຕັ້ງປະຕິບັດວຽກງານແກ້ໄຂແຮງງານລາວທີ່ເຮັດວຽກແບບບໍ່ຖືກຕ້ອງຕາມກົດໝາຍຢູ່ປະເທດໄທ ດ້ວຍການດຳເນີນປັບສະຖານນະພາບແຮງງານ ໃຫ້ຖືກຕ້ອງຕາມກົດໝາຍເປັນລະບົບດີຂຶ້ນ. ພ້ອມກັນນັ້ນ, ຍັງໄດ້ສ້າງສິ່ງອຳນວຍຄວາມສະດວກ ທີ່ເປັນຈຸດພັກ ໃນການເດີນທາງກັບຄືນປະທດສຳລັບແຮງງານລາວ. ສ່ວນການຮ່ວມມືດ້ານປະກັນສັງຄົມ ກໍໄດ້ເອົາໃຈໃສ່ຊຸກຍູ້ການຮ່ວມມື ເຊິ່ງໄດ້ມີການແລກປ່ຽນຄະນະຜູ້ແທນຢ້ຽມຢາມແລກບົດຮຽນເຊິ່ງກັນ ແລະ ກັນ ເປັນປົກກະຕິ.



ພ້ອມກັນນັ້ນ, ກອງປະຊຸມໄດ້ພ້ອມກັນກຳນົດແຜນຈັດຕັ້ງປະຕິບັດຕາມບົດບັນທຶກຄວາມເຂົ້າໃຈ ແຕ່ປີ 2019 ເຖິງ 2022 ເປັ້ນຕົ້ນແມ່ນ ໄດ້ເພີ່ມການຮ່ວມມືດ້ານການພັດທະນາສີມືແຮງງານ ໂດຍສະເພາະການສ້າງຂໍ້ຕົກລົງວ່າດ້ວຍການຮ່ວມມື ດ້ານການພັດທະນາສີມືແຮງງານຂອງສອງຝ່າຍ ແລະ ໃນປີງົບປະມານ 2019 ຝ່າຍໄທມີແຜນການຝຶກອົບຮົມໃຫ້ແກ່ບຸກຄະລາກອນພາກລັດ ແລະ ເອກະຊົນ ຂອງ ສປປ ລາວ ຈຳນວນ 500 ຄົນ; ດຳເນີນການໃຫ້ແຮງງານສັນຊາດລາວທີ່ໄດ້ຮັບເອກະສານຢັ້ງຢືນຖານະບຸກຄົນ (CI) ແລະ ເຮັດວຽກຢູ່ຣາຊະອານາຈັກໄທ ໄດ້ປັບປ່ຽນສະຖານະເປັນແຮງງານທີ່ເຂົ້າມາເຮັດວຽກຕາມກອບຂອງບັນທຶກຄວາມເຂົ້າໃຈ ກ່ອນວັນທີ 31 ມີນາ 2020; ໃຫ້ໜ່ວຍງານທີ່ກ່ຽວຂ້ອງທັງສອງຝ່າຍປຶກສາຫາລືຮ່ວມກັນ ເພື່ອຊຸກຍູ້ແກ້ໄຂບັນຫາການເດີນທາງເຂົ້າມາຂອງແຮງງານສັນຊາດລາວ ເພື່ອເຮັດວຽກເປັນຊົ່ວຄາວ ໃນໄລຍະເວລາໃດໜື່ງ ຫຼື ຕາມລະດູການ ແລະ ໃນທ້ອງຖີ່ນທີ່ກຳນົດ; ເພີ່ມການຮ່ວມມືດ້ານວິຊາການໃນການຄຸ້ມຄອງແຮງງານຂອງສອງປະເທດ ເພື່ອນຳໄປສູ່ການສ້າງຂໍ້ຕົກລົງຮ່ວມກັນ ໃນການປົກປ້ອງສິດຜົນປະໂຫຍດຕາມກົດໝາຍ ແລະ ລະບຽບການຂອງສອງປະເທດ; ສອງຝ່າຍຮ່ວມກັນໃນການສ້າງ ແລະ ເຊື່ອມໂຍງຖານຂໍ້ມູນແຮງງານສັນຊາດລາວ-ໄທ ທີ່ເຮັດວຽກຢູ່ ສປປ ລາວ ແລະ ຣາຊະອານາຈັກໄທ ເພື່ອອຳນວຍສະດວກໃນການຕິດຕາມ ແລະ ການຄຸ້ມຄອງ ແຮງງານລາວ-ໄທ ຢ່າງເປັນລະບົບ ແລະ ເພີ່ມການຮ່ວມມືດ້ານການປະກັນສັງຄົມ ໂດຍການປຶກສາຫາລືໃນການສ້າງຂໍ້ຕົກລົງວ່າດ້ວຍການປະກັນສັງຄົມທີ່ຈຳເປັນ ໃຫ້ແກ່ແຮງງານຂອງສອງປະເທດ.



ໃນກອງປະຊຸມໃນຄັ້ງນີ້, ຍັງໄດ້ລົງນາມເຊັນບົດບົດບັນທຶກ ກອງປະຊຸມລະດັບລັດຖະມົນຕີແຮງງານ ລາວ-ໄທ ດ້ວຍການຈ້າງແຮງງານ ລະຫວ່າງ ສອງລັດຖະບານລາວ ແລະ ໄທ ໂດຍ ທ່ານ ລີປາວ ຢ່າງ ຫົວໜ້າຫ້ອງການກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ຈະຣິນ ຈັກກະພາກ ປາລັດກະຊວແຮງງານ ແຫ່ງຣາຊະອານາຈັກໄທ ຊ່ອງໜ້າ ທ່ານລັດຖະມົນຕີ ຂອງສອງກະຊວງແຮງງານ ລາວ ແລະ ໄທ ນຳອີກ.


ໃນຕອນທ້າຍກອງປະຊຸມຍັງໄດ້ແຈ້ງຕື່ມອີກວ່າ ອີກ ສອງປີ ຕໍ່ໜ້ານີ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຈະໄດ້ເປັນເຈົ້າພາບຈັດກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສດ້ານແຮງງານ ແລະ ກອງປະຊຸມລະດັບລັດຖະມົນຕີແຮງງານ ລາວ-ໄທ ຄັ້ງຕໍ່ໄປ ໂດຍກໍານົດ ວັນ ເວລາ ແລະ ສະຖານທີ່ຈັດກອງປະຊຸມ ສອງຝ່າຍຈະໄດ້ປະສານງານກັນຕໍ່ໄປ. ຂ່າວ: ເພັດສະໄໝ 


© ໂຕະນໍ້າຊາ | tonamcha.com
___________

Powered by Blogger.